ມີເຂື່ອນໃນນໍ້າຂອງ ມີຜົນກະທົບ
2010.08.06
ກອງປະຊຸມ ຂອງ ອົງການ ອະນຸຮັກ ສິ່ງແວດລ້ອມ ໃນມື້ວັນ ທີ 3 ສິງຫາ 2010 ຢູ່ນະຄອນຫລວງ ຮາໂນຍ ປະເທດວຽດນາມ ເປີດເຜີຍວ່າ ການພັທນາ ເສຖກິດ ໃນແມ່ນ້ຳຂອງ ເປັນການ ກະທໍາທີ່ ບໍ່ເບິ່ງການໄກ ແລະ ບໍ່ຍືນຍົງ.
ກອງປະຊຸມ ທີ່ມີ ຫົວຂໍ້ວ່າ “ແມ່ນ້ຳຂອງ: ພະລັງງານ ສິ່ງແວດລ້ອມ ຄວາມປອດພັຍ ໃນການດຳຣົງ ຊີວິດ” ໄດ້ຖືກຮ່ວມ ຈັດຂື້ນໂດຍ ອົງການທີ່ ບໍ່ຂື້ນກັບ ຣັຖບານ ຫລາຍໆອົງການ.
ຄນະຜູ້ເຂົ້າ ຮ່ວມປະຊຸມ ໄດ້ຮູ້ວ່າ ສິ່ງທີ່ນາບຄູ່ ອັນຍິ່ງໃຫຍ່ ຕໍ່ອະນາຄົດ ແລະ ຊີວະນາໆພັນ ຂອງ ແມ່ນ້ຳຂອງ ແມ່ນຄວາມຕ້ອງການ ທີ່ຈະສ້າງ ເຂື່ອນພະລັງ ໄຟຟ້າ ນ້ຳຕົກ ໃສ່ແມ່ນ້ຳຂອງ. ສາມຫລ່ຽມ ແມ່ນ້ຳຂອງ ຢູ່ວຽດນາມ ເປັນບ່ອນທີ່ ມີຄວາມສ່ຽງ ແລະ ຈະໄດ້ຮັບ ຜົນກະທົບ ກະເທືອນ ຫລາຍທີ່ສຸດ.
ແມ່ນ້ຳຂອງ ຍາວ 4,800 ກິໂລແມັດ ໄຫລຜ່ານ 6 ປະເທດ ຈີນ ພະມ່າ ລາວ ໄທ ກໍາພູຊາ ແລະວຽດນາມ. ລາວ, ໄທ, ກໍາພູຊາ ແລະວຽດນາມ ທີ່ແມ່ນ້ຳຂອງ ໄຫລຜ່ານ ມີພົລເມືອງ ຮວມກັນ ປະມານ 60 ລ້ານຄົນ ແລະ ມີປະມານ 100 ຊົນເຜົ່າ. ສ່ວນຫລາຍຈະ ເປັນຊາວ ກະສິກອນ ຊາວປະມົງ ທຸກຍາກ ທີ່ໃຊ້ຊີວິດ ໂດຍການເພິ່ງພາ ສາຍນ້ຳນີ້.
ຜູ້ຕາງໜ້າ ອົງການ PanNature ກ່າວໃນກອງ ປະຊຸມວ່າ ແມ່ນ້ຳຂອງ ເປັນບ່ອນຢູ່ ອາສັຍຂອງ ໝູ່ປາ ຫລາຍພັນຊນິດ ທີ່ສ້າງມູນຄ່າ ທາງການປະມົງ ຫລາຍຕື້ ໂດລາ. ນອກຈາກນີ້ ແມ່ນ້ຳຂອງ ຍັງເປັນແຫລ່ງ ອາຫານ ທີ່ປອດພັຍ ສຳລັບ ປະຊາຊົນ ທີ່ທຸກຍາກ ໃນພື້ນທີ່ 795 ພັນກິໂລແມັດ ມົນທົນນີ້.
ຄນະຜູ້ເຂົ້າ ຮ່ວມປະຊຸມ ໄດ້ຮັບຮູ້ ວ່າການພັທນາ ທາງເສຖກິດ ແລະຄວາມ ພຍາຍາມ ຫລຸດຜ່ອນ ຄວາມທຸກຍາກ ໂດຍໃຊ້ ແມ່ນ້ຳຂອງ ເປັນເຄື່ອງມື ກຳລົງນາບຄູ່ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທີ່ອາສັຍ ແມ່ນ້ຳຂອງ ເປັນບ່ອນ ຫາຢູ່ຫາກິນ.