ນໍ້າຂອງບົກແຫ້ງເກີດຂື້ນ ຍ້ອນຫລາຍສາເຫດ

ນັກວິຊາການລາວ ເຫັນວ່າ ການບົກແຫ້ງຂອງ ແມ່ນໍ້າຂອງ ແລະສາຂາຂອງ ແມ່ນໍ້າຂອງ ໃນລາວ ເກີດຂື້ນໄດ້ຍ້ອນ ຫລາຍສາເຫດ.

0:00 / 0:00

ສະພາບການ ບົກແຫ້ງລົງຢ່າງຍິ່ງ ຂອງແມ່ນໍ້າຂອງ ແລະແມ່ນໍ້າອຶ່ນໆ ໃນປີນີ້ ມີຫລາຍສາເຫດ ສໍາຄັນ ຊຶ່ງສົ່ງຜົລກະທົບ ຢ່າງຮ້າຍແຮງຕໍ່ ປະຊາຊົນລາວ. ນັກວິຊາການລາວ ກ່າວໃຫ້ຄວາມເຫັນ ສ່ວນຕົວວ່າ:

"ລົດລົງຢ່າງຍິ່ງ ສາເຫດຍ້ອນທາງ ປະເທດຈີນ ສ້າງເຂື່ອນ 4 ແຫ່ງກໍຄິດວ່າ ມີສ່ວນ ຈະເປັນທັມມະຊາດ ຈະເປັນ ກ່ຽວກັບເລື່ອງ ຣະບົບນິເວດ ມັນຈະບໍ່ສະເພາະ ແຕ່ນໍ້າຂອງ ແຫລ່ງນໍ້າອຶ່ນໆ ກໍເຊັ່ນກັນ ອາຈຈະເປັນ ຣະບົບນິເວດ ຂອງໂລກ ມີການປ່ຽນແປງ".

ທ່ານກ່າວຕື່ມວ່າ ຂະນະນີ້ນໍ້າ 10 ກວ່າສາຍທີ່ເປັນ ສາຂາຂອງ ແມ່ນໍ້າຂອງ ມີປາຣິມານ ຫລຸດລົງ ຢ່າງຜິດປົກກະຕິ ແລະ ເມື່ອຮອດຣະດູຮ້ອນ ນໍ້າກໍອາຈຈະບົກແຫ້ງ ບໍ່ມີພໍໃຊ້ ສໍາລັບສັດ ແລະໃນຊີວິດ ປະຈໍາວັນ ຂອງປະຊາຊົນ ທີ່ຢູ່ແຄມຝັ່ງ ແມ່ນໍ້າ. ແມ່ນໍ້າກັ້ນ ຣະຫວ່າງເຂດແຂວງ ຊຶ່ງປົກກະຕິແລ້ວ ຕ້ອງໃຊ້ເຮືອຂ້າມນັ້ນ ດຽວນີ້ ປະຊາຊົນ ບໍ່ຕ້ອງອາໃສເຮືອ ເພາະສາມາດຍ່າງ ຂ້າມໄດ້. ການບົກແຫ້ງລົງ ຂອງແມ່ນໍ້າຂອງ ແລະສາຂາຕ່າງໆ ຂອງແມ່ນໍ້າຂອງ ໃນລາວ ປີນີ້ ຊຶ່ງຮ້າຍແຮງກວ່າ ລະຍະທີ່ຜ່ານມາ ສົ່ງຜົລກະທົບ ໂດຍກົງ ໃສ່ຄົນໃສ່ສັດ ແລະສິ່ງແວດລ້ອມ:

"ວັນນີ້ ເວົ້າເຖິງຊີວິດ ການເປັນຢູ່ຂອງ ປະຊາຊົນ ມີຄວາມເດືອດຮ້ອນ ແນ່ນອນ ຜົລກະທົບແນ່ນອນ ອາຈຈະເຖິງ ຊີວິດ ຂອງມະນຸດ ຖ້າວ່າເຮົາບໍ່ ຊ່ວຍກັນຮັກສາ ແນ່ນອນ ຄວາມຫາຍນະ ມັນກໍຍັບເຂົ້າມາ ສິຈໍ້ແລ້ວນະ".

ນັກວິຊາການລາວ ກ່າວມ້ວນທ້າຍວ່າ ການທີ່ແມ່ນໍ້າຂອງ ແລະ ສາຂາສາຍອຶ່ນໆ ມີປາຣິມານ ຫລຸດລົງກວ່າ ແຕ່ກ່ອນຫລາຍນັ້ນ ຈະໄປຖີ້ມໂທດໃສ່ ແຕ່ການສ້າງເຂື່ອນ ຂອງຈີນນັ້ນ ບໍ່ໄດ້ ເພາະມີປັດໃຈ ແລະສາເຫດອື່ນໆ ເຊັ່ນການປ່ຽນແປງ ສະພາບອາກາດຂອງໂລກ ການຕັດໄມ້ ທໍາລາຍປ່າ ການປ່ອຍ CARBON DIOXIDE ຫລືອາກາດເສັຽ ເປັນຕົ້ນ.