ເຈົ້າໜ້າທີ່ໄທປ່າວເຕືອນ ຊາວໜຸ່ມລາວ

ເຈົ້າໜ້າທີ່ ຕໍາຣວດໄທ ເຕືອນ ຊາວໜຸ່ມລາວ ໃຫ້ລະວັງ ເຣື້ອງນາຍໜ້າ ຫລອກລວງ ເອົາໄປເຮັດວຽກ ຢູ່ຕ່າງປະເທດ.
ສົມເນ
2010.10.25

ກົດຟັງສຽງ

ເຈົ້າໜ້າທີ່ ຕໍາຣວດໄທ ເຕື່ອນໄປຍັງ ຊາວລາວ ໂດຍສະເພາະ ຊາວໜຸ່ມລາວ ໃຫ້ລະວັງພວກນາຍໜ້າ ຫລອກລວງ ໄປເຮັດວຽກຢູ່ ຕ່າງປະເທດ ແຕ່ກັບນໍາໄປຂາຍ ໃຫ້ກຸ່ມຄ້າມະນຸດ ຂູດຮີດແຮງງານ ຫລືບັງຄັບ ໃຫ້ເປັນໂສເພນີ.

ຄໍາປ່າວເຕືອນດັ່ງກ່າວ ມີຂື້ນ ຫລັງຈາກເຈົ້າໜ້າທີ່ໄທ ພົບວ່າ ນັກຄ້າມະນຸດ ໄດ້ຫລອກລວງ ຜູ້ເປັນພໍ່ແມ່ ເພື່ອເອົາຍິງສາວລາວ ທີ່ມີອາຍຸ ຕໍ່າກ່ວາ 18 ປີ ເຂົ້າໄປຂາຍ ໃນປະເທດໄທ ມີຫລາຍຂື້ນ ຢ່າງໜ້າວິຕົກ. ດັ່ງ ພັນເອກ ສຸຣະເຊດ ຫັກພານ ຜູ້ບັງຄັບ ໜ່ວຍປາບປາມ ການຄ້າມະນຸດ ໄດ້ກ່າວ ໃນຕອນນື່ງວ່າ:

"ຂໍຝາກໄປເຖິງ ປະຊາຊົນລາວ ວ່າ ຖ້າຫາກວ່າມີ ນາຍໜ້າ ໄປຊັກຈູງ ໃຫ້ມາເຣັດວຽກ ຢູ່ປະເທດຕ່າງໆ ກໍຂໍໃຫ້ ລະມັດລະວັງ ແລະ ບອກເຈົ້າໜ້າທີ່ ອໍານາດ ການປົກຄອງ ໃນປະເທດຂອງຕົນ ໃຫ້ຮູ້ ແລ້ວຢ່າໄປຫລົງເຊື່ອ ຄວາມຕົວະຍົວະ ຂອງນາຍໜ້າ".

ນອກນັ້ນ ທ່ານຂໍຝາກໄປຍັງ ພໍ່ແມ່ ຫລືຜູ້ປົກຄອງ ທີ່ຕ້ອງການ ຢາກໄປເຮັດວຽກ ໃນປະເທດໄທ ກໍຂໍໃຫ້ໄປຫາ ຫ້ອງການຈັດຫາວຽກງານ ໃນສປປລາວ ເສັຽກ່ອນ ແທນທີ່ຈະເຊື່ອຟັງ ນາຍໜ້າ ທີ່ມັກຈະ ສະເໜີໃຫ້ມີ ວຽກງານທີ່ດີ ແລະ ຄ່າຈ້າງສູງ.

ທ່ານ ສຸຣະເຊດ ວ່າ ການປາບປາມ ການຄ້າມະນຸດ ໃນປະເທດໄທ ຫລືໃນທົ່ວໂລກ ເປັນບັນຫາທີ່ ຫຍຸ້ງຍາກ ສະລັບຊັບຊ້ອນ ແລະຍາກທີ່ຈະ ແກ້ໄຂໄດ້ ທາງເຈົ້າໜ້າທີ່ ຈະບໍ່ສາມາດ ຊ່ວຍເຫລືອຜູ້ປະສົບ ເຄາະຮ້າຍ ໄດ້ທຸກກໍຣະນີ. ໃນກໍຣະນີ ເດັກນ້ອຍຍິງລາວ ທີ່ຖືກກຸ່ມຄ້າມະນຸດ ຂົ່ມເຫັງ ທໍາຮ້າຍຮ່າງກາຍ ແລະ ຫລາຍກໍຣະນີ ເຖິງແກ່ຊີວິດໄປນັ້ນ ເປັນເຣື້ອງທີ່ໜ້າ ວິຕົກ ຊຶ່ງຜູ້ເປັນພໍ່ເປັນແມ່ ຫລືຜູ້ປົກຄອງ ຄວນເອົາໃຈໃສ່ ໃຫ້ຫລາຍຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.