ກົດຟັງສຽງ
ທາງການ ແຂວງ ສວັນນະເຂດ ສປປລາວ ແລະ ແຂວງ ມຸກດາຫານ ປະເທດໄທ ໄດ້ຈັດກອງ ປະຊຸມ ຮ່ວມກັນ ເພື່ອຫາທາງ ແກ້ໄຂ ປ້ອງກັນ ແລະ ປາບປາມ ການຄ້າມະນຸດ ຕາມເຂດ ຊາຍແດນ ເຖິງວ່າ ໃນພື້ນທີ່ ຍັງບໍ່ທັນ ມີບັນຫາ ການຄ້າມະນຸດ ທີ່ຮຸນແຮງ ແຕ່ຕ້ອງ ຊອກຫາ ມາຕການ ວິທີທາງ ຕຽມພ້ອມ ເພື່ອ ຮັບມື.
ເຈົ້າແຂວງ ມຸກດາຫານ ທ່ານ ຊານວິນ ວັສະຍາງກູນ ໄດ້ເວົ້າ ໃນກອງ ປະຊຸມ ເພື່ອສົ່ງເສີມ ການຮ່ວມມື ຂອງທັງສອງ ແຂວງ ກ່ຽວກັບ ການປ້ອງກັນ ແລະ ປາບປາມ ການຄ້າ ມະນຸດ ຕາມເຂດຊາຍແດນ ໃນມື້ວັນ ທີ 9 ມິຖຸນາ 2011 ນີ້ ວ່າ ບັນຫາການ ຄ້າມະນຸດ ຕາມເຂດ ຊາຍແດນ ເປັນບັນຫາ ທີ່ທາງ ແຂວງ ມຸກດາຫານ ປະເທດໄທ ໃຫ້ຄວາມ ສໍາຄັນ ເປັນຢ່າງຍິ່ງ.
ທ່ານເວົ້າ ຕໍ່ໄປວ່າ ເຖິງແມ່ນວ່າ ຈະບໍ່ພົບ ການ ຄ້າມະນຸດ ໃນພື້ນທີ່ ນີ້ເທື່ອ ຊຶ່ງສ່ວນໃຫຍ່ ຈະເຫັນໃນ ຮູບແບບ ຄົນງານ ຕ່າງດ້າວ ທັງທີ່ ຖືກຕ້ອງ ຕາມກົດໝາຍ ແລະ ລັກເຂົ້າມາ ປະເທດໄທ ຕາມຝັ່ງ ແມ່ນໍ້າຂອງ ຕາມຊ່ອງທາງ ເຂົ້າອອກ ຕາມທັມມະດາ. ທີ່ຜ່ານມາ ກໍມີການ ແອບແຝງ ລັກເຂົ້າມາ ຂາຍ ບໍລິການ ຫລືຄ້າ ຢາເສບຕິດ ຊຶ່ງໄດ້ຖືກຈັບ ສົ່ງກັບ ປະເທດ ຕົ້ນທາງ ຕາມກົດໝາຍ.
ສ່ວນ ທ່ານ ມານິດ ວໍຣະຫານ ເຈົ້າໜ້າທີ່ ພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງ ມະນຸດ ແຂວງ ມຸກດາຫານ ໄດ້ເວົ້າວ່າ ການປະຊຸມ ເທື່ອນີ້ ກໍເພື່ອ ຮັບຮູ້ ເຖິງວິທີ ໃນການ ປ້ອງກັນ ແລະ ຊ່ວຍເຫລືອ ປະຊາຊົນ ບໍ່ໃຫ້ຕົກ ເປັນເຫຍື່ອ ຂອງການ ຄ້າມະນຸດ ພ້ອມກັບ ການກວດສອບ ຄືນ ມາຕການ ໃນການ ສົ່ງກັບ ພູມລໍາເນົາ ຜູ້ເສັຍຫາຍ ຫລືຜູ້ ເຄາະຮ້າຍ ທີ່ໄດ້ຕົກ ເປັນເຫຍື່ອ. ກອງປະຊຸມ ໄດ້ຈັດຕັ້ງ ຄນະກັມມະການ ຮ່ວມ ເພື່ອ ປະສານງານ ລະຫວ່າງ ສອງແຂວງ, ສອງປະເທດ.