ຜູ້ຮັບເຄາະຈາກ ກຸ່ມຄ້າມະນຸດ ແມ່ນຜູ້ຍິງສ່ວນຫຼາຍ
2010.09.09
ທ່ານ ປະດີດ ເດດພົມມະເທດ ຫົວຫນ້າ ກົມສັງຄົມ ສົງເຄາະ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ສປປລາວ ແລະ ກໍ່ເປັນຜູ້ຮອງ ຫົວຫນ້າກອງ ເລຂາ ຕ້ານການ ຄ້າມະນຸດ ຂອງລາວ ໄດ້ກ່າວຕໍ່ສື່ ມວນຊົນທ້ອງຖີ່ນ ວ່າງມໍ່ໆ ມານີ້ວ່າ ສປປລາວ ຍັງມີຜູ້ຕົກ ເປັນເຫຍື່ອຂອງ ຂະບວນການ ຄ້າມະນຸດ ເປັນຈຳນວນ ຫລວງຫລາຍ ຄາດວ່າ ປີນື່ງ ບໍ່ຕ່ຳກວ່າ 100 ຄົນ ໂດຍສະເພາະ ຜູ້ຍີງ ຈາກຜົລການ ສຳຣວດ ນັບຕັ້ງແຕ່ປີ 2001 ມາຮອດ ປັດຈຸບັນ ຊື່ງທັງຫມົດ ມີຢູ່ 1553 ຄົນ ໃນນັ້ນ ມີພຽງ 53 ຄົນເປັນຜູ້ຊາຍ ສ່ວນໃຫຍ່ ຈະເປັນຜູ້ຍີງ ອາຍຸຕ່ຳກວ່າ 18 ປີ.
ທ່ານວ່າ ຈຳນວນຕົວເລກ ດັ່ງກ່າວ ແມ່ນຜູ້ທີ່ ທາງການ ສາມາດຊ່ອຍເຫລືອ ມາໄດ້ ຫລືຜູ້ທີ່ ອາສາສມັກ ກັບບ້ານດ້ວຍ ຕົນເອງ ຫມາຍຄວາມວ່າ ຍັງມີອີກ ຈຳນວນ ຫລວງຫລາຍ ທີ່ຫາຍ ສາບສູນ ທີ່ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ທີ່ບໍ່ສາມາດ ພົບເຫັນໄດ້. ຕາມຕົວເລກ ທີ່ບໍ່ເປັນ ທາງການ ປັດຈຸບັນ ມີແຮງງານ ລາວ ປະມານ 2 ແສນຄົນ ທີ່ເຮັດວຽກ ແບບຖືກຕ້ອງ ຕາມກົດຫມາຍ ແລະ ຜິດກົດຫມາຍ ໃນໄທ ໃນນັ້ນ ເກືອບ 40 % ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ສ່ວນໃຫ່ຍ ແມ່ນຜູ້ຍີງ.
ທ່ານ ປະດີດ ກ່າວຕໍ່ໄປວ່າ ຜູ້ຍີງທີ່ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ສ່ວນໃຫຍ່ ແມ່ນເດັກນ້ອຍ ອາຍຸຕ່ຳກວ່າ 18 ປີ ໃນຈຳນວນ 1553 ຄົນນັ້ນ ມີຢູ່ 1,300 ຄົນ. ການທີ່ ຜູ້ຍິງລາວ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ເປັນຈຳນວນ ຫລວງຫລາຍ ເປັນຍ້ອນຄວາມ ແຕກຕ່າງ ທາງດ້ານສັງຄົມ ຣະຫວ່າງ ລາວກັບໄທ ແລະ ຄວາມທຸກຈົນ ຂອງຄອບຄົວ ຮ່ວມດ້ວຍ ການຕົວະຍົວະ ຫລອກລວງ ຂອງກຸ່ມນາຍຫນ້າ ທີ່ຕັ້ງເປົ້າ ໃສ່ກຸ່ມຜູ້ຍີງ ຫລາຍກວ່າ.
ຣັຖບານລາວ ໄດ້ລົງນາມ ຄວາມເຂົ້າໃຈ ກ່ຽວກັບບັນຫາ ດັ່ງກ່າວ ກັບຣັຖບານໄທ ໃນປີ 2006 ແລະ ໃນຣະຍະ ຫລັງໆມານີ້ ທາງການໄທ ກໍເອົາໃຈໃສ່ ກ່ຽວກັບບັນຫາ ນີ້ຫລາຍຂື້ນ.