ການຄ້າມະນຸດ ນັບມື້ຮ້າຍແຮງຂື້ນ

ການຄ້າມະນຸດ ໃນທຸກຂົງເຂດ ມີການຂຍາຍຕົວ ສຸງຂື້ນ ຜູ້ຍີງ ແລະເດັກນ້ອຍ ຕົກເປັນເປົ້າຫມາຍ ແລະສ່ຽງຕໍ່ເຄາະຮ້າຍ.

0:00 / 0:00

ກົດຟັງສຽງ

ນາງສາວ ເດືອນ ວົງສາ ຜູ້ຈັດການສູນ ປະສານງານ ຕໍ່ຕ້ານການຄ້າມະນຸດ ປະຈຳເຂດພາກເຫນືອ ຕອນເທີງຂອງໄທ ຫລື TRAFCORD ກ່າວກ່ຽວກັບ ສະຖານະການ ການຄ້າມະນຸວ່າ ນັບຕັ້ງແຕ່ ອົງການ Trafcord ກໍ່ຕັ້ງຂື້ນຢ່າງເປັນ ທາງການໃນປີ 2002 ໄດ້ເຮັດວຽກກ່ຽວ ກັບການຕ້ານການ ຄ້າມະນຸດໃນເຂດ 8 ແຂວງພາກເຫນືອຂອງໄທ ຮ່ວມດ້ວຍແຂວງຕາກ ພົບວ່າ ສະຖານະການ ການຄ້າມະນຸດ ມີຄວາມຮຸ່ນແຮງຂື້ນ ກວ່າເກົ່າ ທັງກຸ່ມທີ່ສ່ຽງ ແລະ ກຸ່ມເດັກນ້ອຍ ເລີ້ມມີແນວໂນ້ມວ່າ ອາຍຸນ້ອຍລົງຈົນ ເຖິງວັຍເດັກ, ກຸ່ມດັ່ງກ່າວ ເປັນເປົ້າຫມາຍຂອງ ກຸ່ມຄ້າມະນຸດ ທີ່ຈະຫລອກລວງ ໃຫ້ຄ້າປະເວນີ.

ອົງການດັ່ງກ່າວ ຍັງພົບວ່າມີ ກຸ່ມແຮງງານຕ່າງດ້າວ ຫລືແຮງານຂ້າມຊາດ ຈາກປະເທດເພື່ອນບ້ານ ຂອງໄທ ກຳລັງກາຍເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ຫລາຍຂື້ນ ຊື່ງແຮງງານເຫລົ່ານີ້ ເມື່ອຖືກຫລອກໃຫ້ ໄປເຮັດວຽກແລ້ວ ພວກຂະເຈົ້າຈະຖືກ ບັງຄັບຕ່າງໆນານາ ເຊັ່ນ ການກັກຂົງຕົວ ບໍ່ໄດ້ຮັບຄ່າຈ້າງ ຖືກຕົບຕີ ທຳລາຍຮ່າງກາຍ ເພາະແຮງງານເຫລົ່ານີ້ ຕ້ອງລັກລີ້ເຮັດວຽກ ບໍ່ມີສິດຕໍ່ລອງ ເພາະເຂົ້າເມືອງ ແບບຜິດກົດຫມາຍ.

ອົງການ ແຕຣັຟຄອດ ໄດ້ໃຫ້ການປ້ອງກັນ ກຸ່ມທີ່ສ່ຽງດັ່ງກ່າວ ໃນ 4 ປະເດັ່ນເຊັ່ນ: ປ້ອງກັນຕົວບຸກຄົນ ໂດຍການໃຫ້ຄວາມຮູ້ ໃນການຣະວັງຕົວ, ປ້ອງກັນຜູ້ທີ່ ຕົກເປັນເຫຍື່ອ ດ້ວຍການບຳບັດ, ຊ່ອຍຜູ້ທີ່ຕົກ ເປັນເຫຍື່ອ ໃຫ້ເຂົ້າສູ່ສັງຄົມ ປົກກະຕິ ບໍ່ໃຫ້ຕົກເຂົ້າໄປໃນ ຂະບວນການມະນຸດ ອີກໃຫມ່ແລະສຸດທ້າຍ, ເຮັດວຽກຮ່ວມກັບກຸ່ມ ອຸປຊົນ ເພື່ອການບໍຣິຈາກ ໃນການຊ່ອຍຕັ້ງ ຊິວິດໃຫມ່ ຂອງພວກຂະເຈົ້າ.