ຂ.ບໍ່ແກ້ວເປັນທາງຜ່ານ ຂອງກຸ່ມຄ້າມະນຸສ
2012.04.20

ກົດຟັງສຽງ
ຂະບວນກາຣ ຄ້າມະນຸສ ຕ່າງຊາຕ ໂດຽສະເພາະ ຈາກ ສປຈີນ ແລະ ພະມ້າ ປ່ຽນມາໃຊ້ ແຂວງ ບໍ່ແກ້ວ ເປັນທາງຜ່ານ ຫລາຍຂຶ້ນ ເພື່ອເຄື່ອນຍ້າຍ ແຮງງານ ໄປຍັງ ປະເທສໄທຽ ຍ້ອນກາຣ ກວດກາ ຕາມຊາຍແດນ ລາວ ບໍ່ເຂັ້ມແຂງພໍ. ດັ່ງເຈົ້າໜ້າທີ່ ອົງກາຣ ສາກົລ ຕ້ານກາຣ ຄ້າມະນຸສ ໄດ້ແຈ້ງວ່າ:
"ຄົນພະມ້າ ເຂົ້າທາງລາວ ແລ້ວ ເຂົ້າໄປໄທຽ ຈັງຊີ່ນ໋າ ຄົນຈີນ ອາຈສິເຂົ້າມາ ທາງພະມ້າ ເຂົ້າມາລາວ ແລ້ວກໍເຂົ້າ ໄປໄທຽ ຈັງຊີ່ນ໋າ ມັນມີສາຍ (ຂອງໃຜ) ຂອງມັນ".
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣກວດກາ ຕາມດ່ານຊາຍແດນ ຢູ່ແຂວງ ບໍ່ແກ້ວ ຍັງບໍ່ເຄັ່ງຄັດ ເຂັ້ມແຂງ ຈຶ່ງມີຂະບວນ ກາຣຄ້າມະນຸສ ຈາກ ປະເທສ ເພື່ອນບ້ານ ຜ່ານເຂົ້າ ເມືອງລາວ ສ່ວນຫລາຍແມ່ນ ໃນນາມ ເປັນນັກ ທ່ອງທ່ຽວ ແລ້ວເດີນທາງ ຕໍ່ໄປຍັງ ປະເທສໄທຽ ແລະໃນຂນະ ດຽວກັນກໍມີ ກາຣລັກລອບນໍາ ຢາເສພຕິດ ຫຼືສິນຄ້າ ຜິດກົດໝາຍ ແລະສິນຄ້າ ລະເມີດສິທທິ ຕ່າງໆ ເຂົ້າເມືອງລາວ ນຳອີກ.
ສະເພາະ ກາຣຄ້າມະນຸສ ຂອງຄົນລາວ ໃນແຂວງ ບໍ່ແກ້ວນັ້ນ ທ່ານກໍວ່າ ມີພວກນາຍໜ້າ ທີ່ຕິດຕໍ່ ເອົາຄົນໄປ ເຮັດວຽກກາຣງານ ຢູ່ປະເທສໄທຽ ຫລາຍຂຶ້ນ ເຊັ່ນກັນ ແຕ່ສ່ວນຫລາຍ ກໍຈະບໍ່ຜ່ານ ດ່ານຊາຍແດນ ຂອງໄທຽ ໄປໄດ້ ຍ້ອນກາຣກວດກາ ຂອງ ເຈົ້າໜ້າທີ່ໄທຽ ລະອຽດ ແລະ ມີເຄື່ອງມື ສຳຫລັບ ກາຣກວດ ທີ່ທັນສມັຍ ກວ່າຢູ່ທາງ ຝັ່ງລາວ.
ເຈົ້າໜ້າທີ່ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ກາຣທີ່ມີ ນັກທ່ອງທ່ຽວ ເຂົ້າແຂວງ ບໍ່ແກ້ວ ຢ່າງຫລວງ ຫລາຍນັ້ນ ກໍເປັນກາຣດີ ສຳລັບ ທຸຣະກິຈ ກາຣຄ້າຂາຍ ແຕ່ໃນຂນະ ດຽວກັນ ກໍມີບັນຫາ ທາງສັງຄົມ ຫລາຍໆຢ່າງ ຕາມມາ ເຊັ່ນກັນ.