ກົດຟັງສຽງ
ຈາກການ ລາຍງານຂ່າວ ຂອງ ວິທຍຸ ເອເຊັຍເສຣີ ກ່ຽວກັບ ອະດີດ ພະນັກງານ ຂອງ ທາງການລາວ ອອກກິນບໍານານ ໄປແລ້ວ ແລະໄດ້ຮັບ ເອົາເດັກນ້ອຍ ມາເປັນລູກລ້ຽງ ແລະຂາຍ ຕໍ່ໃຫ້ຊາວ ຕ່າງຊາດນັ້ນ ຫລ້າສຸດ ກໍໄດ້ມີ ຂໍ້ມູນ ເພີ້ມຕື່ມກ່ຽວກັບ ຂັ້ນຕອນ ໃນການຂາຍ ເດັກນ້ອຍ ຊຶ່ງເຫັນວ່າ ຜູ້ກ່ຽວ ແມ່ນເຮັດໄປ ຕາມລໍາພັງ ແຕ່ຜູ້ດຽວ ມີການຕິດຕໍ່ ໂດຍຕຣົງກັບ ລູກຄ້າ ຊາວຕ່າງຊາດ ແບບລັັບໆ ບໍ່ໄດ້ມີ ນາຍໜ້າ ຫລື ຂະບວນການໃດ ມາກ່ຽວຂ້ອງ ນໍາເລີຍ. ດັ່ງເຈົ້າໜ້າທີ່ ຕໍາຣວດ ສືບສວນ ສອບສວນ ເວົ້າວ່າ:
"ຕົ້ນຕໍ ແຕ່ຫລັກໆ ຈະແມ່ນແຕ່ ໝໍນີ້ ຜູ້ດຽວ ເຂົາບໍ່ໂຄສະນາ ເຂົາບໍ່ມີ ຂາພົວພັນ ຕິດຕໍ່ກັນ ໂດຍກົງ ເຂົາຈະເຮັດກັນ ດ້ວຍຄວາມລັບ".
ເຈົ້າໜ້າທີ່ ເວົ້າອີກວ່າ ຕາມຂໍ້ມູນ ທີ່ຕໍາຣວດ ໄດ້ມາ ລູກຄ້າ ຊາວຕ່າງຊາດ ທີ່ມາຕິດຕໍ່ ຂໍຊື້ເດັກນ້ອຍ ມີທັງຈາກ ຝຣັ່ງເສດ ອະເມຣິກາ ການາດາ ແລະ ນິວຊີແລນ. ໂດຍການ ຕິດຕໍ່ ຊື້ຂາຍ ຈະມີຂຶ້ນຢູ່ ນະຄອນຫຼວງ ວຽງຈັນ. ເມື່ອການ ເຈຣະຈາ ຊື້ຂາຍ ຕົກລົງ ກັນໄດ້ແລ້ວ ຜູ້ຂາຍ ກໍຈະໄປ ແລ່ນໜັງສື ໂອນສັນຊາດ ໃຫ້ແກ່ເດັກນ້ອຍ ແລະ ຊາວຕ່າງຊາດ ກໍຈະພາ ເດັກນ້ອຍ ກັບໄປປະເທດ ຂອງຕົນ ທັນທີ.ເຈົ້າໜ້າທີ່ ຍອມຮັບ ວ່າການນໍາເອົາ ຜູ້ກະທໍາຜິດ ມາດຳເນີນ ຄະດີ ນັ້ນ ເປັນເຣື່ອງຍາກ ເນື່ອງຈາກວ່າ ບໍ່ມີຫລັກຖານ ພຽງພໍ ແລະ ຜູ້ທີ່ເຮັດຜິດ ກໍມີຄວາມຮູ້ ດ້ານກົດໝາຍ ຂັ້ນສູງພໍໂຕ.
ປັດຈຸບັນ ທາງເຈົ້າໜ້າທີ່ ຕໍາຣວດ ກໍເຮັດໄດ້ ພຽງແຕ່ ສເນີໄປທາງ ກະຊວງ ຍຸຕິທັມ ເພື່ອຢຸດ ການອອກ ອະນຸຍາດ ຂໍເດັກນ້ອຍ ມາເປັນລູກລ້ຽງ ເພື່ອປ້ອງກັນ ບໍ່ໃຫ້ມີການ ຂາຍເດັກນ້ອຍ ອີກຕໍ່ໄປ. ນອກຈາກ ບັນຫາ ທີ່ໄດ້ກ່າວມາ ແລ້ວນັ້ນ ສປປລາວ ກໍຍັງບໍ່ ສາມາດ ປາບປາມ ການຄ້າມະນຸດ ໄດ້ຢ່າງເຄັ່ງຄັດ ແລະ ຈິງຈັງເທື່ອ ແລະກົດໝາຍ ວ່າດ້ວຍການ ຄ້າມະນຸດ ກໍກໍາລັງ ຮ່າງຢູ່ ຊຶ່ງອາດຈະໃຊ້ ເວລາດົນ ພໍສົມຄວນ.