ສປປລາວ ຕົກລົງ ໃຫ້ UNHCR ຕິດຕາມ ສະພາບ ຕົວຈິງ ຕາມ ສູນ ພັກຊົ່ວຄາວ ຕ່າງໆ ໃນ ລາວ

ອົງການຂ້າຫລວງໃຫຍ່ສະຫະປະຊາຊາດ ດ້ານອົພຍົບຫລື UNHCR ມີຄວາມປະ ສົງຢາກເຂົ້າໄປກວດເບີ່ງສະພາບຄວາມເປັນຢູ່ຂອງຊາວມົ້ງທີ່ຖືກສົ່ງກັບຄືນປະເທດລາແລ້ວ ນັ້ນ.
ໄມໂຊລີ ຣາຍງານ
2008.05.30

ທ່ານ Raymond Hall, ຜູ້ ຕາງໜ້າ ຫ້ອງການ UNHCR, ໄດ້ ຫາຣື ກັບ ທ່ານ ນົພະດົນ ປັຕະມາ, ຣັຖມົນຕຣີ ການຕ່າງປະເທດ ໄທ, ທີ່ ກ່າວ ກ່ຽວກັບ ບັນຫາ ຊາວມົ້ງ ທີ່ ຖືກ ສົ່ງກັບ ໄປ ປະເທດ ລາວ ແລ້ວ ນັ້ນ, ຊຶ່ງ ທ່ານ ນົພະດົນ ແຈ້ງ ຕໍ່ ທ່ານ Hall ວ່າ: ກ່ຽວກັບ ເຣື່ອງນີ້ ທ່ານ ກໍ ໄດ້ຮັບ ປາກຄຳ ຈາກ ທ່ານ ທອງລຸນ ສີສຸລິດ, ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ການຕ່າງປະເທດ ລາວ ທີ່ ກ່າວວ່າ: ທາງການລາວ ຕົກລົງ, ເຫັນພ້ອມ ແລະ ຍິນດີ ອະນຸຍາດ ໃຫ້ ເຈົ້າໜ້າທີ່ ສະຫະ ປະຊາຊາດ ເຂົ້າໄປ ຢ້ຽມຢາມ ສຳຣວດ ສະພາບ ຄວາມເປັນຢູ່ ຂອງ ຊາວມົ້ງ ຕາມ ບ່ອນ ທີ່ ທາງການ ລາວ ໄດ້ ຈັດ ໄວ້ ໃຫ້ ພວກ ເຂົາເຈົ້າ ນັ້ນ.

ຢ່າງໃດກໍຕາມ, ປັຈຸບັນ ນີ້ ຍັງມີ ຊາວມົ້ງ ທີ່ ຢູ່ ໃນ ຄວາມອຸປະຖັມ ຂອງ ທາງການ ໄທ ທີ່ ບ້ານ ຫ້ວຍນ້ຳຂາວ ບໍ່ຕໍ່າກວ່າ 7,800 ຄົນ ນັບແຕ່ ປີ 2004 ເປັນ ຕົ້ນມາ, ຊຶ່ງ ຊາວມົ້ງ ກຸ່ມ ດັ່ງກ່າວ ເວົ້າວ່າ: ພວກຕົນ ເປັນ ພີ່ນ້ອງ ຫລື ລູກຫລານ ຂອງ ທະຫານ ຊາວມົ້ງ ທີ່ ເຄີຽ ຮ່ວມມື ກັບ ກຳລັງ ສະຫະຣັຖ ໃນ ປາງ ສົງຄາມ ວຽດນາມ ທີ່ ສິ້ນສຸດ ລົງ ແຕ່ ປີ 1975 ແລະ ຢ້ານວ່າ ພວກຕົນ ຈະ  ບໍ່ມີ ຄວາມປອດພັຍ ຈຶ່ງ ຫລົບໜີ ເຂົ້າ ໄທ ເພື່ອ ຂໍ ລີ້ພັຍ ການເມືອງ; ແຕ່ ທາງການ ລາວ ກໍ ໄດ້ທວງ ໃຫ້ ທາງການ ໄທ ສົ່ງ ເຂົາເຈົ້າ ກັບຄືນ ປະເທດ ແລະ ເວົ້າວ່າ: ພວກຄົນ ເຫລົ່ານີ້ ບໍ່ ແມ່ນ ໜີພັຍ ການເມືອງ ແຕ່ ຫາກແມ່ນ ໜີພັຍ ເສຖກິດ.

ຄຳສັບ ຊອກຫາຂໍ້ມູນ
: ອົບພຍົບ Refugee ຊາວມົ້ງລາວ hmong

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.