ທາງການ ໄທ ຈັດສົ່ງ ຊາວມົ້ງລາວ ກັບ ສປປລາວ 56 ຄົນ
2008.06.02

ໃນ ມື້ ວັນສຸກ ທີ 30 ພຶສພາ ທາງການໄທ ຈັດສົ່ງ ຊາວລາວ ເຜົ່າມົ້ງ ທີ່ ເຂົ້າເມືອງ ຜິດ ກົດໝາຍ ຈາກ ສູນ ບ້ານ ຫ້ວຍນ້ຳຂາວ ແຂວງ ເພັສບູນ ຂອງ ໄທ ຊຸດ ທີ 5 ກັບຄືນ ສູ່ ສປປລາວ ຜ່ານ ຂົວ ມິດຕະພາບ ວຽງຈັນ - ໜອງຄາຍ, ທັງໝົດ ມີ 17 ຄອບຄົວ, 56 ຄົນ. ໃນ ຈຳນວນ ດັ່ງກ່າວ ມີ ເດັກນ້ອຍ 20 ຄົນ. ພວກ ຂະເຈົ້າ ມີ ຄວາມສະມັກໃຈ ຢາກ ກັບຄືນ ຖິ່ນຖານ ບ້ານເກີດ ເພື່ອ ເລີ້ມຕົ້ນ ຊີວິດໃໝ່.
ກ່ຽວກັບ ເຣື້ອງນີ້ ທ່ານ ຢົ້ງ ຈັນທະລັງສີ, ໂຄສົກ ກະຊວງ ການຕ່າງປະເທດ ລາວ, ໄດ້ ກ່າວ ຕໍ່ ສື່ມວນຊົນ ກ່ຽວກັບ ແຜນການ ຮັບເອົາ ແລະ ດູແລ ເບິ່ງແຍງ ຊາວລາວ ເຜົ່າມົ້ງ ກຸ່ມ ນີ້ ວ່າ:
“56 ຄົນ ນີ້, ໃນ ລະຫວ່າງ 1 ອາທິດ ຈະ ໄດ້ ສອບສວນ ກັບ ຂະເຈົ້າ ວ່າ ຕົ້ນປາຍ ສາຍເຫດ ເປັນແນວ ໃດ໋? ບ້ານເກີດ ເມືອງນອນ ຢູ່ໃສ? ຖ້າວ່າ ຍັງມີ ພີ່ນ້ອງ, ຍັງມີ ບ່ອນ ທຳມາ ຫາກິນ, ພວກ ຂ້າພະເຈົ້າ ຈະ ສົ່ງຄືນ ເມືອບ້ານ ຂາດຕົວ.”
ຊາວມົ້ງລາວ ທີ່ ສະມັກໃຈ ກັບຄືນ ລາວ ນີ້, ຖືວ່າ ໄດ້ ຮັບເງິນ ຊ່ອຍເຫຼືອ ຈາກ ທາງການ ໄທ ຄອບຄົວ ລະ ປະມານ 10,000 ຫາ 15,000 ບາດ ເພື່ອ ເປັນທຶນ ໃນ ການຕັ້ງຕົ້ນ ຊີວິດ ໃໝ່ ແລະ ຫຼັງຈາກ 1 ອາທິດ, ທາງການລາວ ຈະ ນຳໂຕ ສົ່ງ ໄປ ສອບຖາມ ຄວາມເປັນມາ ແລະ ອົບຮົມ ແນວຄິດ ຕ່າງໆ ທີ່ ເມືອງ ປາກຊັນ ແຂວງ ບໍຣິຄຳໄຊ ກ່ອນ ຈະ ສົ່ງ ກັບຄືນ ບ້ານເກີດ, ຍົກເວັ້ນ ແຕ່ ກຸ່ມ ທີ່ ບໍ່ມີ ໄຮ່ນາ ບ້ານເຮືອນ ເຫຼືອຢູ່ ແລະ ກຸ່ມ ທີ່ ເຄີຍ ຖາງປ່າ ແບບ ຊະຊາຍ ເປັນອາຊີບ; ຈຳພວກ ນີ້ ທາງການ ລາວ ຈະ ຊ່ອຍເຫຼືອ ໃນ ເບື້ອງຕົ້ນ ຈົນ ຈະ ສາມາດ ກຸ້ມ ໂຕເອງ ໄດ້ ແລະ ຈະ ໃຫ້ ໄປ ອາສັຍ ຢູ່ ໃນ ເຂດ ບ້ານ ຜາຫຼັກ ແຂວງ ວຽງຈັນ ຊຶ່ງ ເປັນ ບ່ອນ ທີ່ ມີ ການຈັດສັນ ໂຄງຮ່າງ ພື້ນຖານ ໃນ ການທຳມາ ຫາກິນ ໄວ້ ໃຫ້ ພວກ ຂະເຈົ້າ ແລ້ວ.
ທ່ານ ຢົ້ງ ກ່າວຢ້ຳ ເຖິງ ຄວາມ ພະຍາຍາມ ຮ່ວມ ກັນ ຂອງ ລາວ ແລະ ໄທ ໃນ ການແກ້ໄຂ ບັນຫາ ຊາວມົ້ງລາວ ບ້ານ ຫ້ວຍນ້ຳຂາວ ໃນ ຂະນະ ນີ້ ອີກ ວ່າ:
“ພວກເຮົາ ຮູ້ດີ ວ່າ ບັນຫາ ນີ້, ມີ ຝ່າຍ ທີ 3 ພະຍາຍາມ ທີ່ ສຸດ ຈະ ບິດເບືອນ ຄວາມຈິງ. ດັ່ງນັ້ນ, ພວກເຮົາ ທັງ 2 ຝ່າຍ ຊຶ່ງ ຮ່ວມມື ກັນ ດ້ວຍດີ ຕລອດມາ ຈະ ພະຍາຍາມ ທີ່ ຈະ ໃຫ້ ມີ ຄວາມໂປ່ງໃສ ຕລອດໄ ປ.”
ທາງການ ໄທ ເປີດເຜີຍ ວ່າ: ໃນ ເວລາ ນີ້, ມີ ຊາວມົ້ງລາວ ຢູ່ ສູນ ບ້ານ ຫ້ວຍນ້ຳຂາວ ອີກ ຈຳນວນ ຫຼວງ ຫຼາຍ ສະແດງ ຄວາມສະມັກໃຈ ຢາກ ຈະ ກັບຄືນ ລາວ ພາຍຫຼັງ ທີ່ ໄດ້ ຮູ້ ວ່າ ຖືກ ຕົວະ ວ່າ ຈະ ໄດ້ ໄປ ປະເທດ ທີ 3.
ຄຳສັບ ຊອກຫາຂໍ້ມູນ: ອົບພຍົບ refugee ຊາວມົ້ງລາວ hmong