ຊາວມົ້ງລາວ ທີ່ຄ້າງຢູ່ ບ້ານຫ້ວຍນ້ຳຂາວ ກາຍເປັນຄົນ ເຂົ້າເມືອງຜິດກົດໝາຍ

ຫນ່ວຍທະຫານໄທ ທີ່ບ້ານຫ້ວຍນ້ຳຂາວ ຈະດຳເນີນການ ສົ່ງຊາວມົ້ງ ກັບລາວ ພາຍໃຕ້ກົດຫມາຍ ຄົນເຂົ້າເມືອງຂອງໄທ ຫລັງຈາກຂໍ້ກຳນົດ ການສົ່ງກັບແບບ ສມັກໃຈ ສີ້ນສຸດລົງໃນ ເດືອນທ້າຍກັນຍາ.
ສິດນີ
2009.10.01

ຊາວມົ້ງລາວ ທີ່ແຂວງເພັສບູນ ເວົ້າວ່າ, ທາງການໄທໄດ້ອອກ ປະກາດ ແຈ້ງຊາວມົ້ງລາວ ໃນສູນກັກຂັງຊົ່ວຄາວ ທີ່ ແຂວງເພັສບູນ ວ່າຫລັງຈາກ ວັນທີ30ກັນຍາ ເປັນຕົ້ນໄປ, ທະຫານໄທ ຈະດຳເນີນການ ສົ່ງຊາວມົ້ງກັບລາວ ໃຫ້ຫມົດ ໃນທ້າຍປີ2009 ພາຍໃຕ້ກົດຫມາຍ ຄົນເຂົ້າເມືອງ ຂອງໄທ. ຫັລງຈາກຂໍ້ກຳນົດ ການສົ່ງກັບບ້ານ ແບບສມັກໃຈ ສີ້ນສຸດລົງ ໃນທ້າຍເດືອນ ກັນຍາ ດັ່ງຊາວມົ້ງລາວ ຄົນນື່ງເວົ້າວ່າ:

"ຕອນນື່ງທະຫານໄທ ເພີ່ນປິດການ ສມັກໃຈແລ້ວ ເພີ່ນບອກວ່າ ເພີ່ນຈະສົ່ງກັບ ເພີ່ນອອກເປັນ ຖແລງການທາງວິທຍຸ ເພີ່ນບອກວ່າ ເພີ່ນຈະໃຊ້ກຳລັງ ທະຫານມາ ບັງຄົບ ໃນເດືອນຕຸລານີ້."

ໃນລະຍະຜ່ານມາ ທາງການໄທ ໄດ້ສົ່ງຊາວມົ້ງ ຈາກບ້ານຫ້ວຍນ້ຳຂາວ ກັບລາວ ດ້ວຍຄວາມສມັກໃຈ ພາຍໃຕ້ ຂໍ້ຕົກລົງ ຂອງຄນະ ອະນຸກັມມະການ ຮັກສາຄວາມ ສງົບຮຽບຮ້ອຍ ຕາມແນວຊາຍແດນ ລາວ-ໄທ ວິທີການດັ່ງກ່າວ ໄດ້ຫມົດກຳນົດລົງ ໃນວັນທີ30ກັນຍາ ຫລັງຈາກນັ້ນທາງ ການໄທ ຈະດຳເນີນການ ສົ່ງກັບຊາວມົ້ງ ພາຍໃຕ້ກົດຫມາຍ ຄົນເຂົ້າເມືອງຂອງໄທ.

ກ່ຽວກັບເຣື້ອງດັ່ງກ່າວ ພົລຕຣີ ເທວາ ເພັນເຂດກ້ອນ ຮອງເຈົ້າກົມກິຈການ ຊາຍແດນທະຫານໄທ ໄດ້ໃຫ້ສັມພາດ ຕໍ່ຜູ້ສື່ຂ່າວ ຫລັງຈາກການສົ່ງ ຊາວມົ້ງກັບລາວ ຄັ້ງທີ18 ທີ່ນະຄອນຫລວງ ວຽງຈັນວ່າ:

"ໃນຈຳນວນທີ່ເຫລືອ ອີກ4,426ຄົນ ທາງຣັຖບານໄທ ມີນະໂຍບາຍ ທີ່ແນ່ນອນ ຊັດເຈນວ່າ ຈະສົ່ງກັບໃຫ້ ສຳເຣັດພາຍ ໃນປີນີ້ ໂດຍທັງສມັກໃຈ ແລະບັງຄັບໃຊ້ ກົດຫມາຍຄົນເຂົ້າເມືອງ ໃນຊ່ວງນີ້ຖ້າ ເກີດມີພີ່ນ້ອງ ຊາວມົ້ງລາວ ທີ່ມີຄວາມປະສົງ ຢາກກັບໂດຍສມັກໃຈ ເຮົາກໍ່ຈະມາ ສົ່ງຢ່າງຕໍ່ເນື່ອງ."

ເທົ່າເຖີງປັດຈຸບັນ ທະຫານໄທທີ່ ໄດ້ສົ່ງຊາວມົ້ງ ກັບລາວແລ້ວ18ຄັ້ງ ຮວມທັງຫມົດ ປະມານ3,144ຄົນ ສ່ວນເຫລືອທີ່ຍັງຄ້າງ ຢູ່ສູນຊົ່ວຄາວ ບ້ານຫ້ວຍນ້ຳຂາວ    ປະມານ4,426ຄົນ ທີ່ຈະຖືກສົ່ງ ກັບລາວ ໃຫ້ຫມົດໃນທ້າຍປີນີ້.

ທາງການໄທເວົ້າວ່າ ກຸ່ມຊາວມົ້ງດັ່ງກ່າວ ເປັນຄົນເຂົ້າເມືອງ ທີ່ຜິດກົດຫມາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.