ອະນຸສາວະຣີ ນັກຮົບເກົ່າ ມົ້ງ ແລະ ລາວ, ຣັດ ມິນເນໂຊຕາ ສະຫະຣັດ ອາເມຣິກາ

ຣັດ ມິນເນໂຊຕາ ສະຫະຣັດ ອາເມຣິກາ ຈະສ້າງ ອະນຸສາວະຣີ ເພື່ອເປັນກຽດ ໃຫ້ແກ່ ກອງກຳລັງ ຊາວມົ້ງ ທີ່ໄດ້ ໃຫ້ ການຊ່ວຍເຫລືອ ກອງທັບ ສະຫະຣັດ ໃນ ປາງສົງຄາມ ວຽດນາມ.
ຈຳປາທອງ ຣາຍງານ
2008.05.22

ຣັດ ມິນນີໂຊຕາ ສະຫະຣັດ ອາເມີິຣິກາ ມີ ແຜນການ ທີ່ ຈະສ້າງ ອະນຸສາວະຣີ ເພື່ອ ສັນລະເສີນ ແລະ ເປັນກຽດ ໃຫ້ແກ່ ກອງກຳລັງ ຊາວມົ້ງ ຫລື ກອງກຳລັງ ພິເສດ ທີ່ ໄດ້ໃຫ້ ການຊ່ວຍເຫລືອ ກອງທັບ ສະຫະຣັດ ຢູ່ ປະເທດລາວ ສະໄໝ ສົງຄາມ, ຕາມຂ່າວ ຂອງ ອົງການຂ່າວ AP ຈາກ ຣັດ ມິນເນໂຊຕາ ໃນວັນທີ 21 ພຶດສະພາ 2008 ນີ້.

ໜັງສືພິມ The St. Paul Pioneer ລາຍງານ ວ່າ ຣັດ ມິນເນໂຊຕາ ຂະນະນີ້ ຢູ່ ຣະຫວ່າງ ການຊອກຫາ ນັກສະຖາປະນິກ ອອກແບບ ອະນຸສາວະຣີ ນັ້ນ.

ອະນຸສາວະຣີ ມິນເນໂຊຕາ ສຳລັບ ກອງກຳລັງ ພິເສດ ຢູ່ ລາວ ຈະຖືກ ສ້າງຂື້ນ ຢູ່ເດີ່ນ ສະພາ Congress ຂອງ ຣັດ ມິນເນໂຊຕາ ຊຶ່ງຢູ່ໄກ້ກັບ ອະນຸສາວະຣີ ວຽດນາມ ຢູ່ຣັດ ມິນເນໂຊຕາ.

ທ່ານ ຈູ ວື, ປະທານ ຄະນະ ກຳມະການ ສ້າງຮູບປັ້ນ ນັກຣົບເກົ່າ ມົ້ງ ແລະ ລາວ ເວົ້າວ່າ: ບັນດາ ອາດີດ ທະຫານ ຜ່ານເສິກ ຄວນໄດ້ຮັບ ການຍ້ອງຍໍ ສັນລະເສີນ.

ໃນການກໍ່ສ້າງ ອະນຸສາວະລີ ນີ້, ຣັດ ມິນເນໂຊຕາ ຈະຊ່ວຍເງິນ US$150,000.- ແລະ ຄາດວ່າ ຈະ ຮວບຮລວມໄດ້ ຈາກ ຜູ້ສະນັບ ສະໜູນ ເຖິງ US$300,000.-

ຣັດ ມິນເນໂຊຕາ ເປັນ ຣັດ ທີ່ມີ ຊາວມົ້ງ ຈຳນວນ ຫລວງຫລາຍ ມາຕັ້ງ ຖິ່ນຖານ ຢູ່ ພາຍຫລັງ ສົງຄາມ ວຽດນາມ.

ຄວາມເວົ້າຊອກຫາຂໍ້ມູນ: ອົບພຍົບ, ຊາວມົ້ງລາວ, ສະຫະປະຊາຊາດ, Refugee, laohmong, unitednations

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.