ສະຫະປະຊາຊາດ ຕໍ່ບັນຫາ ສົ່ງມົ້ງ ກັບລາວ
2009.03.19
ເມື່ອວັນຈັນ ວັນທີ່ 16 ມິນານີ້ ທ່ານ ກະສິດ ພິຣົມ ຣັຖມົນຕຣີ ການຕ່າງ ປະເທດໄທ ໄດ້ໄປຢ້ຽມຢາມ ຊາວລາວເຜົ່າມົ້ງ ທີ່ສູນບ້ານ ຫ້ວຍນ້ຳຂາວ ເມືອງເຂົາຄໍ້ແຂວງ ເພັດສະບູນ ຂອງໄທ ແລະໄດ້ກ່າວ ກັບນັກຂ່າວວ່າ ມົ້ງລາວຢູ່ສູນ ບ້ານຫ້ວຍນ້ຳຂາວ ຖືກແບ່ງອອກເປັນ ສອງກຸ່ມ ຄື ກຸ່ມນຶ່ງ ແມ່ນພວກທີ່ບໍ່ ຢາກກັບຄືນ ເມື່ອລາວ ຂໍລີ້ໄພການເມືອງ ແລະອີກກຸ່ມນຶ່ງ ແມ່ນພວກທີ່ຈະ ກັບຄືນ ປະເທດລາວ ໂດຍຈະໃຫ້ຮັບ ການຊ່ວຍເຫລືອຈາກ ຫ້ອງການຂ້າຫລວງ ໃຫຍ່ເພື່ອອົພຍົບ ສະຫະປະ ຊາຊາດ ເປັນຢ່າງດີ. ແຕ່ເມື່ອວັນພຸດ ວັນທີ່ 18 ມິນານີ້ ເຈົ້າໜ້າທີ່ຫ້ອງ ການເພື່ອຊາວ ອົພຍົບ ສະຫະປະຊາດ ກ່າວປະຕິເສດ ວ່າຫ້ອງການ ເພື່ອຊາວອົພຍົບ ບໍ່ມີ ສ່ວນຮ່ວມ ໃນການຈັດສົ່ງ ຊາວລາວເຜົ່າມົ້ງ ກັບຄືນ ປະເທດລາວ ນັ້ນເລີຍດັ່ງ ທ່ານ Giuseppe De Vincentis ຮອງຜູ້ຕາງໜ້າ ຫ້ອງການເພື່ອ ອົພຍົບ ສະຫະ ປະຊາຊາດ ປະຈຳພາກພື້ນ ເອເຊັຍຕາວັນ ອອກສ່ຽງໃຕ້ໄດ້ ໃຫ້ສຳພາດແກ່ ນັກຂ່າວວິທຍຸ ເອເຊັຍ ຂອງພວກເຮົາວ່າ:
It’s the first time that I’am hearing from you. we have not received any official communication in that respect.
ທ່ານກ່າວວ່າ ນີ້ເປັນເທື່ອ ທຳອິດ ທີ່ທ່ານໄດ້ຍິນ ຈາກນັກຂ່າວ ຫ້ອງການເພື່ອ ອົພຍົບ ສະຫະປະຊາຊາດ ຍັງບໍ່ທັນໄດ້ ຮັບການຕິດຕໍ່ ແນວໃດກ່ຽວກັບ ເຣື່ອງນັ້ນເລີຍ.ທ່ານບໍ່ໄດ້ ຕິດຕາມຂ່າວ ໃນຣະຍະ ສອງສາມມື້ ທີ່ຜ່ານມາ ສະນັ້ນ ຈຶ່ງບໍ່ຮູ້ວ່າ ຣັຖມົນຕຣີການ ຕ່າງປະເທດໄທ ໄດ້ກ່າວເຖິງ ສະຫະປະຊາຊາດ ມີສ່ວນຮ່ວມກັບ ການ ຈັດສົ່ງຊາວລາວ ເຜົ່າມົ້ງກັບ ຄືນລາວ. ທ່ານ De Vincentis ກ່າວອີກວ່າ:
Up to today UNHCR has not been granted access so we never had access to the camp.
ທ່ານເວົ້າວ່າ ໃນຣະຍະຜ່ານມາ ຫ້ອງການຂ້າຫລວງໃຫຍ່ ເພື່ອຊາວອົພຍົບ ສະຫະປະຊາຊາດ ບໍ່ເຄີຍໄດ້ຮັບ ອະນຸຍາດໃຫ້ ເຂົ້າໄປໃນສູນ ບ້ານຫ້ວຍນ້ຳ ຂາວນັ້ນເລີຍ.