ຣັຖບາລໄທຽ ຄວນຊ່ວຍເຫລືອ ຊາວມົ້ງລາວ ແທນ ການສົ່ງກັບ

ອົງກາຣປົກປ້ອງ ສິທທິມະນຸສຍະຊົນໄທຽ ຢາກໃຫ້ທາງຣັຖບາລໄທຽ ໃຫ້ກາຣຊ່ວຍເຫລືອ ຊາວມົ້ງລາວ ແທນທີ່ຈະຈັດສົ່ງ ກັບຄືນປະເທສ.

0:00 / 0:00

ຍານາງເຕືອນໃຈ ດີເທສນ໌ ຕົວແທນອົງກອຣ ເອກກະຊົນ ທີ່ດຳເນີນວຽກງານ ດ້ານສິທທິມະນຸສຍະຊົນ ໃນປະເທສໄທຽ, ຢາກໃຫ້ທາງກາຣ ຣັຖບາລໄທຽ ໄດ້ໃຫ້ ກາຣຊ່ວຍເຫລືອເບີ່ງແຍງ ບັນດາຊາວມົ້ງລາວ ທີ່ອາສັຍຢູ່ ສູນຊົ່ວຄາວ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັສບູນ ໃນປັຈຈຸບັນ.

ແທນທີ່ຈະຈັດສົ່ງ ເຂົາເຈົ້າກັບຄືນ ໃຫ້ແກ່ທາງກາຣ ສປປລາວ, ເນື່ອງຈາກວ່າເຂົາເຈົ້າ ຕ້ອງກາຣ ທີ່ເພີ່ງທາງໃຈ ແລະຄວາມປອດພັຍ ໃນຊີວີຕ, ພາຍຫລັງທີ່ໄດ້ ຫລົບໜີຈາກຄວາມ ທຸກຂ໌ຍາກ ແລະພັຍອັນຕຣາຍ ສ່ວນຕົວມາກ່ອນ ແລ້ວນັ້ນ:

“ປະເທສໄທຽ ເປັນປະເທສທີ່ ໃຫ້ຄວາມຫວັງ ເພາະວ່າປະເທສ ອ້ອມແອ້ມ ເປັນປະເທສ ສັງຄົມນິຍົມໝົດ, ແລະເວລາ ປະຊາຊົນມີຄວາມ ເດືອດຮ້ອນ ຈາກກາຣ ກົດດັນຂອງຣັຖບາລ ເຂົາເຈົ້າກໍຕ້ອງ ຫລົບໜີໄປເພີ່ງ ປະເທສໄທຽ.”

ໃນປັຈຈຸບັນນີ້ ຍັງມີຊາວມົ້ງລາວ ເຫລືອຢູ່ສູນຊົ່ວຄາວ ບ້ານຫ້ວຍນ້ຳຂາວທັ ງໝົດ 4,656ຄົນ ແລະອີກປະມານ 160ຄົນ ທີ່ຢູ່ໃນຫ້ອງ ກັກຂັງບໍຣິເວນ ດ່ານ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ໃນຂໍ້ຫາເຂົ້າເມືອງ ຜິດກົດໝາຍ ແລະຕ້ອງຖືກສົ່ງ ກັບຄືນເມືອງລາວ ໃຫ້ໝົດພາຍໃນ ປີ2009ນີ້ ເຊັ່ນກັນ, ຕາມຂໍ້ຕົກລົງ ຣະຫວ່າງ ສອງປະເທສ.

ແຕ່ໃນຂນະດຽວກັນ ກໍມີຂໍ້ມູລບາງຢ່າງ ທີ່ເຮັດໃຫ້ເຊື່ອໄດ້ວ່າ ຈຳນວນໜື່ງເປັນ ພວກທີ່ດຳເນີນ ກາຣຕໍ່ຕ້ານ ຣັຖບາລລາວ ຫລືເປັນອະດີດ ໃນກຸ່ມນັກຣົບເກົ່າ ໃນສມັຍສົງຄາມ ທີ່ສິ້ນສຸດລົງ ແຕ່ປີ1975 ຈື່ງບໍ່ປະສົງ ທີ່ຈະກັບຄືນບ້ານ ເພາະຢ້ານ ຈະບໍ່ປອດພັຍ.

ພ້ອມດຽວກັນນີ້ ຍານາງເຕືອນໃຈ ກໍໄດ້ໃຫ້ກາຣ ອະທິບາຍເຖີງ ສຖານະກາຣ ຂອງປະເທສໄທຽ ກັບປະຊາຄົມອາຊ໊ຽນ ທີ່ຕ້ອງມີກາຣ ຮ່ວມມືກັນແກ້ໄຂ ບັນຫາ, ແລະ ໃຫ້ຄວາມຊ່ວຍເຫລືອ ແກ່ຊາວມົ້ງລາວ ດັ່ງກ່າວນີ້:

“ກໍພຍາຍາມ ເປັນກາງໃນດ້ານ ສິທທິມະນຸສຍະຊົນ ທີ່ວ່າ, ເວລາເຂົາເຈົ້າ ເຂົ້າມາອາສັຍ ຢູ່ໃນປະເທສໄທຽ ກໍຕ້ອງໃຫ້ຄວາມ ເບີ່ງແຍງທຸກໆ ຄົນໃຫ້ດີທີ່ສຸດ ແລະເວລາທີ່ ເຫລືອບ່າກວ່າແຮງນັ້ນ, ທາງກາຣໄທຽກໍຕ້ອງ ປະກາສໃຫ້ທາງ ປະຊາຄົມອາຊ໊ຽນ ຮູ້ນຳວ່າ ອັນໃດເປັນອັນໃດ ແລະກໍຕ້ອງໄປ ແກ້ໄຂທີ່ຕົ້ນເຫຕ ຂອງບັນຫານັ້ນໆ ນຳດ້ວຍ.”

ຢ່າງໃດກໍຕາມ ເຖີງແມ່ນທາງກາຣ ລາວແລະໄທຽ ໄດ້ຕົກລົງກັນວ່າ, ບັນຫາ ຂອງຊາວມົ້ງລາວ ເປັນເຣື່ອງເຂົ້າເມືອງ ຜິດກົດໝາຍ ທີ່ທາງກາຣຂອງ ສອງປະເທສ ຈະແກ້ໄຂຮ່ວມກັນ ໂດຽບໍ່ຢາກໃຫ້ ປະເທສທີ່3 ເຂົ້າຫຍຸ້ງກ່ຽວ ແຕ່ປະກາຣໃດ.

ແຕ່ໃນຂນະດຽວກັນ ທາງກຸ່ມມົ້ງລາວ ດັ່ງກ່າວກໍພຍາຍາມ ທຸກວິທີທາງຮຽກຮ້ອງ ຂໍຄວາມຊ່ວຍເຫລືອ ຈາກພີ່ນ້ອງ ໃນປະເທສທີ3 ໃຫ້ເຂົ້າມາຊ່ວຍເຫລືອ ເພາະບໍ່ຢາກຖືກ ສົ່ງກັບເມືອງລາວ.