ນັກວິຊາການໄທ ເປັນຫ່ວງຊາວມົ້ງລາວ 158 ຄົນ

ນັກວິຊາການໄທ ຍັງມີຄວາມເປັນຫ່ວງ ນໍາຊາວມົ້ງລາວ 158 ຄົນ ຊຶ່ງໄດ້ຖືກຮັບປະກັນ ຈາກສະຫະປະຊາຊາດ ວ່າເປັນອົພຍົບ ແລ້ວ.
ສົມເນ
2010.03.19
F-Hm-Borikhamsay ຊາວມົ້ງລາວໃນແຂວງບໍຣິຄໍາໄຊ ທີ່ຖືກສົ່ງກັບຈາກປະເທດໄທ
RFA

ສາສດາຈານ ສຸພາງ ຈັນທະວານິດ ຈາກສະຖາບັນ ເອເຊັຽສືກສາ ຈຸລາລົງກອນ ມະຫາວິທະຍາໄລ ປະເທດໄທ ກ່າວຢູ່ ໃນກອງປະຊຸມ ວິຊາການ ກ່ຽວກັບການ ປະຕິບັດຕໍ່ ຜູ້ລີ້ໄພ ເມື່ອບໍ່ດົນມານີ້ວ່າ ຕົນເອງມີຄວາມ ເປັນຫ່ວງນໍາ ຊາວມົ້ງລາວ 158 ຄົນ ທີ່ທາງການໄທ ສົ່ງກັບຄືນໃຫ້ລາວ ພ້ອມກັນກັບຊາວມົ້ງ ຈາກບ້ານ ຫ້ວຍນໍ້າຂາວ ຈໍານວນ 4 ພັນກ່ວາຄົນ ເພາະວ່າ ຄົນຈໍາພວກນີ້ ອົງການ ສະຫະປະຊາຊາດ ຈັດວ່າ ເປັນບຸກຄົນ ທີ່ໜ້າເປັນຫ່ວງ ແລະຄວນເບິ່ງເຖິງ ຄວາມປອດໄພ ຊີວິດຂອງເຂົາເຈົ້າ:

"ຕອນທໍາອິດ ທີ່ເຂົາເຈົ້າສົ່ງກັບ ອາຈານ ຕົກໃຈຫລາຍ ທີ່ເຂົາສົ່ງ 158 ຄົນໄປພ້ອມກັນ ເພາະອາຈານຄິດວ່າ ຄົນເຫລົ່ານີ້ຄວນ ຈະກັນໄວ້ຕ່າງຫາກ. ເກີດອັນໃດຂື້ນ ກັບຄົນກຸ່ມນີ້ ເຂົາສາມາດເຂົ້າເຖິງ ກົນໄກຂອງການ ໄປຕັ້ງຖິ່ນຖານ ໄດ້ໃໝ່".

ອາຈານ ສຸພາງ ເວົ້າວ່າ ຕົນເຄີຽໄດ້ຕິດຕາມ ຄະນະໄປຢ້ຽມຢາມ ຊາວມົ້ງລາວ ຢູ່ແຂວງບໍຣິຄໍາໄຊ ເມື່ອບໍ່ນານມານີ້ ແລະກໍໄດ້ໄປ ຢ້ຽມຢາມຊາວມົ້ງ ກຸ່ມນີ້ເຊັ່ນກັນ ແລະ ເຫັນວ່າ ທາງການລາວໄດ້ໃຫ້ ການເບິ່ງແຍງພວກເຂົາເຈົ້າ ເປັນຢ່າງດີ, ແຕ່ກໍຄວນ ອະນຸຍາດໃຫ້ ອົງກອນທີ່ສາມ ເຂົ້າໄປເບິ່ງແຍງ ຄວາມປອດໄພ ຂອງເຂົາເຈົ້າດ້ວຍ.
ກ່ຽວກັບວ່າ ປະເທດທີ 3 ຈະເຂົ້າໄປຕິດຕໍ່ ສໍາພາດເອົາໄປຕັ້ງ ຖິ່ນຖານໃນປະເທດ ຂອງເຂົາເຈົ້ານັ້ນ ທ່ານວ່າ ເຂົາກໍຕິດຕໍ່ຜ່ານ ຣັຖບານລາວແລ້ວ:

"ມີໃຈຄວາມວ່າ ໃນເດືອນທໍາອິດນັ້ນ ທ່ານກໍໄດ້ຖາມ ໄປຍັງອຸປທູດຂອງ ປະເທດທີ 3 ແລ້ວວ່າ ໄດ້ຂໍໄປຍັງ ຣັຖບານລາວແລ້ວ ຫລືບໍ່ ເຂົາກໍຕອບວ່າ ຂໍໄປແລ້ວ ແຕ່ບໍ່ທັນໄດ້ ຮັບຄໍາຕອບ".

ບັນຫາຊາວມົ້ງລາວ 158 ຄົນ ທີ່ເຄີຽຖືກກັກຕົວ ຢູ່ສູນກວດຄົນເຂົ້າເມືອງ ແຂວງໜອງຄາຍ ເປັນເວລາ 2 ປີນັ້ນ ເປັນບັນຫາທີ່ ກ່ຽວຂ້ອງທາງດ້ານ ກົດໝາຍສາກົນ ຫັລງຈາກອົງການ ຂ້າຫລວງໃຫ່ຽ ສະຫະປະຊາຊາດ ຮັບຮອງເອົາແລ້ວວ່າ ເປັນບຸກຄົນທີ່ໜ້າ ເປັນຫ່ວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.