ສາລກາງ ໃຫ້ ດຳເນີນຄະດີ ວັງປາວ
2009.05.12

ທາງກາຣສາລ ຣັຖບາລກາງ ຂອງຣັຖ ຄາລີຟໍຣ໌ເນັຽ ປະຕິເສດກາຣ ຮຽກຮ້ອງຂອງທາງ ຝ່າຍທະນາຍຄວາມ ຜູ້ຕ້ອງຫາ ທີ່ຢາກໃຫ້ທາງ ອຳນາຈສາລ ຍົກເລີກຂໍ້ກ່າວ ຫາທີ່ວ່າ ນາຍພົລວັງປາວ ພ້ອມຄະນະທັງໝົດ 11 ຄົນໄດ້ວາງແຜນ ໂຄ້ນລົ້ມຣັຖບາລ ສປປລາວ ໂດຽທາງ ທະນາຍຄວາມ ຂອງຜູ້ຕ້ອງຫາ ໄດ້ອ້າງວ່າ ກາຣທີ່ທາງ ເຈົ້າໜ້າທີ່ໄດ້ ປອມຕົວອ້າງເປັນ ນັກທຸຣະກິຈ ຕິດຕໍ່ເພື່ອຂາຍ ເຄື່ອງອາວຸທ ຍຸທໂທປະກອນ ຕ່າງໆໃຫ້ແກ່ຜູ້ ຕ້ອງຫານັ້ນ ເປັນກາຣ ປະຕິບັຕ ທີ່ບໍ່ຖືກຕ້ອງ ຈື່ງຢາກ ໃຫ້ທາງສາລ ຍົກເລີກ ຂໍ້ກ່າວຫາ ທຸກຢ່າງ.
ທ່ານ Frank C. Damrell Jr. ຜູ້ພິພາກສາ ປະຈຳສາລ ນະຄອນ Sacramento ຣັຖຄາລີຟໍຣ໌ເນັຽ ວ່າທ່ານບໍ່ມີ ຂໍ້ມູລຫລັກຖານ ພຽງພໍ ໂດຽສະເພາະ ທີ່ວ່າ ເວລາ ເຈົ້າໜ້າທີ່ລັກ ຟັງທາງ ໂທຣະສັພ ທີ່ວ່າທາງກາຣ CIA ໃຫ້ກາຣ ສນັບສນູນ ຕາມແຜນຊື້ອາວຸທ ເພື່ອດຳເນີນກາຣ ໂຄ້ນລົ້ມຣັຖບາລ ສປປລາວ ນັ້ນ ຈື່ງບໍ່ ສາມາດທີ່ຈະ ຍົກເລີກກາຣ ດຳເນີນຄະດີ ດັ່ງກ່າວນີ້ແຕ່ ປະກາຣໃດ.
ນາຍພົລ ວັງປາວ ແລະອະດີດ ນາຍທະຫາຣອື່ນໆ 9 ຄົນດ້ວຍກັນ ພ້ອມກັບທ່ານ Harrison Jack ອະດີດເຈົ້າໜ້າ ທີ່ໃນກອງທັພ ຂອງສະຫະຣັຖ ທີ່ຖືກກ່າວຫາ ເປັນຄົນກາງ ໃນກາຣຕິດຕໍ່ ຫາຊື້ອາວຸທ ປະກອບດ້ວຍປືນ ທີ່ທັນສມັຍ ລູກຣະເບີດພ້ອມ ຈະຣວຕຕໍ່ຕ້ານ ຣົຖຖັງແລະອື່ນໆ ຮວມເປັນມູລຄ່າ ເກືອບຮອດ 10 ລ້ານ ດອລລາຣ໌ ແລະ ບຸຄຄົນທັ້ງໝົດ ດັ່ງກ່າວຖືກຈັບ ໃນເດືອນ ມີຖຸນາ 2007.
ຢ່າງໃດກໍຕາມ ຜູ້ພິພາກສາ ຂອງຣັຖ ຄາລີຟໍຣ໌ເນັຽ ກໍວ່າທາງ ທະນາຍຄວາມ ຂອງນາຍພົລ ວັງປາວ ຍັງສາມາດ ທີ່ຈະຂໍຮ້ອງ ໃຫ້ມີກາຣ ພິຈາຣະນາ ໃໝ່ຕື່ມອີກ ເຊັ່ນກັນ.
ກ່ຽວກັບເຣື່ອງນີ້ ທາງປະຊາຊົນ ທີ່ມີເຊື້ອສາຍ ໄປຈາກ ປະເທສລາວ ໂດຽສະເພາະ ຊົນເຜົ່າມົ້ງ ບໍ່ຕໍ່າກວ່າ 1 ໝື່ນຄົນກໍໄປ ໂຮມຊຸມນຸມ ຢູ່ຕໍ່ໜ້າໂຮງ ກາຣສາລ ຣັຖຄາລີຟໍຣ໌ເນັຽ ໃນມື້ວັນຈັນ ຜ່ານມານີ້ເປັນ ກາຣສນັບສນູນ.