ຊາວມົ້ງລາວທີ່ໄທຽສົ່ງກັບ ຕົກຢູ່ເຂດຍາກລໍາບາກ

ອົງກາຣ ປົກປ້ອງ ສິທທິມະນຸສຍະຊົນ ຊາວມົ້ງ ທີ່ຣັຖ ວິສຄອນຊິນ ວ່າ ຊາວມົ້ງ ທີ່ໄທຽ ສົ່ງຄືນໃຫ້ ຣັຖບາລລາວ ໃນທ້າຍປີ ຜ່ານມາ ຖືກສົ່ງໄປຢູ່ ຕາມເຂຕ ຊົນນະບົດ ແຕ່ທາງກາຣລາວ ວ່າໄດ້ຮັບ ກາຣຊ່ວຍເຫລືອ ເປັນຢ່າງດີ.
ຫວາດ ສີມູນ
2010.02.15
F-hmong-family ຊາວມົ້ງລາວ ຈາກບ້ານຫ້ວຍນໍ້າຂາວ ທີ່ທາງການລາວວ່າ ກໍາລັງສ້າງສາ ທີ່ພັກອາສັຍໃຫ້ ແຕ່ປັດຈຸບັນນີ້ ບໍ່ຮູ້ແນ່ນອນວ່າ ພວກຂະເຈົ້າ ຢູ່ໃນສະພາບໃດ
AFP

ໜັງສືພິມ Press gazette ຂອງເມືອງ Green Bay ຣັຖ Wisconsin ໄດ້ນຳເອົາຂ່າວ ກ່ຽວກັບ ຊາວມົ້ງລາວ ທີ່ຖືກ ທາງກາຣໄທຽ ຈັດສົ່ງໃຫ້ ທາງກາຣ ສປປລາວ ໃນທ້າຍເດືອນ ທັນວາ ຜ່ານມາວ່າ ມີຫລາຍໆຄອບຄົວ ຖືກສົ່ງໄປ ກັກໄວ້ ໃນສູນຫລື Camps ຕາມເຂຕ ຊົນນະບົດ ທີ່ຍິ່ງເຮັດໃຫ້ຊາວມົ້ງ ຫລາຍຄົນຢູ່ເມືອງ Green Bay ມີຄວາມເປັນຫ່ວງ ເພາະບໍ່ຮູ້ ຂ່າວຄາວ ຈາກຍາຕພີ່ນ້ອງ ຂອງເຂົາເຈົ້າ ແຕ່ຢ່າງໃດ.

ທ່ານ ວອນ ວັງ (Vaughn Vang) ຈາກອົງກາຣ ປົກປ້ອງ ສິທທິມະນຸສ ຂອງຊາວມົ້ງ ທີ່ເມືອງ Green Bay ວ່າຕົນໄດ້ ຮັບຂ່າວຈາກ ຜູ້ທີ່ເຊື່ອຖືໄດ້ ວ່າຊາວເຜົ່າມົ້ງ ທີ່ຖືກສົ່ງ ກັບຄືນລາວ ນັ້ນ ຖືກສົ່ງໄປຢູ່ ໃນເຂຕທີ່ ຫ່າງໄກສອກຫລີກ ແຕ່ກາງເດືອນ ມົກກະຣາ ຜ່ານມາ ໂດຽເຄື່ອງນຸ່ງຫົ່ມ ແລະ ອາຫາຣ ທີ່ຈຳເປັນ ບາງສ່ວນເທົ່ານັ້ນ ຈຶ່ງຕ້ອງກາຣຢາກ ໃຫ້ທາງອົງກາຣ ຈັດຕັ້ງສາກົລ ໂດຽສະເພາະ ສະຫະປະຊາຊາຕ ໃຫ້ຄວາມຊ່ວຍເຫລືອ ແກ່ເຂົາເຈົ້າ.

ໃນຂນະດຽວກັນນີ້ ທາງໜັງສືພິມ ວຽງຈັນໄທມສ໌ ກໍນຳອອກ ເປັນຂ່າວ ໃນມື້ວັນຈັນ ທີ່ 15 ກຸມພານີ້ ທີ່ວ່າໄດ້ຮັບ ກາຣຢືນຢັນ ຈາກ ທ່ານບຸນມາ ບຸຕເຈຣີນ ຜູ້ອຳນວຍກາຣ ປະຈຳກົມ ວາງແຜນ ແລະ ກາຣລົງທຶນວ່າ ກຳລັງມີ ໂຄງກາຣປຸກສ້າງ ບ້ານເຮືອນ ຢູ່ບ້ານໂພນຄຳ ໃນເຂຕ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ໃຫ້ແກ່ ຊາວເຜົ່າມົ້ງ 3,452 ຄົນ ຊຶ່ງບໍ່ຕໍ່າກວ່າ 600 ຄອບຄົວ ແລະກໍຮວມທັງ 2,923 ຄົນໃນ 499 ຄອບຄົວ ທີ່ທາງກາຣໄທຽ ສົ່ງຄືນໃຫ້ແກ່ ຣັຖບາລລາວ ນັ້ນ.

ທາງໜັງສືພິມ ໄດ້ເນັ້ນວ່າ ໃນຈຳນວນເຮືອນ ທີ່ມີໂຄງກາຣສ້າງ ທັງໝົດ ບໍ່ຕໍ່າກວ່າ 600 ຫລັງນັ້ນ ມີກາຣສ້າງ ສຳເຣັຈໄປແລ້ວ 452 ຫລັງ ພ້ອມກັບມີກາຣ ກໍ່ສ້າງໂຄງຮ່າງ ພື້ນຖານຕ່າງໆ ຊຶ່ງກໍຮວມ ທັງກາຣສ້າງສາ ຖນົນຫົນທາງ ໂຄງກາຣ ສ້າງສຸກສາລາ ພ້ອມກັບໂຮງຮຽນ ຂັ້ນປະຖົມ ແລະ ມັທຍົມ ຫລາຍໆຫລັງ ນຳດ້ວຍ ໂດຽທາງຣັຖບາລ ໄດ້ລົງທຶນ ເກືອບຮອດ 200 ຕື້ກີບ ແລະ ກໍກຳລັງເຣັ່ງ ໃຫ້ມີກາຣສ້າງ ເພື່ອໃຫ້ແລ້ວພາຍ ໃນເດືອນ ເມສາ ທີ່ຈະມາເຖິງນີ້.

ນອກຈາກນັ້ນ ທາງໜັງສືພິມ ວຽງຈັນໄທມສ໌ ກໍວ່າ ໃນມື້ວັນເສົາ ຜ່ານມາ ນາຍພົລ ດວງໃຈ ພິຈິຕ ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ປ້ອງກັນປະເທສ ກໍໄດ້ນຳຄນະ ສື່ມວລຊົນ ໄປຢ້ຽມຢາມ ແລະ ສັງເກດກາຣ ເບິ່ງຕາມໂຄງກາຣ ສ້າງສາ ໃຫ້ຄວາມຊ່ວຍເຫລືອ ບັນດາຊາວມົ້ງລາວ ຢູ່ເຂຕບ້ານພັທນາໃໝ່ ທີ່ເມືອງໂພນຄຳ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ດັ່ງກ່າວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.