ໄທ ຈັດສົ່ງ ຊາວລາວ ເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ 190 ຄົນ ກັບຄືນ ສປປລາວ
2009.02.02
ນາຍພົນ ນິພັດ ທອງເຫລັກ, ເຈົ້າກົມ ກິຈການຊາຍແດນ ທະຫານ, ກ່າວກ່ອນໜ້ານີ້ ວ່າ ມື້ວັນຈັນນີ້ ພວກທ່ານ ຈະສົ່ງ ຊາວເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ 190 ຄົນ ກັບຄືນ ສປປລາວ. ນັບຕັ້ງແຕ່ ຕົ້ນປີກາຍນີ້ ພວກທ່ານ ໄດ້ສົ່ງ ຊາວເຜົ່າມົ້ງ ກັບຄືນ ສປປລາວ ແລ້ວ 1,809 ຄົນ ພາຍໃນ 11 ຄັ້ງ.
ການສົ່ງ ຊາວເຜົ່າມົ້ງ ກັບຄືນ ໄດ້ປະຕິບັດ ຕາມການຕົກລົງ ຣະຫວ່າງ ຣັຖບານ ໄທ ແລະ ລາວ ເມື່ອເດືອນຜ່ານມາ ທີ່ກໍານົດ ຈະສົ່ງຊາວເຜົ່າມົ້ງ ຈໍານວນ 5,000 ຄົນ.
ສ່ວນ ຊາວເຜົ່າມົ້ງ ທີ່ບໍ່ປະສົງ ອອກຊື່ ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ ໃນຈໍານວນຊາວເຜົ່າມົ້ງ 190 ຄົນ ມີທັງຜູ້ສມັກໃຈ ແລະ ບໍ່ສມັກໃຈ ກັບຄືນ:
“ປະມານ 4 ໂມງ, ຈໍານວນ 190 ຄົນ ເຂົາເຖິງ ທີ່ ຕ.ມ. ປາກຊັນແລ້ວ, ມີຈໍານວນ 30 ຄົນ ສະມັກໃຈກັບ ລາວ, ອີກ ຈໍານວນ 160 ຄົນ ນີ້ແມ່ນຂະເຈົ້າ ຫລົບໜີ ມາຈາກບ້ານ ຂະເຈົ້າ ບໍ່ດີໃຈ ກັບຄືນລາວ.”
ເຖິງຢ່າງໃດ ກໍຕາມ, ຊາວເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ ກໍພະຍາຍາມ ຮຽກຮ້ອງ ໃຫ້ໜ່ວຍງານ ດ້ານສິດທິມະນຸດ, UNHCR ແລະ ອົງການ ນິຣະໂທດສາກົນ, ຊ່ອຍກວດກາ ຄວາມໂປ່ງໃສ ໃນການສົ່ງ ຊ່າວເຜົ່າມົ້ງ ກັບ ສປປລາວ, ເພາະພວກຂະເຈົ້າ ເປັນຫ່ວງ ຕໍ່ຄວາມປອດພັຍ.
ຣັຖບານໄທ ໃຫ້ເຫດຜົນວ່າ ອົພຍົບ ເຜົ່າມົ້ງ ກຸ່ມດັ່ງກ່າວ ແມ່ນອົພຍົບ ເສຖກິດ ທີ່ຊອກຫາ ເຮັດວຽກ ແລະ ຖືກສົ່ງກັບ ປະເທດ ເທື່ອລະໜ້ອຍ. ກ່ຽວກັບ ການສົ່ງກັບ ດັ່ງກ່າວ ກຸ່ມປົກປ້ອງ ສິດທິມະນຸດ ເວົ້າວ່າ ຊາວເຜົ່າມົ້ງ ບາງຄົນ ຈະຖືກປະຫັດປະຫານ ຈາກຣັຖບານລາວ.