ໄທຈັບມົ້ງ ສົ່ງ ສປປລາວ

ທາງການໄທ ໄດ້ຈັບກຸມ ນັກເຂື່ອນໃຫວຊາວມົ້ງ ຄົນສຳຄັນ ຜູ້ທີ່ຣັຖບານ ລາວຕ້ອງການ ເພື່ອສົ່ງກັບຄືນ ສປປລາວ ຈາກສູນບ້ານ ຫ້ວຍນ້ຳຂາວໃນແຜນການ ສົ່ງມອບຊາວມົ້ງຈາກໄທໃຫ້ລາວ.

0:00 / 0:00

ເຈົ້າຫນ້າທີ່ ຈາກອົງການ ປົກປ້ອງສິດທິ ຊາວມົ້ງທີ່ ສະຫາຣັຖ ອາເມຣິກາ ອອກຖແລງການ ປະນາມຣັຖບານໄທ ໃນມື້ວັນອາທີດ ນີ້ວ່າເຈົ້າຫນ້າທີ່ ໄທໄດ້ຈັບກຸມ ນັກເຂື່ອນໃຫວ ຊາວມົ້ງຜູ້ທີ່ ຣັຖບານລາວ ຕ້ອງການມາເປັນ ເວລາດົນນານ ເພື່ອສົ່ງກັບຄືນ ສປປລາວ ຊື່ງນັກເຂື່ອນໃຫວ ຄົນດັ່ງກ່າວຄື ນາຍ ຊົວວາຢາງ.

ໃນຣະຍະທີ່ ຜ່ານມາ ວ່າງປີ 2004 ລາວໄດ້ນຳທີມ ງານນັກຂ່າວ BBC ເຂົ້າໄປທຳຂ່າວ ກ່ຽວກັບການ ທາຣຸນຊາວມົ້ງ ທີ່ເປັນຊົນ ກຸ່ມນ້ອຍໃນລາວ ຈາກຣັຖບານ ຄອມມຸນີສລາວ ທີ່ສ້າງຄວາມ ບໍ່ພໍໃຈແກ່ ຣັຖບານລາວ ເປັນອັນມາກ.

ທ່ານ Joe Davy ຫົວຫນ້າກຸ່ມ ປົກປ້ອງສິດທິ ຊາວມົ້ງທີ່ ນະຄອນຊີກາໂກ ສະຫາຣັຖ ອາເມຣິກາ ໃຫ້ການໃນບົດ ຖແລງການວ່າ ໃນເວລາ 8 ໂມງ 30 ຂອງຄືນວັນເສົາ ທີ່ຜ່ານມາ ເຈົ້າຫນ້າທີ່ໄທ ທີ່ສູນບ້ານ ຫ້ວຍນ້ຳຂາວ ໄດ້ເຂົ້າມາຈັບ ກຸມນາຍຊົວຢາງ ທີ່ຕູບຂອງລາວ ໃນສູນບ້ານ ຫ້ວຍນ້ຳຂາວ.

ຜູ້ທີ່ເຫັນ ເຫດການບອກວ່າ ນາຍຊົວຢາງ ຖືກຕີຢ່າງໜັກ ຍ້ອນປະຕິເສດ ຕໍ່ການຈັບກຸມ ຂອງເຈົ້າຫນ້າທີ່. ທ່ານວ່າ ໃນປັດຈຸບັນນີ້ ທາງການໄທ ກຳລັງ ໃຊ້ມາຕການ ໃນການຈັບກຸມ ຫົວຫນ້າຊາວມົ້ງ ຄົນອື່ນໆອີກ ເພື່ອສົ່ງກັບຄືນ ສປປລາວ ຊື່ງລາວແລະໄທ ໄດ້ຕົກລົງກັນວ່າ ຈະສົ່ງ ຊາວມົ້ງທີ່ບ້ານ ຫ້ວຍນ້ຳຂາວກັບ ລາວໃຫ້ໝົດ ໃນທ້າຍປີນີ້.