ທ່ານ ສັນຕິ ຊົງສວັດວົງ ຫົວໜ້າອົງການ ບໍຣິຫານ ບ້ານເຂກນ້ອຍ ຊຶ່ງເປັນຊາວໄທ ເຊື້ອສາຍມົ້ງ ໄດ້ກ່າວກ່ຽວກັບ ກໍຣະນີ ການຍ້າຍຖິ່ນຖານ ຂອງຊາວມົ້ງ ມາຢູ່ບ້ານ ຫ້ວຍນ້ຳຂາວ ນັ້ນວ່າແມ່ນ ເລີ້ມມາຢູ່ ຕັ້ງແຕ່ປີ 2005 ຊຶ່ງໃນຊ່ວງ ຕົ້ນໆນັ້ນ ມີພຽງປະມານ 700ຄົນ. ຫລັງຈາກນັ້ນ ຈຳນວນຊາວມົ້ງ ກໍເພີ້ມຂື້ນ ນຳເລື້ອຍໆຈົນເຖິງ 7,000ກວ່າຄົນ ໃນທີ່ສຸດ.
ເມື່ອມີ ປະຊາກອນ ໃນບ້ານນັ້ນ ເພີ່ມຂື້ນຫລາຍ ເຮັດໃຫ້ເກີດມີ ຜົນກະທົບຕໍ່ ຊີວິດການເປັນ ຢູ່ຂອງຊາວບ້ານ ທີ່ຢູ່ມາຕັ້ງແຕ່ ເດີມຫລາຍຂື້ນ ເຊັ່ນ: ເຮັດໃຫ້ແມ່ນ້ຳ ແຂກນ້ອຍ ບໍ່ສະອາດ ມີການລັກລອບ ຕັດໄມ້ມາ ປຸກຕູບ ມີການລັກເລັກ ຂະໂມຍນ້ອຍ ເກີດຂື້ນ ຊຶ່ງເມື່ອກ່ອນ ບໍ່ເຄີຍມີ.
ເວົ້າເຖິງເລື້ອງ ການລັກເລັກ ຂະໂມຍນ້ອຍ ທ້າວ ພົງແຊ່ລີ ຊາວມົ້ງໄທ ບ້ານຫ້ວຍນ້ຳຂາວ ກໍເວົ້າວ່າ ຊາວມົ້ງລາວ ບ້ານຫ້ວຍນ້ຳຂາວ ມັກອອກໄປລັກ ພືດຜັກແລະ ຜົລປູກໃນ ຮົ້ວສວນຂອງ ຊາວບ້ານໄປກິນ. ບາງເທື່ອສັດລ້ຽງ ຫລື ງົວ ກໍຖືກລັກ ເອົາໄປ.
ທ່ານ ສັນຕິ ຊົງສວັດວົງ ວ່າໃນທັສນະ ຂອງອຳນາດການ ປົກຄອງ ໃນພື້ນທີ່ແລະ ໃນສ່ວນຕົວ ແລ້ວເຫັນວ່າ ເລື້ອງການດູແລ ມົ້ງລາວທີ່ບ້ານ ຫ້ວຍນ້ຳຂາວ ເປັນເລື້ອງທີ່ ທາງການຕ້ອງ ແກ້ໄຂຢ່າງ ຮີບດ່ວນເພາະວ່າ ປະຊາກອນ ໃນພື້ນທີ່ ຕາແສງເຂກນ້ອຍ ມີປະມານ 13,000ກວ່າຄົນ ບ່ອນທຳມາຫາກິນ ກໍຈຳກັດເຂົ້າ ຍ້ອນມີ ຊາວມົ້ງພັດຖິ່ນ ເຂົ້າມາຢູ່. ພ້ອມກັນນັ້ນ ບັນຫາສັງຄົມ ກໍມີຫລາຍ ເພີ່ມຂື້ນ.