ມົ້ງຫ້ວຍນໍ້າຂາວ ຢືນຢັນ ການກັກຂັງ ຫົວໜ້າ ເຜົ່າມົ້ງ

ຊາວມົ້ງ ທ່ານນຶ່ງ ຜູ້ທີ່ ບໍ່ປະສົງອອກ ຊື່ ທີ່ບ້ານຫ້ວຍນ້ຳຂາວ ກ່າວຢືນຢັນ ກ່ຽວກັບ ການກັກຕົວ ຜູ້ນຳຊາວມົ້ງ ຜູ້ທີ່ຖືກ ສົ່ງກັບລາວ ວ່າງວັນທີ 22 ເດືອນມີຖຸນາ ທີ່ຜ່ານມາວ່າ:
ຊິດນີ ຣາຍງານ
2008.10.29
FT-hmong bus stopped ຊາວເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ ຖືກສົ່ງກັບ ສປປລາວ
Photo by RFA

“ຕອນ​ນີ້ ຜູ້ນຳ​ບຸກຄົນ ​ສຳຄັນ 8 ຄົນ ຍັງ​ຖືກ​ກັກ​ຂັງ ບໍ່​ມີ​ໃຜ​ໄປ​ປ່ອຍ​ໄດ້ ຕອນ​ນີ້​ ຢູ່​​ໃນ​ຄ້າຍ​ຄຸມ​ຂັງ​ໃຫຍ່ ທີ່​ສຸດ ຢູ່​ໃນ​ເມືອງ​ປາກ​ຊັນ”

ຫົວຫນ້າ ມົ້ງ 8 ຄົນ​ ທີ່​ຖືກ​ກັກ​ຕົວນັ້ນ ມີ​ຜູ້​ຊາຍ 6 ຄົນ ​ຜູ້ຍິງ 2 ຄົນ ຊື່​ງມີ​ການ​ຢືນຢັນ ​ວ່າ ທັງ​ຫມົດ ​ແມ່ນ ຣະດັບ ​ຜູ້ນຳຊາວ​ມົ້ງ ທີ່​ບ້ານ​ຫ້ວຍ​ນ້ຳຂາວ ທີ່​ຈັດການ​ປະ​ທ້ວງ ທີ່​ສູນ​ອົພຍົບ ບ້ານ​ຫ້ວຍ​ນ້ຳຂາວ ​ກ່ອນ​ຈະ​ຖືກ ​ສົ່ງ​ກັບ​ລາວ ຮ່ວມກັບ​ ກຸ່ມ​ຊາວ​ມົ້ງ ທົ່ວ​ໄປ ​ໃນ​ເຊົ້າມືດ ຂອງ​ວັນ​ທີ 22 ​ເດືອນ​ມີ​ຖຸນາປີ 2008.

​​ເຖີງຢ່າງ​ໃດ ກໍ່ຕາມ ຜູ້​ສື່​ຂ່າວ ​ເອ​ເຊັຽ​ເສຣີ ກໍ່​ໄດ້​ສືບ​ຖາມ​ ໄປ​ຍັງ ​ເຈົ້າຫນ້າ​ທີ່​ ກ່ຽວຂ້ອງ ​ຂອງ​ລາວ ດັ່ງ​ທ່ານ​ຢົ້ງ ຈັນທະ​ລັງສີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລາວ ທ່ານ​ ກໍ່​ປະຕິ​ເສດ ​ກ່ຽວ​ກັບ ​ເຣື້ອງດັ່ງກ່າວ ທ່ານ​ວ່າ ບໍ່​ມີ​ການ​ຈັບ​ກຸມ ​ຊາວ​ມົ້ງ ​ແຕ່​ຢ່າງ​ໃດ. ຮວມ​ໄປ​ດ້ວຍ ນາຍ​ພົລ ບົວສ້ຽງ ຈຳປາ​ພັນ ຮອງ​ຫົວຫນ້າ ​ເສນາ​ທິການ ກອງທັບ​ ປະຊາຊົນ​ລາວ ຜູ້​ທີ່​ຮັບຜິດຊອບ ​ກ່ຽວ​ກັບ ​ການ​ສົ່ງ​ ​ຊາວ​ມົ້ງກັບ ຈາກ​ໄທ ທ່ານ​ບອກ​ວ່າ ມົ້ງລາວ ທັງ​ຫມົດ ທີ່​ຖື​ກສົ່ງ​ກັບ ​ຈາກ​ໄທ​ນັ້ນ ປອດ​ພັຍ​ດີ ດັ່ງທ່ານ​ກ່າວ​ ໃນ​ຕອນ​ນຶ່ງວ່າ:

“ມັນ​ຊີ່​ຫາບ​​ໄປ​ໃສ ມັນ​ກໍ່​ໄປ​ຫາຍ​ໄປ​ຢູ່ເຮືອນ​ມັນ​ນັ້ນ​ແຫລະ ຖືກ​ຈັບ​ຖືກ​ຂ້າ ​ອີ່​ສັງ ​ໂອ້​ຍ ຄົນ​ໃສ່​ຮ້າຍ ​ປ້າຍ​ສີ ຮັບ​ມາ​ເທົ່າ​ໃດ ​ກໍ່​ສົ່ງ​ໄປ​ເທົ່າ​ນັ້ນ ສົ່ງ​ໄປ​ໃຕ້ ​ໄປ​ເຫນືອ ບໍ່​ຟັງ​ຄຳ​ເຂົາ ທັງ​ຫມົດ ​ປອດ​ພັຍ ທັງ​ຫມົດ​ ບໍ່​ໄດ້​ຫນີ​ໄປ​ໃສ.”

​ບັນຫາ​ຊາວ​ມົ້ງ ທີ່​ບ້ານ​ຫ້ວຍ​ນ້ຳຂາວ ​ໃນ​ເວລາ​ນີ້ ທາງ​ການ​ໄທ ກໍ່​ມີ​ແຜນການ ​ທີ່​ຈະ​ສົ່ງ​ກັບ​ລາວ ​ເທື່ອລະ​ນ້ອຍ ກຸ່ມ​ທີ່​ຖືກ​ກັບ​ກ່ອນ​ນັ້ນ ສ່ວນ​ນື່ງ ກໍ່​ໄປ​ຕັ້ງຖີ່​ນຖານ ທີ່​ບ້ານ​ພັທນາຜາ​ຫລັກ ​ແຂວງ​ວຽງ​ຈັນ ​ແລະ​ ບາງ​ສ່ວນ​ ກໍ່​ສົ່ງ​ກັບ​ບ້ານ​ເດີມ ​ຂອງ​ພວກ​ຂະ​ເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.