ຊາວມົ້ງລາວ ບ້ານຫ້ວຍນ້ຳຂາວ ຮ້ອງຂໍຄວາມ ແຈ່ມແຈ້ງ
2009.10.02
ໃນມື້ວັນທີ່29ກັນຍາ ຜ່ານມານີ້ທາງກາຣ ທະຫາຣໄທຽວ່າໄດ້ ສົ່ງຊາວມົ້ງລາວ ໃຫ້ແກ່ທາງກາຣ ສປປລາວ ເປັນຄັ້ງທີ່18 ທີ່ມີ20ຄອບຄົວ ຮວມທັງໝົດ85ຄົນ ແຕ່ທາງກາຣລາວ ກັບບອກວ່າໄດ້ ຮັບແຕ່50ຄົນ ເທົ່ານັ້ນ.
ກາຣທີ່ມີຈຳນວນ ຕົວເລຂທີ່ແຕກຕ່າງກັນ ດັ່ງກ່າວ ເຮັດໃຫ້ຊາວມົ້ງລາວ ທີ່ຍັງຄ້າງຢູ່ ບ້ານຫ້ວຍນ້ຳຂາວ ແຂວງເພັຊບູນ ມີຄວາມເປັນຫ່ວງ ແລະ ເພີ່ມຄວາມສົງສັຍ ຈື່ງຢາກ ໃຫ້ທາງກາຣລາວ ໄດ້ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງນີ້:
“ຂໍຄວາມອະທິບາຍ ເພີ່ມເຕີມຈາກ ຣັຖບາລລາວວ່າ ກ່ຽວກັບ ໄດ້ຮັບເອົາມົ້ງ ທີ່ທາງກາຣໄທຽ ສົ່ງກັບໄປໃນວັນທີ່ 29(ກັນຍາ) ນີ້ພຽງແຕ່50ຄົນ ແຕ່ວ່າທາງກາຣໄທຽ ບອກວ່າສົ່ງ ກັບໄປ85ຄົນ ເປັນຫຍັງຈື່ງຣາຍງານ ຕົວເລຂ ເວົ້າບໍ່ຖືກຕ້ອງ ຕາມຄວາມເປັນຈີງ”
ນາຍພົລບົວສ້ຽງ ຈຳປາພັນ ປະທານ ອະນຸກັມມະກາຣ ຮັກສາຄວາມສງົບ ຮຽບຮ້ອຍ ຕາມແນວຊາຍແດນ ທົ່ວໄປລາວ-ໄທຽ ໄດ້ແຈ້ງ ໃນມື້ວັນທີ່29 ກັນຍາຜ່ານມາ ນີ້ວ່າ ຈຳນວນກາຣສົ່ງ ຊາວມົ້ງເທື່ອນີ້ມີ ຄວາມຄາດເຄື່ອນບໍ່ ກົງກັນ ເພາະອີງຕາມ ກາຣແຈ້ງກາຣຂອງ ທາງກາຣໄທຽໄດ້ ສົ່ງທັງໝົດ85ຄົນ ແຕ່ວ່າກາຣຣາຍງານ ຂອງທາງກາຣກ່ຽວຂ້ອງ ຝ່າຍລາວມີແຕ່ 50ຄົນ.
ໃນຂະນະດຽວກັນນີ້ ນາຍພົລຕຣີ ທີວາ ເພັນເຂຕກອນ ຮອງເຈົ້າກົມກິຈກາຣ ຊາຍແດນ ທະຫາຣໄທຽ ກໍໄດ້ໃຫ້ສັມພາສ ຕໍ່ຜູ້ສື່ຂ່າວວ່າ:
(Thai)ທ່ານວ່າ: “ກາຣສົ່ງມອບມົ້ງລາວ ຄັ້ງນີ້ ກໍເປັນຄັ້ງທີ່18 ຈຳນວນ20ຄອບຄົວ 85ຄົນ ຮວມທັງໝົດທີ່ ໄດ້ສົ່ງມາຮອດ ປັຈຈຸບັນ18ຄັ້ງ ຮວມເປັນທັງໝົດ 3,144 ຄົນ ແລະຍັງເຫລືອຄ້າງ ຢູ່ເມືອງໄທຽອີກ 4,426ຄົນ”
ເຈົ້າໜ້າທີ່ທາງ ກາຣໄທຽ ໄດ້ກ່າວເພີ່ມວ່າ: ບັນຫາກາຣສົ່ງ ຊາວມົ້ງລາວ ຂອງທາງຝ່າຍໄທຽ ຍັງສືບມາຢ່າງຕໍ່ເນື່ອງ ແຕ່ກໍໃຫ້ກາຣ ຢືນຢັນວ່າ ຈະຈັດສົ່ງຊາວມົ້ງ ທີ່ຍັງເຫລືອຄ້າງ ໃນສູນຊົ່ວຄາວ ໃຫ້ແກ່ທາງກາຣ ສປປລາວ ໃຫ້ໝົດພາຍໃນ ທ້າຍປີ2009ນີ້.