ທະນາຍຄວາມ ຂອງຄົນມົ້ງລາວ ກ່າວວ່າ ລູກຄວາມຂອງຕົນ ທີ່ຟ້ອງທາງການ ສະຫະຣັຖ ໄດ້ຮັບໜັງສື ເດີນທາງຄືນແລ້ວ ໃນມື້ວັນພຸດທີ 19 ພຶສພາ 2010 ນີ້ ແລະມີແຜນການ ວ່າຈະກັບເມືອຕາຍ ຢູ່ບ້ານເກີດ ເມືອງນອນ.
ພໍ່ຕູ້ຊາວມົ້ງລາວ ຊື່ Xiong ອາຍຸ 88 ປີ ກ່າວຫາເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ສະຫະຣັຖ ວ່າບໍ່ຍອມສົ່ງ ໜັງສືເດີນທາງ ຄືນໃຫ້ ຫລັງຈາກທີ່ໄດ້ ຍຶດໄປໃນປີ 2008 ຕອນທີ່ລາວ ຂໍລີ້ພັຍທາງ ການເມືອງ.
ພໍ່ຕູ້ Xiong ກ່າວວ່າຕົນມີ ສຸຂພາບ ທີ່ບໍ່ຄ່ອຍດີ ແລະຢາກກັບເມືອ ຫາເມັຍແລະລູກຢູ່ ລາວກ່ອນທີ່ຈະຕາຍ ອີງຕາມຄຳໃຫ້ ການໃນໜັງສື ຟ້ອງຮ້ອງ ຕໍ່ສານທ້ອງຖິ່ນ ຢູ່ San Francisco ສະຫະຣັຖ ອະເມຣິກາ.
ທະນາຍຄວາມ ຂອງພໍ່ຕູ້ Xiong ທ່ານ Ken Seeger ກ່າວວ່າ ລູກຄວາມຂອງຕົນ ອາຍຸເກືອບຮອດ 89 ປີແລ້ວ ແລະມີພຽງແຕ່ ຢາກກັບໄປຢູ່ ກັບຄອບຄົວ, ແລະ ບາດນີ້ກໍຄົງ ຈະໄດ້ກັບໄປ.
ເຈົ້າໜ້າທີ່ກວດ ຄົນເຂົ້າເມືອງ ສະຫະຣັຖ ກໍຢືນຢັນການ ສົ່ງໜັງສືເດີນ ທາງຄືນ, ນາງ Virginia Kice ໂຄສົກກະຊວງ ກວດຄົນເຂົ້າເມືອງ ແລະ ສຸລະກາກອນ ກ່າວວ່າ ການຕັດສິນໃຈ ຂອງທາງກະຊວງ ເຫັນວ່າຖືກຕ້ອງ ແຕ່ກໍຕ້ອງລໍຖ້າ ການທົບທວນ ກໍຣະນີນີ້ ຄືນໃໝ່.
ຊາວມົ້ງເຊື່ອວ່າ ການທີ່ໄດ້ຈັດ ພິທີຝັງສົບ ຄົບຖ້ວນແລະ ໄດ້ຢູ່ໃກ້ຄົນ ທີ່ຕົນຄຸ້ນເຄີຍ ເມື່ອຕາຍໄປແລ້ວ ກໍຈະພົບກັບ ຄວາມສົບບູນ ໃນຊີວິດ.