ການລັກອັດສຽງ ບົດສົນທະນາ ບໍ່ມີສິດໃຊ້ໃນສານ
2010.05.17
ທະນາຍຄວາມ ຂອງພວກຕ້ອງຫາ 12 ຄົນ ທີ່ຖືກຕູ່ຫາ ຄະດີວາງແຜນ ໂຄ່ນລົ້ມຣັຖບານ ຄອມມຸຍນິສລາວ ໄດ້ຮຽກຮ້ອງໃຫ້ສານ ຣັຖບານກາງ ສະຫະຣັຖ ທີ່ຣັຖຄາລີຟໍເນັຍ ເມື່ອວັນສຸກ ສັບປະດາທີ່ ຜ່ານມາວ່າ ຜູ້ພິພາກສາສານ ບໍ່ຄວນອະນຸຍາດ ໃຫ້ຝ່າຍໂຈດ ສເນີເທບ ທີ່ມີສຽງ ສົນທະນາກັນ ຣະຫວ່າງພວກຕ້ອງຫາ ແລະເຈົ້າໜ້າທີ່ ຣັຖບານກາງ ສະຫະຣັຖ ທີ່ປອມຕົວເປັນ ຜູ້ຂາຍອາວຸດ ຕໍ່ສານ ເພາະເຈົ້າໜ້າທີ່ ຣັຖບານກາງ ລັກອັດເອົາການ ສົນທະນາ ດັ່ງກ່າວຢ່າງ ບໍ່ຖືກຕ້ອງ ຕາມກົດໝາຍ.
ບໍ່ພຽງເທົ່ານັ້ນ ທະນາຍຄວາມ ພວກຕ້ອງຫາ ຍັງຮຽກຮ້ອງໃຫ້ ສານພິຈາຣະນາ ເບິ່ງວ່າການລັກ ອັດເອົາສຽງພວກ ຕ້ອງຫານັ້ນ ເປັນການກະທຳທີ່ ຖືກຕ້ອງຕາມຄຳ ຕັດສິນຂອງສານ ສູງສຸດ ຂອງສະຫະຣັຖ ຫລືບໍ່?
ແຕ່ຕາມເອກກະສານ ຂອງສານ ເຈົ້າໜ້າທີ່ສືບສວນ ຣັຖບານກາງ ສະຫະຣັຖ ອັດເອົາການ ສົນທະນາກ່ຽວກັບ ການວາງແຜນໂຄ່ນລົ້ມ ຣັຖບານສປປລາວ ຂອງພວກຕ້ອງຫາ ເມື່ອປີ 2007 ນັ້ນ ໄດ້ຮັບອະນຸຍາດ ຈາກຜູ້ພິພາກ ສາສານຢ່າງຖືກ ຕ້ອງຕາມຣະບຽບ ກົດໝາຍທຸກຢ່າງ. ພວກຕ້ອງຫາໃນ ຄະດີວາງແຜນ ໂຄ່ນລົ້ມ ຣັຖບານສປປລາວ ນັ້ນ ມີທັງໝົດ 12 ຄົນ ໃນນັ້ນ ເປັນຊາວລາວ ເຜົ່າມົ້ງ 11 ຄົນ ແລະອາດີດນາຍ ທະຫານ ອະເມຣິກັນ ນຶ່ງຄົນ ທີ່ມີຊື່ວ່າ ພັນໂທ Harrison Jack. ການພິຈາຣະຈາ ຄະດີດັ່ງກ່າວ ຍັງບໍ່ສິ້ນສຸດງ່າຍໆ ຍັງຈະດຳເນີນ ສືບຕໍ່ໄປ ຫລາຍໆຄັ້ງ.