ສະພາ ຣັຖຄາລີຟໍຣ໌ເນັຽ ຜ່ານມະຕິ ປົກປ້ອງ ຊົນເຜົ່າມົ້ງ

ສະພາ ຣັຖ ຄາລີຟໍຣ໌ເນັຽ ຮັບຜ່ານ ຍັຕຕິ ສະບັບໜື່ງ ເປັນກາຣຮຽກທວງ ຕໍ່ທາງກາຣ ສະຫະຣັຖ ໄດ້ໃຫ້ຄວາມປົກປ້ອງ ຊົນເຜົ່າລາວມົ້ງ ທີ່ອາສັຍ ຢູ່ສູນຮອງຮັບ ຊົ່ວຄາວ ທີ່ປະເທດໄທຽ ພ້ອມກັບ ຈຳພວກທີ່ຍັງເຫລືອ ຢູ່ເມືອງລາວ ກໍບໍ່ໃຫ້ໄດ້ຮັບ ກາຣປາບປາມ ຈາກທາງກາຣ ຄອມມິວນິສຕ໌, ອີງຕາມ ຣາຍງານ ຂອງໜັງສືພີມ ຣາຍວັນ ຂອງນະຄອນ Sacramento ຣັຖ California ສະບັບ ວັນທີ່ 5 ກັນຍາ.

ໜັງສື​ພີ​ມ Sacramento Bee ດັ່ງກ່າວ ​ໄດ້​ແຈ້ງ​ເພີ່ມ​ວ່າ: ຍັຕຕິ ​ທີ່​ຍັງ​ບໍ່​ທັນ​ໃຊ້ ​ເປັນ​ທາງ​ກາຣ ດັ່ງກ່າວ​ໄດ້ ​ຈັດ​ຮ່າງ​ຂື້ນ​ ໂດຽທ່ານ Dave Jones ສະມາຊິກ ​ສະພາຣັຖ ສັງກັດ​ພັກ ​ເດ​ໂມ​ແກຣຕ ​ຊື່​ງ​ໄດ້​ຮັບ​ກາຣສນັບ​ສນູນ ຢ່າງ​ເປັນ​ເອກ​ສັນ ​ຈາກ​ສະມາຊິກ ສະພາ ​ອື່ນໆ ​ບໍ່​ຕໍ່າ​ກວ່າ 23 ຄົນ ​ແລະ ​ກໍມີ​ກຳໜົດ​ ທີ່​ຈະ​ນຳ​ສ​ເນີ ​ສົ່ງ​ເຖີງຣັຖສະພາ​ ສະຫະຣັຖ ​ແລະ ​ປະທານາທິບໍດີ ​ທ່ານ George W. Bush ​ເພື່ອ​ຮັບ​ພິຈາຣະນາ ​ດ້ານ​ໃຫ້​ຄວາມ​ຄຸ້ມ​ຄອງ ​ຊາວ​ມົ້ງ ທີ່​ອາສັຍ​ຢູ່ ​ໃນ​ ສປປລາວ ​ໃນ​ໄທຽ ​ແລະ ​ປະ​ເທດ ​ອື່ນໆ​ໂດຽບໍ່​ໃຫ້​ມີ ​ກາຣລະ​ເມີດ ​ສິທທິມະນຸ​ສ ພື້ນຖານ ​ຂອງ ​ເຂົາ​ເຈົ້າ ​ແຕ່​ຢ່າງ​ໃດ.

ເຖີງຢ່າງ​ໃດ​ກໍ​ຕາມ ສະ​ເພາະ​ ຊົນ​ເຜົ່າ​ລາວ ​ມົ້ງທີ່​ອາສັຍ ​ຢູ່​ເຂ​ຕບ້ານ​ຫ້ວຍ​ນ້ຳຂາວ ​ເມືອງ​ເຂົາ​ຄໍ້ ​ແຂວງ​ເພັຊບູນຈົນ​ນັ້ນ ທາງ​ກາຣ​ໄທຽ ກໍ​ຍັງ​ດຳ​ເນີນ​ ກາຣສົ່ງ​ກັບ​ຄືນ​ ເມືອງ​ລາວ ​ຢູ່​ເລື້ອຍໆ ​ແລະ ​ຄັ້ງຫລ້າ​ສຸດ​ແມ່ນ​ຈັດ​ຂື້ນ ​ໃນ​ມື້​ວັນ​ທີ່ 30 ສິງຫາ​ຜ່ານ​ມາ​ນີ້ ຈຳນວນ 30 ຄອບຄົວ​ ທີ່​ມີ​ 119 ຄົນ ​ດ້ວຍ​ກັນ ຊື່​ງທາງ​ກາຣ​ໄທຽ ກໍ​ວ່າ​​ເຂົາ​ເຈົ້າ ທັງ​ໝົດ​ກັບ​ຄືນ ​ບ້ານ​ດ້ວຍ​ຄວາມສມັກ​ໃຈ ​ແລະ ​ທາງ​ກາຣລາວ​ ກໍ​ຈັດ​ພິທີ​ຕ້ອນຮັບ​ ພ້ອມ​ກັບ​ຢືນຢັນ ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍ​ເຫລືອ ​ແລະ ​ຈັດ​ສົ່ງ​ກັບ​ຄືນ ​ໄປ​ຢູ່​ກັບ ​ຍາຕພີ່ນ້ອງ ​ໃນ​ແຕ່ລະ​ເຂ​ຕ​ແຂວງ ​ທີ່​ເຄີຽອາສັຍ​ ມາ​ແຕ່​ເມື່ອກ່ອນ.