ສະພາ ຣັຖຄາລີຟໍຣ໌ເນັຽ ຜ່ານມະຕິ ປົກປ້ອງ ຊົນເຜົ່າມົ້ງ

ສະພາ ຣັຖ ຄາລີຟໍຣ໌ເນັຽ ຮັບຜ່ານ ຍັຕຕິ ສະບັບໜື່ງ ເປັນກາຣຮຽກທວງ ຕໍ່ທາງກາຣ ສະຫະຣັຖ ໄດ້ໃຫ້ຄວາມປົກປ້ອງ ຊົນເຜົ່າລາວມົ້ງ ທີ່ອາສັຍ ຢູ່ສູນຮອງຮັບ ຊົ່ວຄາວ ທີ່ປະເທດໄທຽ ພ້ອມກັບ ຈຳພວກທີ່ຍັງເຫລືອ ຢູ່ເມືອງລາວ ກໍບໍ່ໃຫ້ໄດ້ຮັບ ກາຣປາບປາມ ຈາກທາງກາຣ ຄອມມິວນິສຕ໌, ອີງຕາມ ຣາຍງານ ຂອງໜັງສືພີມ ຣາຍວັນ ຂອງນະຄອນ Sacramento ຣັຖ California ສະບັບ ວັນທີ່ 5 ກັນຍາ.
ຫວາດ ສີມູນ ຣາຍງານ
2008.09.06

ໜັງສືພີ Sacramento Bee ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ຍັຕຕິ ທີ່ຍັງບໍ່ທັນໃຊ້ ເປັນທາງກາຣ ດັ່ງກ່າວໄດ້ ຈັດຮ່າງຂື້ນໂດຽທ່ານ Dave Jones ສະມາຊິກ ສະພາຣັຖ ສັງກັດພັກເດໂມແກຣຕຊື່ໄດ້ຮັບກາຣສນັບສນູນ ຢ່າງເປັນເອກສັນ ຈາກສະມາຊິກ ສະພາ ອື່ນໆ ບໍ່ຕໍ່າກວ່າ 23 ຄົນແລະ ກໍມີກຳໜົດທີ່ຈະນຳເນີ ສົ່ງເຖີງຣັຖສະພາສະຫະຣັຖແລະ ປະທານາທິບໍດີ ທ່ານ George W. Bush ​ເພື່ອຮັບພິຈາຣະນາ ດ້ານໃຫ້ຄວາມຄຸ້ມຄອງ ຊາວມົ້ງ ທີ່ອາສັຍຢູ່ໃນສປປລາວໃນໄທຽ ແລະ ປະເທດ ອື່ນໆໂດຽບໍ່ໃຫ້ມີ ກາຣລະເມີດ ສິທທິມະນຸສ ພື້ນຖານ ຂອງເຂົາເຈົ້າ ແຕ່ຢ່າງໃດ.

ເຖີງຢ່າງໃດກໍຕາມ ສະເພາະຊົນເຜົ່າລາວ ມົ້ງທີ່ອາສັຍ ຢູ່ເຂຕບ້ານຫ້ວຍນ້ຳຂາວເມືອງເຂົາຄໍ້ແຂວງເພັຊບູນຈົນນັ້ນ ທາງກາຣໄທຽ ກໍຍັງດຳເນີນກາຣສົ່ງກັບຄືນເມືອງລາວ ຢູ່ເລື້ອຍໆ ແລະ ຄັ້ງຫລ້າສຸດແມ່ນຈັດຂື້ນ ໃນມື້ວັນທີ່ 30 ສິງຫາຜ່ານມານີ້ ຈຳນວນ 30 ຄອບຄົວທີ່ມີ​ 119 ຄົນ ດ້ວຍກັນ ຊື່ງທາງກາຣໄທຽ ກໍວ່າ​​ເຂົາເຈົ້າ ທັງໝົດກັບຄືນ ບ້ານດ້ວຍຄວາມສມັກໃຈແລະ ທາງກາຣລາວກໍຈັດພິທີຕ້ອນຮັບພ້ອມກັບຢືນຢັນ ທີ່ຈະໃຫ້ຄວາມຊ່ວຍເຫລືອ ແລະ ຈັດສົ່ງກັບຄືນ ໄປຢູ່ກັບ ຍາຕພີ່ນ້ອງ ໃນແຕ່ລະເຂແຂວງ ທີ່ເຄີຽອາສັຍມາແຕ່ເມື່ອກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.