ທູດອອສເຕຣເລັຽ ຢ້ຽມຊາວມົ້ງລາວ 158 ຄົນ

ທູດ ອອສເຕຣເລັຽ ພົບກັບຊາວມົ້ງລາວ ໃນກຸ່ມ 158 ຄົນທີ່ຖືກສົ່ງກັບຈາກ ປະເທດໄທນັ້ນ ເປັນເທື່ອທໍາອິດ.
ມະນີຈັນ
2010.04.05

ເອກອັຄຣາຊທູດ ອອສເຕຣເລັຽ ປະຈໍາລາວ ເດີນທາງຢ້ຽມຢາມ ຊາວມົ້ງລາວ ທີ່ຄາດວ່າ ຈະໄດ້ໄປຢູ່ ອອສເຕຣເລັຽ ກ່ອນໜ້າພວກກ່ຽວ ຖືກສົ່ງກັບຈາກໄທ.  ຕາມຣາຍງານ ຂອງ Ben Doherty ເມື່ອວັນທີ 3 ເມສາ ນີ້. ການຢ້ຽມຢາມ ຊາວມົ້ງລາວ ໃນເຂດຫ່າງໃກ ຂອງ ມາດາມ Michele Forster ເມື່ອວັນສຸກຜ່ານມາ ບໍ່ປາກົດວ່າ ຊາວມົ້ງເຫລົ່ານັ້ນ ຈະໄດ້ຮັບ ອະນຸຍາດ ໃຫ້ເດີນທາງອອກຈາກ ປະເທດລາວ ຊຶ່ງພວກເຂົາ ເຄີຍຫລົບໜີ ອອກໄປແລ້ວ ເທື່ອນຶ່ງນັ້ນໄດ້ງ່າຍ. ໂຄສົກຍິງ ກະຊວງ ການຕ່າງປະເທດ ອອສເຕຣເລັຽ ກ່າວຕໍ່ອົງການ The Age ວ່າ  ພວກທ່ານຮູ້ສຶກ ຜິດຫວັງ ໃນການຢ້ຽມຢາມ ຊາວມົ້ງລາວ ແບບມີການຈໍາກັດ ຊຶ່ງພວກທ່ານ ມີຄວາມເປັນຫ່ວງ ໃນສວັດດີພາບ ຂອງຊາວມົ້ງກຸ່ມນີ້. ໃນຈໍານວນ ຊາວມົ້ງລາວ ຫລາຍກວ່າ 4500 ຄົນທີ່ໄດ້ເອົາຕົວ ຫລົບໜີໄປໄທ ແລະຖືກສົ່ງກັບ ຄືນລາວນັ້ນມີ ພຽງ 158 ຄົນທີ່ມີໂອກາດ ພົບກັບ ສະຫະປະຊາຊາດ ດ້ານສິດທິມະນຸດ ຕອນທີ່ຢູ່ເມືອງໄທ ຊຶ່ງທັງ 158 ຄົນນັ້ນ ຖືກພົບວ່າ ເປັນຜູ້ອົພຍົບ ຢ່າງແທ້ຈິງ. ອອສເຕຣເລັຽ ໄດ້ກະຕຣຽມເພື່ອ ໃຫ້ຊາວມົ້ງ 47 ຄົນໄປຕັ້ງ ຖີ່ນຖານ ຢູ່ອອສເຕຣເລັຽ ຂະນະທີ່ໄດ້ ອະນຸມັດ visas ໃຫ້ 17 ຄົນ ເພື່ອໄປ ຢູ່ອອສເຕຣເລັຽ ບົນພື້ນຖານ ມະນຸສະທັມ.

ໂຄສົກຍິງ ກ່າວຕື່ມວ່າ ພວກທ່ານຍັງມີ ພັນທະ ໃຫ້ຊາວມົ້ງກຸ່ມນີ້ ໄປຢູ່ອອສເຕຣເລັຽ  ແລະພວກທ່ານ ຂໍຮຽກຮ້ອງໃຫ້ ຣັຖບານລາວ ອະນຸຍາດໃຫ້ ອົງການສາກົນ ເຂົ້າ ເຖິງຊາວມົ້ງກຸ່ມນີ້ ແລະອະນຸຍາດໃຫ້ ອອກຈາກລາວໄດ້ ຖ້າຜູ້ກ່ຽວຍັງ ຢາກຈະໄປ. ພາຍຫລັງ ໄດ້ໃຫ້ສັນຍາ ເຣື້ອງການເຂົ້າເຖິງ ຊາວມົ້ງພາຍໃນ 30 ວັນ ຫລັງຈາກ ກັບຄືນລາວ ຕໍ່ບັນດາປະເທດ ຮັບເອົາຊາວມົ້ງ ເຊັ່ນອອສເຕຣເລັຽ ແລະ ສະຫະປະຊາຊາດນັ້ນ ຣັຖບານລາວ ໄດ້ກັບຄໍາ ແລະການຢ້ຽມຢາມ ເມື່ອວັນສຸກຜ່ານມາ ຖືເປັນເທື່ອທໍາອິດ ທີ່ອອສເຕຣເລັຽ ໄດ້ຮັບ ອະນຸຍາດໃຫ້ ເຂົ້າເຖິງ ຊາວມົ້ງລາວໄດ້. 

ການຢ້ຽມຢາມຂອງ ມາດາມທູດ Foster ເປັນສ່ວນນຶ່ງຂອງການ ຢ້ຽມຢາມ ໝູ່ບ້ານຊາວມົ້ງ ຂອງຄະນະນັກການທູດ ເຈົ້າໜ້າທີ່ ສະຫະປະຊາຊາດ ແລະຊື່ມວນຊົນ ຈໍານວນນຶ່ງ ເປັນເວລາປະມານ 2 ຊົ່ວໂມງ ຖ່າມກາງ ການສິ້ງຊອມ-ຕິດຕາມ ຢ່າງໃກ້ຊິດ ຂອງທາງການລາວ ໂດຍບໍ່ອະນຸຍາດ ໃຫ້ເວົ້າລົມ ກັບຊາວມົ້ງ ເປັນການ ສ່ວນຕົວໄດ້ເລີຍ. 

ທາງການລາວ ເວົ້າວ່າ ຊາວມົ້ງລາວ ເມື່ອກັບຄືນລາວແລ້ວ ກໍບໍ່ຕ້ອງການ ໄປຕັ້ງຖີ່ນຖານ ໃໝ່ຢູ່ ປະເທດໃດໝົດ. ກຸ່ມສິດທິມະນຸດ ຕ່າງກໍວ່າ ຊາວມົ້ງລາວ ຖືກບັງຄັບ ໃຫ້ເຊັນເອກກະສານ ທີ່ເວົ້າວ່າ ພວກເຂົາເຕັມໃຈ ທີ່ຈະຢູ່ໃນ ປະເທດລາວ ບໍ່ໄປປະເທດ ອື່ນອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jun 13, 2010 11:32 PM

ການຊ່ວຍເຫຼືອຂອງສາກົນໂດຍຜ່ານລັດຖະບານລາວນັ້ນແມ່ນບໍ່ເປັນທໍາເຊິ່ງມີການ ສໍ້ລາດບັງຫຼວງຫຼາຍໂດຍສະເພາະເງິນຫຼືວັດຖຸຊ່ວຍເຫຼືອຫຼ້າຈາກພາຍນອກຮອດມືປະຊາຊົນຈຳນວນ 50%ນັ້ນແມ່ນຖືວ່າດີທີ່ສຸດແລ້ວ ເພາະສ່ວນຫຼາຍແລ້ວພວກເຈົ້າໜ້າທີ່ມັກສວຍໂອກາດທີ່ສຸດໃນການສໍ້ລາດບັງຫຼວງໂດຍເອົາກ່ອນ ກ່ອນຮອດມືຂອງປະຊາຊົນ ແລະ ອ້າງເຫດຜົນວ່າ ເສຍພາສີ, ຄ່າຈົດທະບຽນ, ຄ່າສີ້ນເປືອງໃນການຂົນສົ່ງ, ຄ່າອາຫານໃນການເດີນທາງ ຫຼືນ້ຳມັນລົດ ແລະ ອື່ນໆຫຼາກຫຼາຍຢ່າງ ແລະ ທຸກໆວິທີການທີ່ເໝາະສົມໃນການສໍ້ລາດບັງຫຼວງ. ຄົນລາວເກືອບວ່າທຸກຄົນຮູ້ດີກຽ່ວກັບເລືອງນີ້

Anonymous
Apr 06, 2010 02:39 PM

With much Appreciation to Australian Embassador to give excellent comments for freedom of choice to whom it may concern for resettlement of their new life to any lands if they want to.