ໄທຽຈະສົ່ງຊາວມົ້ງ 5,000 ຄົນກັບເມືອງລາວ

ທາງກາຣໄທຽໄດ້ຕົກລົງ ທີ່ຈະສົ່ງຊາວລາວ ເຜົ່າມົ້ງບໍ່ຕໍ່າກວ່າ 5,000 ຄົນທີ່ຍັງຄ້າງຢູ່ ສູນອົພຍົພຊົ່ວຄາວ ທີ່ເຂຕບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັຊບຸນ

0:00 / 0:00

ທາງກາຣໄທຽໄດ້ຕົກລົງ ທີ່ຈະສົ່ງຊາວລາວເຜົ່າມົ້ງ ບໍ່ຕໍ່າກວ່າ 5,000 ຄົນທີ່ ຍັງຄ້າງຢູ່ສູນອົພຍົພ ຊົ່ວຄາວທີ່ເຂຕບ້ານ ຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັຊບຸນ ໃຫ້ແກ່ທາງກາຣລາວ ຕາມທີ່ທາງຣັຖບາລ ຂອງທັງສອງຝ່າຍ ໄດ້ຕົກລົງກັນແລ້ວນັ້ນ.
ທ່ານ ທະຣັຕ ສະຣືງວັຕ ໂຄສົກກະຊວງກາຣ ຕ່າງປະເທສຂອງໄທຽ ໄດ້ແຈ້ງຕໍ່ທາງສື່ມວລຊົນ ໃນມື້ວັນເສົາຜ່ານມານີ້ວ່າ: ທາງກາຣກ່ຽວຂ້ອງທັງ ສອງຝ່າຍມີກາຣ ປະສານງານກັນມາໂດຽ ຕລອດແລະວ່າຈະມີກາຣ ຈັດສົ່ງຕາມຂັ້ນຕອນ ພາຍຫລັງທີ່ມີກາຣສຳຣວຈ ແລະກວດສອບຢ່າງຄັກ ແນ່ເພື່ອຄວາມປອດພັຍ ໃຫ້ແກ່ຜູ້ທີ່ຈະຖືກສົ່ງ ກັບຄືນປະເທສດັ່ງ ທີ່ເຄີຽໄດ້ປະຕິບັຕມາໄດ້ຫລາຍງວດແລ້ວນັ້ນ.ໃນຂະນະດຽວກັນນີ້ ທາງກະຊວງກາຣ ຕ່າງປະເທສກໍບໍ່ ໄດ້ກ່າວເຖີງວ່າໃນ ຣະຫວ່າງທີ່ທ່ານ ກະສິຕ ພິຣົມ ຣັຖມົນຕຣີກາຣຕ່າງປະເທສຂອງໄທຽໄດ້ເດີນທາງໄປຢ້ຽມຢາມນະ ຄອນຫລວງວຽງຈັນໃນມື້ວັນສຸກຜ່ານມານີ້ນັ້ນ ໄດ້ມີກາຣຍົກເອົາບັນຫາຊາວມົ້ງລາວດັ່ງກ່າວ ຂື້ນສົນທະນາກັບທາງກາຣ ສປປລາວ ແຕ່ຢ່າງໃດເລີຽ ທາງອົງກາຣປົກປ້ອງ ສິທທິມະນຸສຍະຊົນ ທີ່ມີຫ້ອງກາຣຢູ່ນະຄອນ ນິວຢອກໄດ້ພຍາຍາມຮຽກຮ້ອງ ໃຫ້ທາງກາຣຂອງລາວ ແລະໄທຽໄດ້ອະນຸຍາຕ ໃຫ້ເຈົ້າໜ້າທີ່ດ້ານ ສິທທິມະນຸສເຂົ້າໄປ ຕິດຕາມເບີ່ງຄວາມເປັນ ຢູ່ຂອງຈຳພວກທີ່ຖືກ ສົ່ງກັບຄືນໄປແລ້ວ ນັ້ນເຊັ່ນກັນແຕ່ກໍບໍ່ປາ ກົດໄດ້ຮັບກາຣ ອະນຸຍາຕແຕ່ຢ່າງໃດ ແລະທາງກາຣລາວກໍວ່າ ພ້ອມແລ້ວທີ່ຈະຮັບເອົາຊາວ ມົ້ງລາວດັ່ງກ່າວກັບຄືນ ໃຫ້ແລ້ວໝົດກ່ອນກາຣ ເປີດກາຣແຂ່ງຂັນກິລາ "ຊີເກມສ໌" ທີ່ທາງກາຣລາວ ຮັບເປັນເຈົ້າພາບໃນ ເດືອນທັນວາ 2009 ນີ້ນັ້ນ