ອະນາມັຍລາວ ຮ່ວມກັບ ອະນາມັຍໂລກ ວາງແຜນຄວບຄຸມ ໂຣຄຕິດຕໍ່ ໃນຊ່ວງ ກິລາຊີເກມສ໌
2009.10.28
ກົມອະນາມັຍ ສປປລາວ ຮ່ວມດ້ວຍຫນ່ວຍງານ ທີ່ກ່ຽວຂ້ອງ ຂອງກະຊວງ ສາທາຣະນະສຸຂ ກັບອົງການ ອະນາມັຍໂລກ ປະຈຳນະຄອນ ຫລວງວຽງຈັນ ແລະ ຕົວແທນຈາກຫ້ອງການ ນາຍົກຣັຖມົນຕຣີ ປະຊຸມ ປືກສາຫາລື ກ່ຽວກັບ ການກວດກາໂຣຄຕິດຕໍ່ ປະເພດຕ່າງໆ ໃນບັນດາແຂກ ທີ່ສຳຄັນຈາກ ຕ່າງປະເທດ ທີ່ຈະເຂົ້າມາ ທ່ອງທ່ຽວ ແລະ ຮ່ວມແຂ່ງຂັນກິລາ ໃນຊ່ວງການແຂ່ງຂັນ ກິລາຊີເກມສ໌ ໃນລາວ ໃນທ້າຍປີນີ້.
ທາງການ ຄາດຄະເນວ່າ ຈະມີນັກທອ່ງທ່ຽວ ເຂົ້າມາລາວ ໃນເວລານັ້ນ ຫລາຍສິບພັນຄົນ ຈື່ງຕ້ອງວາງມາຕການ ຢ່າງເຂັ້ມງວດ ໃນການກວດກາ ໂຣຄຕິດຕໍ່ໂດຍ ສະເພາະ ໂຣຄໄຂ້ຫວັດຫມູ, ໄຂ້ຫວັດໃຫຍ່ ແລະ ໂຣຄຕິດແປດ ປະເພດອື່ນໆ ດັ່ງເຈົ້າຫນ້າທີ່ ທ່ານນື່ງເວົ້າວ່າ:
"ກໍ່ມີອົງການ ອະນາມັຍໂລກ ທີ່ປະຊຸມທີ່ ລາວປະຊຸມກັນເລື້ອຍໆ ຂແນງການ ໂດຍສະເພາະ ພາກສ່ວນເຝົ້າຣະວັງ ພຍາດ ກໍ່ພົວພັນ ຫນ່ວຍຕອບໂຕ້ ການບໍຣິການ ກຽມໃວ້ຫມົດ."
ແນວທາງປ້ອງກັນ ໃນເບື້ຶອງຕົ້ນ ຈະເລັ່ງໃສ່ ການກະຕຽມນາຍແພດ ໃຫ້ພຽງພໍ ກັບຈຳນວນຄົນ ການຕັ້ງຫນ່ວຍ ເຝົ້າຣະວັງ ຕິດຕາມສຸຂພາບ ນັກກິລາ ທີ່ເຮືອນພັກ ນັກກິລາ ແລະ ທີ່ສນາມກິລາ ທຳຄວາມສະອາດ ສຖານທີ່ສຳຄັນຕ່າງໆ, ຮ່ວມດ້ວຍການ ລາຍງານສຸຂພາບ ປະຈຳວັນຂອງ ບຸກຄົນກຸ່ມທີ່ສ່ຽງ ໄປໃຫ້ຫ້ອງການ ປະສານງານດ້ານ ພຍາດຕິດຕໍ່ ແຫ່ງຊາດ ແລະ ອົງການ ອະນາມັຍໂລກ ອີກທັງເພີ້ມການ ກວດກາ ບຸກຄົນເຂົ້າອອກ ຕາມດ່ານຕ່າງໆໃຫ້ ລະອຽດກ່ວາເກົ່າ.
ສຳລັບການ ປະສານງານກັບ ປະເທດເພື່ອນບ້ານ ພາກສ່ວນທີ່ ກ່ຽວຂ້ອງຂອງລາວ ໄດ້ປະສານໄປຍັງ ປະເທດສມາຊີກ ກິລາຊິເກມສ໌ ໃຫ້ຊ່ອຍກວດກາ ສຸຂພາບ ນັກກິລາ ແລະ ກັມມະການກິລາ ເປັນເບື້ອງຕົ້ນ ກ່ອນຈະເຂົ້າມາລາວ.
ການແຂ່ງຂັນ ກິລາຊິເກມສ໌ ຄັ້ງທີ 25 ທີ່ລາວເປັນເຈົ້າພາບ ຄັ້ງທຳອິດ ຈະຈັດຂື້ນໃນ ວັນທີ 9-18 ທັນວາ ປີ 2009 ຄາດວ່າ ຈະມີຄົນເຂົ້າເບີ່ງ ການແຂ່ງຂັນ ເປັນຈຳນວນຫລວງຫລາຍ ທາງການລາວຕ້ອງ ມີການເຂັ້ມງວດ ໃນການປ້ອງກັນ ບັນຫາຕ່າງໆ ນື່ງໃນນັ້ນ ກໍ່ແມ່ນບັນຫາ ໂຣຄຕິດຕໍ່.