ປະເມີນຜົນນໍ້າສະອາດ ທີ່ເມືອງດັກຈືງ ແຂວງເຊກອງ

ອົງການແຄຣວ່າ ມີແຜນຈະອອກໄປ ປະເມີນຜົນ ເຣື້ອງນໍ້າສະອາດ ທີ່ເມືອງດັກຈືງ ແຂວງເຊກອງ.
ສົມເນ
2009.12.07

ອົງການແຄຣວ່າ ທາງອົງການ ມີແຜນຈະອອກໄປ ປະເມີນຜົນ ເຣື້ອງນໍ້າສະອາດ ທີ່ເມືອງດັກຈືງ ແຂວງເຊກອງ ຫລັງຈາກ ປີທີ່ແລ້ວນີ້ ໄດ້ແກ້ໄຂນໍ້າສະອາດ ໃຫ້ປະຊາຊົນ ໃນເມືອງນັ້ນແລ້ວ ດັ່ງເຈົ້າໜ້າທີ່ ຈາກອົງການແຄຣ ທ່ານນື່ງໄດ້ກ່າວ:

"ໄປເບິ່ງເຂົາເຈົ້າ ເຮັດເຣື້ອງນໍ້າສະອາດ ເຮັດສຸກສືກສາ ແລະປະເມີນຜົນ ວຽກຂອງປີກ່ອນ ເປັນໄດ້ດີບໍ່ ບໍ່ດີບໍ່".

ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ ຄຸນນະພາບຂອງນໍ້າ ຢູ່ໃນເຂດເມືອງດັກຈືງ ຊື່ງເປັນເຂດສອກຫລີກ ຫ່າງໄກບໍ່ຄ່ອຍດີປານໃດ ຍ້ອນມີສານເຄມີ ຕົກຄ້າງ ເຖິງແມ່ນວ່າບໍ່ເຖິງ ຂັ້ນນາບຂູ່ຕໍ່ຊີວິດ ຂອງປະຊາຊົນກໍດີ ແຕ່ມັນກໍສົ່ງຜົນ ກະທົບຕໍ່ສິ່ງແວດລ້ອມ ຊື່ງໃນລະຍະຍາວນັ້ນ ມັນກໍຈະມີຜົນສະທ້ອນ ຕໍ່ສຸຂອະນາໄມ ຂອງປະຊາຊົນໄດ້.

ບັນຫາຄວາມບໍ່ສະອາດ ຂອງນໍ້າໃນເຂດເມືອງດັກຈືງ ແຂວງເຊກອງ ມີຂື້ນຕື່ມອີກ ຫລັງຈາກເຫດການນໍ້າຖ້ວມ ສາມແຂວງພາກໃຕ້ ເມື່ອບໍ່ນານມານີ້. ປະຊາຊົນປະສົບກັບ ພຍາດຖອກທ້ອງ ແລະພຍາດຕາແດງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.