ສາທາຣະນະສຸຂປ່າວເຕືອນ ໃຫ້ປະຊາຊົນ ຮັກສາສຸຂພາບ
2009.11.13
ໃນລະຍະ ການປ່ຽນຈາກຣະດູຝົນ ເຂົ້າສູ່ຣະດູໜາວນີ້ ມີຄວາມສ່ຽງ ຕໍ່ການຣະບາດ ຂອງພະຍາດ ຫລາຍຊນິດ, ສະນັ້ນ ທາງຫ້ອງການ ສາທາຣະນະສຸກ ແຂວງສາຣະວັນ ໃຫ້ຂໍ້ມູນວ່າ ເຈົ້າໜ້າທີ່ ກໍາລັງຮີບໂຮມ ຂໍ້ມູນ ແລະ ອອກກວດ ຕາມພື້ນທີ່ ເຂດສອກຫລີກ ເພື່ອໃຫ້ບໍຣິການປະຊາຊົນ ມີຄວາມຣະມັດຣະວັງ ພະຍາດ ໃນຊ່ວງຣະດູຝົນ ຕໍ່ໃສ່ຣະດູໜາວ, ໂດຍສະເພາະ ພະຍາດໄຂ້ຫວັດໝູ, ໄຂ້ຫວັດນົກ, ປອດອັກເສບ ເປັນຕົ້ນ.
ທ່ານແສງຈັນ ແກ້ວວັນມຸກດາ, ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກຫ້ອງການ ສາທາຣະນະສຸກ ແຂວງສາຣະວັນ ກ່າວວ່າ:
”ກໍເພາະ ບໍ່ທັນພົບເນາະ, ການກວດກາ ເຊື້ອໂຣກ ໃນຄົນນີ້ ພວກເຮົາ ກໍເຝົ້າຣະວັງ ຢູ່ຕາມໂຮງໝໍ ແລະ ປັດຈຸບັນນີ້ ຫາກວ່າ ມີອາການ ທີ່ວ່າສົງໃສ ພວກເຮົາ ກໍຈະສອບສວນ ແຕ່ທີ່ຜ່ານມາ ກໍບໍ່ທັນພົບ ກໍອີງໃສ່ ແຕ່ລະສະພາບການເນາະ ປັດຈຸບັນນີ້ ພວກເຮົາ ເຝົ້າຣະວັງ ມີໄຂ້ຫວັດສັດປີກ, ຖອກທ້ອງ, ອະຫິວາ ໄຂ້ເລືອດອອກ.”
ບັນຫາ ໂຣກປະຈໍາຣະດູ ໃນລາວ ຈະສົ່ງຜົນກະທົບ ຫລັກໆ ໃສ່ປະຊາຊົນ ໃນເຂດພູດອຍ ແລະ ປະຊາຊົນ ຜູ້ທຸກຍາກ, ການເບິ່ງແຍງຂອງຣັຖບານ ໄປບໍ່ທົ່ວເຖິງ. ໂຣກທີ່ເກີດຂຶ້ນ ໃນຣະດູໜາວ ມັກຈະເກີດຂຶ້ນ ກັບເດັກນ້ອຍ ແລະ ຄົນສູງອາຍຸ ເປັນສ່ວນໃຫຍ່, ເປັນຕົ້ນແມ່ນ ໂຣກໄຂ້ຫວັດ, ຫັດເຢັຍຣະມັນ, ໂຣກສຸກໃສ ແລະ ທ້ອງຊຸ. ໂດຍສະເພາະ ຢ່າງຍິ່ງ ແມ່ນໂຣກໄຂ້ຫວັດ ແລະ ປອດບວມ.
ເຖິງຢ່າງໃດ ກໍຕາມ, ທາງເຈົ້າໜ້າທີ່ ສາທາຣະນະສຸກ ແນະນໍາ ໃຫ້ປະຊາຊົນ ໃນແຂວງສາຣະວັນ ເອົາໃຈໃສ່ ສຸຂພາບ ຂອງຕົນ, ເນື່ອງຈາກວ່າ ໃນເຂດສອກຫລີກຫ່າງໄກ, ທາງແພດ ອານາມັຍ ໄປຮັກສາບໍ່ສະດວກ ແລະ ໃຊ້ເວລາດົນ ໃນການເດີນທາງໄປຮັກສາ, ຊຶ່ງອາດເປັນອັນຕະຣາຍ ເຖິງແກ່ຊີວິດໄດ້.