ເມືອງຈໍາພອນສັດລ້ຽງ ຕາຍປາສຈາກສາເຫດ
2010.07.23
ໃນຫວ່າງບໍ່ດົນ ຜ່ານມາ ປະຊາຊົນ ໃນເມືອງ ໄຊບຸຣີ ແຂວງສວັນນະເຂດ ໄດ້ຮ້ອງຮຽນ ກ່ຽວກັບ ສັດລ້ຽງ ທີ່ເຈັບປ່ວຍ ລົ້ມຕາຍ ມາເຖິງ ປັດຈຸບັນນີ້ ບັນຫາ ດັ່ງກ່າວ ກໍກຳລັງ ເກີດຂື້ນກັບ ປະຊາຊົນ ໃນເມືອງ ຈຳພອນ. ເຖິງ ປັດຈຸບັນນີ້ ສາເຫດ ຂອງການ ເຈັບປ່ວຍ ລົ້ມຕາຍ ຂອງສັດ ຍັງຫາສາເຫດ ບໍ່ທັນໄດ້ ຢ່າງແຈ່ມແຈ້ງ ເທື່ອ. ດັ່ງ ນັກວິຊາການ ຈາກຫ້ອງການ ຊັພຍາກອນນ້ຳ ແລະ ສິ່ງແວດລ້ອມ ແຂວງ ສວັນນະເຂດ ໄດ້ເວົ້າ ກ່ຽວກັບ ເຣື້ອງນີ້ວ່າ:
"ຫວ່າງ 2-3 ມື້ນີ້ ກໍທາງ ເມືອງຈຳພອນ ເພິ່ນກໍໂທ ມາແຈ້ງ ຫ້ອງການ ສິ່ງແວດລ້ອມ ພວກເຮົາ ກໍວ່າມີ ງົວຄວາຍ ຕາຍອີກ ແລະ ມີປາຕາຍ ພວກເຮົາ ກໍວ່າຊິລົງ ໄປເບິ່ງ ມັນແມ່ນ ໂຕໃດແທ້ ແລະ ເຮົາຊິເອົາ ຂື້ນມາ ລາຍງານ ທາງສູນກາງ".
ນັກວິຊາການ ຜູ້ເກົ່າເວົ້າ ອີກວ່າ ສຳລັບ ບັນຫາ ທີ່ເກີດຂຶ້ນ ໃນເມຶອງ ຈຳພອນນີ້ ທາງຫ້ອງການ ຊັພຍາກອນນ້ຳ ແລະ ສິ່ງແວດລ້ອມ ແຂວງ ຍັງບໍ່ທັນ ສາມາດ ລົງໄປ ກວດກາ ໄດ້ເທື່ອ ຍ້ອນສາເຫດ ຫລາຍປະການ.
ເຖິງຢ່າງໃດ ກໍຕາມ ບັນຫາທີ່ ເກີດຂື້ນຢູ່ ເມືອງ ໄຊບຸຣີ ແລະ ເມຶງຈຳພອນ ຫລາຍຄົນ ຄາດວ່າ ອາດເປັນຍ້ອນ ການປ່ອຍ ນ້ຳເສັຍ ເປິເປື້ອນ ປະສົມ ສານເຄມີ ຈາກ ໂຮງງານ ຜລິດນ້ຳຕານ ຫລືອາດ ເກີດຈາກ ໂຣກແຜ່ ຣະບາດ ຕາມ ຣະດູການ ໃນໝູ່ສັດ ແຕ່ເຖິງ ປັດຈຸບັນນີ້ ກໍຍັງ ບໍ່ສາມາດ ມີຄຳຕອບ ທີ່ແຈ່ມແຈ້ງ ໄດ້ເທື່ອ. ດັ່ງ ນັກວິຊາການ ເວົ້າອີກວ່າ:
"ຍັງໃຫ້ ຂໍ້ມູນ ບໍ່ໄດ້ຊັດເຈນ ວ່າມັນແມ່ນ ຕົວໃດແທ້ ວ່າຍ້ອນ ສາເຫດຕາຍ ຍ້ອນຕົວໃດ ເຮົາກໍຍັງ ໃຫ້ຂໍ້ມູນ ບໍ່ໄດ້ເປັນ ທາງການ ກໍພຽງແຕ່ ວ່າສັດຕາຍ ເປັນຍ້ອນ ຕົວໃດກໍຍັງ ບໍ່ເຂົ້າໃຈເທື່ອ".
ຍານາງ ໄດ້ກ່າວ ສລຸບວ່າ ບັນຫາ ການເຈັບປ່ວຍ ລົ້ມຕາຍ ຂອງສັດລ້ຽງ ໃນສອງເມືອງ ຢູ່ແຂວງ ສວັນນະເຂດ ຍັງບໍ່ທັນ ຊອກຫາ ສາເຫດ ໄດ້ແຈ່ມແຈ້ງ ເທື່ອ ຍ້ອນຂາດ ງົບປະມານ ແລະ ພະນັກງານ ສະເພາະ.