ສປປລາວ ໄດ້ຮັບຢາສັກ ປ້ອງກັນ ເຊື້ອໂຣກໄຂ້ຫວັດໝູ ສາຍພັນ H1N1 ຈາກການຊ່ອຍເຫລືອ ຂອງປະເທດ ອອສເຕຣເລັຍ ຜ່ານອົງການ ອະນາໄມໂລກ ແລ້ວ. ພິທີມອບຢາ ຈາກສະຖານທູດ ອອສເຕຣເລັຍ ໃຫ້ຣັຖບານ ສປປລາວ ໄດ້ຈັດຂື້ນໃນ ມື້ວັນຈັນ ທີ 15 ມີນາ 2010 ຜ່ານມາ. ເຈົ້າໜ້າທີ່ກະຊວງ ສາທາຣະນະສຸຂ ຜູ້ນຶ່ງເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ຫາກໍ່ໄດ້ຮັບ ມື້ວານນີ້ ຫາກໍ່ຈັດພິທີຮັບ ມື້ວານນີ້ມີ 6 ແສນກວ່າ ໂດສເນ໋າະ ທາງໂຄງການສັກຢາ ກັນພຍາດ ຂະເຈົ້າກໍຄົງ ຈະເລີ້ມສັກໃຫ້ ກຸ່ມທີ່ມີຄວາມສ່ຽງ".
ທ່ານເວົ້າ ຕື່ມວ່າ ກຸ່ມຄົນທີ່ມີຄວາມສ່ຽງ ຈະຕ້ອງໄດ້ສັກຢາ ກ່ອນກໍມີ ພວກນາຍໝໍນາງໝໍ ທີ່ເຮັດວຽກໃກ້ຊິດ ກັບຜູ້ປ່ວຍ, ພວກແມ່ຍິງ ທີ່ຖືພາ, ຄົນປ່ວຍທີ່ເປັນໂຣກ ຊໍາເຮື້ອ, ຊຶ່ງຈຳນວນທັງໝົດ ຂອງພວກທີ່ມີ ຄວາມສ່ຽງເຫລົ່ານີ້ ຈະຢູ່ໃນປະມານ 6 ແສນຄົນພໍດີ.
ສຳລັບການ ແຈກຢາຍຢາ ໃຫ້ປະຊາຊົນ ກໍຈະແຈກຢາຍ ຜ່ານໂຄງການສັກຢາ ກັນພຍາດທີ່ມີ ຢູ່ໃນທຸກໆແຂວງ. ສ່ວນຜູ້ທີ່ຕົກ ຢູ່ໃນເປົ້າໝາຍ ຄວາມສ່ຽງກໍໄປ ຮັບການ ສັກຢາ ຕາມສະຖານ ບໍລິການ ສາທາຣະນະສຸຂ ຕ່າງໆ ໃກ້ບ້ານຂອງຕົນໄດ້ ໃນໄວໆນີ້. ທ່ານເວົ້າເຖິງ ສະຖານະການ ໄຂ້ຫວັດໝູ ສາຍພັນ H1N1 ໃນສປປລາວ ໃນຂະນະນີ້ວ່າ:
"ດຽວນີ້ມັນກໍບໍ່ໄດ້ ເພີ້ມຂື້ນເນ໋າະ ບໍ່ໄດ້ເພີ້ມຂື້ນ ຫລາຍ ເພາະດຽວນີ້ມັນ ກໍມີແຕ່ວ່າ ພວກເຮົາ ເຫັນແຕ່ຢູ່ໃນ ກໍຣະນີ ໂປຣເຈັກ ທີ່ພວກເຮົາເຮັດ ທາງດ້ານການເຖົ້າ ລະວັງ ທາງດ້ານແລປຫັ້ນ ເທົ່ານັ້ນແຫລ໋ະ ແຕ່ວ່າທົ່ວໆໄປແລ້ວ ກໍບໍ່ມີຈຳນວນ ເພີ້ມຂື້ນ".
ນອກຈາກນີ້ ອົງການອະນາໄມໂລກ ໄດ້ລາຍງານ ເມື່ອວັນທີ 7 ມົກກະຣາ 2010 ຜ່ານມາວ່າ ໃນ ລາວ ມີຜູ້ປ່ວຍຕິດເຊື້ອ ໄຂ້ຫວັດໝູ ສາຍພັນ A/H1N1 ທັງໝົດ 292 ກໍຣະນີ ເສັຍຊີວິດ 2 ຄົນ.