ລາວ ເພີ້ມການປ້ອງກັນ ໄຂ້ຫວັດໝູ

ທາງຫ້ອງກາຣ ຄວບຄຸມພຍາທ ຕິດຕໍ່ແຫ່ງຊາຕ ເພີ່ມມາຕກາຣ ໃຫ້ຄວາມຮູ້ແກ່ ຜູ້ປະກອບກາຣ ຣົຖໂດຽສາຣ ເພື່ອປ້ອງກັນ ກາຣແພ່ຣະບາດ ຂອງໂຣຄ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009.
ຫວາດ ສີມູນ
2009.06.24

ຫ້ອງກາຣ ປະສານງານ ດ້ານກາຣຄວບຄຸມ ພຍາທຕິດຕໍ່ ແຫ່ງຊາຕຂອງລາວ ໄດ້ເພີ່ມ ມາຕຕະກາຣ ເພື່ອຮັບມືກາຣ ແຜ່ຣະບາດ ຂອງເຊື້ອໂຣຄ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ໂດຽມີກາຣໂຄສະນາໃຫ້ຄວາມຮູ້ແກ່ ຜູ້ປະກອບກາຣ ຣົຖໂດຽສາຣ ເພື່ອໃຫ້ມີກາຣ ເຝົ້າຣະວັງ ຫລາຍເພີ່ມຂື້ນ ເນື່ອງຈາກວ່າ ຜູ້ຕິດເຊື້ອໄຂ້ ຫວັດໃຫຍ່ ຊນິດ A/H1N1 ທີ່ພົບເຫັນ ໃນລາວທັງ 3ຄົນ ຫວ່າງມໍ່ໆ ມານີ້ນັ້ນ ເປັນກາຣຕິດເຊື້ອ ມາຈາກຕ່າງ ປະເທສ ດັ່ງທີ່ ດຣ. ບຸນຫລາຍ ພົມມະສັກ ຫົວໜ້າ ຫ້ອງກາຣ ປະສານງານດ້ານ ກາຣຄວບຄຸມ ພຍາທຕິດຕໍ່ ແຫ່ງຊາຕ ໄດ້ໃຫ້ກາຣ ອະທິບາຍວ່າ:

“ກໍຣະນີ ຕິດເຊື້ອນີ້ແມ່ນ ຕິດມາແຕ່ຕ່າງ ປະເທສ ມາຕກາຣນີ້ ຈະໄດ້ ໂຄສະນາ ໃຫ້ພາຄສ່ວນ ເປັນຕົ້ນຢູ່ ສະຖານີຣົຖບໍ ແທ໊ຄຊີບໍ ຣົຖເມສາຍເໜືອ ສາຍໃຕ້ອີຫຍັງ ຕ່າງໆ ເພາະວ່າຄົນ ໂດຽສາຣ ທີ່ເຂົ້າມາ ນຳເຊື້ອມັນ ຣະຍະບົ່ມເຊື້ອ ມັນບໍ່ທັນ ໝົດເທື່ອ”

ພ້ອມດຽວກັນນີ້ ທ່ານກໍວ່າ ໃນຈຳນວນນັກ ທ່ອງທ່ຽງຊາວ ຕ່າງປະເທສ ທີ່ເຂົ້າຢ້ຽມຢາມ ເມືອງລາວນັ້ນ ກໍອາຈມີບາງ ສ່ວນທີ່ມີກາຣ ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນ ໃໝ່ນີ້ ແຕ່ຫາກຢູ່ໃນ ຣະຍະເພາະຕົວ ທີ່ຍັງບໍ່ທັນ ແສດງອອກໃຫ້ເຫັນ ເທື່ອກໍເປັນໄດ້ ສະນັ້ນທາງກາຣ ກ່ຽວຂ້ອງຈື່ງຕ້ອງ ໄດ້ເພີ່ມມາຕກາຣ ເຝົ້າຣະວັງ ຈາກກາຣໃຊ້ ບໍຣິກາຣຣົຖ ໂດຽສາຣພາຍໃນ ປະເທສ ຫລາຍເພີ່ມຂື້ນ ດ້ວຍກາຣໃຫ້ ຄວາມຮູ້ແກ່ ບັນດາພນັກງານ ທຸກພາຄສ່ວນ ເພື່ອໃຫ້ມີກາຣ ປະຕິບັຕ ຢ່າງຖືກຕ້ອງ ຖ້າຫາກ ພົບເຫັນມີ ຜູ້ປ່ວຍ. ພ້ອມກັບກາຣ ຈັດພີມເອກສາຣ ໃຫ້ໄດ້ຫລາຍ ພາສາ ເປັນກາຣປະກາສ ໂຄສະນາ ໃຫ້ຄວາມຮູ້ແກ່ ນັກທ່ອງທ່ຽວ ນຳດ້ວຍ ໂດຽສະເພາະ ໃຫ້ມີ ກາຣແຈກຢາຍຢູ່ ຕາມດ່ານທີ່ມີ ຜູ້ໂດຽສາຣ ເດີນທາງເຂົ້າມາ ຈາກປະເທສ ເພື່ອນບ້ານໃກ້ຄຽງ ເພື່ອເປັນ ກາຣປ້ອງກັນ ດັ່ງທີ່ ດຣ. ບຸນຫລາຍ ໄດ້ກ່າວຢ້ຳ ອີກວ່າ:

“ເຮົາກໍ ຄາດຄະເນ ວ່າຈຳນວນທີ່ ຈະຖືກພົບເຫັນ ມັນອາຈຈະທຍອຍໆ ຫັ້ນແຫລະ ແຕ່ວ່າສຳຄັນ ທີ່ສຸດແມ່ນ ຊອກຄົ້ນແຕ່ ຫົວທີ ໃຫ້ມັນໄດ້ ປັຈຈຸບັນນີ້ ເຮົາກໍບໍ່ທັນ ມີເຖີງຂັ້ນວ່າ ມີຄົນຕິດ ເຊື້ອແລ້ວໄປຕິດ ເຊື້ອໃສ່ຜູ້ອື່ນ ເຮົາບໍ່ທັນມີ ຖ້າເປັນແນວນີ້ ກໍຖືວ່າຢູ່ ໃນເກນດີ”

 ເຈົ້າໜ້າທີ່ລາວ ທ່ານນີ້ ໃຫ້ກາຣຊີ້ແຈງ ເພີ່ມວ່າ: ຜົລຂອງກາຣ ປະເມີນຄວາມ ຮຸນແຮງຂອງເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຈາກອົງກາຣ ອະນາມັຍໂລກ ໃນຣະຍະນີ້ ວ່າຢູ່ໃນ ຣະດັບປານກາງ ຫລືຢູ່ໃນເກນ ທີ່ເບົາບາງ ແຕ່ກໍບໍ່ສາມາດ ທີ່ຈະຢືນຢັນ ໄດ້ວ່າຈະມີ ຄວາມຮຸນແຮງ ຫລາຍກວ່າເກົ່າ ໃນອະນາຄົຕ ນັ້ນແຕ່ ປະກາຣໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.