ຮອງ ຣັຖມົນຕຣີ ສາທາຣະນະສຸກໄທ ທ່ານ ມານີດ ນົພພະມອນ ກ່າວໃນມື້ວານນີ້ວ່າ ສາມີຂອງຜູ້ໄດ້ຮັບ ເຄາະຮ້າຍ ໄດ້ອະນຸຍາດໃຫ້ ນາຍແພດ ໃຊ້ປອດຂອງ ພັລຍາຂອງລາວ ຜູ້ທີ່ເສັຽຊີວີດ ຍ້ອນໂຣຄໄຂ້ຫວັດຫມູ ເພື່ອເປັນການຮຽນຮູ້ ກ່ຽວກັບການປີ່ນປົວ ຜູ້ທີ່ຕິດໂຮຄ ດັ່ງກ່າວ ແລະຄົນອື່ນໆອີກ.
ຜູ້ຍີງຄົນດັ່ງກ່າວ ເສັຽຊີວີດຍ້ອນໂຣຄ ໄຂ້ຫວັດຫມູ ໃນຂນະທີ່ປອດ ຂອງນາງຫລົ້ມເຫລວ ໃນມື້ວັນສຸກ ຫລັງຈາກນາງຄອດລູກ ທີ່ໂຮງພຍາບານ ແຂວງຣາຊບຸຣີ ແລະກໍ່ເປັນກໍຣະນີ ເດັກນ້ອຍຜູ້ຍີງ ເກີດໃຫມ່ຄົນທຳອີດ ທີ່ແມ່ເສັຍຊີວີດ ຍ້ອນໂຣຄດັ່ງກ່າວ ໃນໄທ.
ເດັກນ້ອຍຍີງຄົນນັ້ນ ຍັງມີຊີວີດແລະ ກໍ່ປາສຈາກໂຣຄ ໄຂ້ຫັວດຫມູ ແຕ່ຍັງຮັກສາຕົວທີ່ ໂຮງພຍາບານຢູ່ ເພາະເກີດກ່ອນກຳນົດ. ທ່ານມານີດເວົ້າວ່າ ທາງຫ້ອງການ ສາທາຣະນະສຸກ ຈະຕັ້ງກອງທືນ ເພື່ອຊ່ວຍຄອບຄົວ ໃນການຮັກສາ ເດັກນ້ອຍຜູ້ຍີງຄົນນີ້. ອົງການອະນາມັຍໂລກ ໃຫ້ການຕັກເຕືອນວ່າ ຜູ້ຍີງຖືພາ ມີຄວາມສ່ຽງສູງ ໃນການຕິດໂຣຄ ໄຂ້ຫັວດຫມູ່ ສາຍພັນ A/H1N1.