ຢາປອມຈາກຈີນ ສ້າງບັນຫາຢູ່ລາວ
2010.05.05
ຢາປອມ ຍັງເປັນສິນຄ້າ ທີ່ຫາໄດ້ງ່າຍ ໃນທົ່ວ ປະເທດລາວ ໂດຍສະເພາະ ໃນຮ້ານຂາຍຢາ ຕາມແຄມທາງ ມີທັງຣົດຈັກ ຂາຍຢາ ເຂົ້າໄປຕາມໝູ່ບ້ານ ແລະຮ້ານຂາຍ ຢາ ໃນເຂດເມືອງ ຫ່າງໄກຕ່າງໆ. ຢາບໍ່ໄດ້ມາຕຖານ ທີ່ມາຈາກ ປະເທດຈີນ ມີຢ່າງຫຼວງຫຼາຍ ໃນລາວ. ຕາມຄໍາເວົ້າຂອງ ຊາວບ້ານໃນແຂວງ ຫລວງນໍ້າທາ:
"ຢູ່ຕົວເມືອງມີໜ້ອຍ ຢູ່ບັນດາບ້ານ ຈະມີບ່ອນ ຫ່າງໄກສອກຫລີກ ບ່ອນເປັນຊາຍແດນ ບ່ອນທີ່ເຮົາໄປ ບໍ່ຮອດບໍ່ເຖິງ ເປັນສ່ວນໃຫຍ່ ຈະມີບັນຫາ".
ທ່ານເວົ້າຕໍ່ໄປວ່າ ຢາປອມທີ່ມີຂາຍ ຢູ່ໃນລາວ ມີຫຼາຍປະເພດ ສ່ວນໃຫຍ່ແມ່ນຢາ ທີ່ບໍ່ໄດ້ມາຕຖານ ແລະມາຈາກຈີນ ຊຶ່ງຊາຍແດນຕິດກັບ ແຂວງພາກເໜືອ ຂອງລາວ ຢາປອມຈະມີຂາຍ ໃນຮ້ານຂາຍຢາ ທົ່ວໄປ. ປະເພດຢາປອມ ກໍມີ ຢາແກ້ປວດ ແກ້ໄຂ້ ພຍາດຖອກທ້ອງ ພຍາດໄຂ້ປ່າ ເປັນຕົ້ນ. ນອກຈາກນັ້ນ ກໍຍັງພົບ ຢາປົວພຍາຕ ທີ່ບໍ່ໄດ້ມາຕຖານ ມີສານເຄມີ ທີ່ເປັນພິດ ເຈືອປົນ:
"ເຂົາເຈົ້າ ຈະບໍ່ໄດ້ເອົາມາ ສະແດງໄວ້ໃຫ້ເຫັນ ຖ້າມີຜູ້ຊື້ ຮູ້ຈັກ ໃຜຢາກໄດ້ຢານັ້ນ ຢານີ້ເຂົາເຈົ້າ ຈະເອົາ ມາຂາຍໃຫ້".
ບັນຫາຢາປອມ ຢາບໍ່ໄດ້ມາຕຖານ ນີ້ ທາງກົມ ອາຫານແລະຢາ ໃນນະຄອນຫລວງ ວຽງຈັນ ກໍໄດ້ຮັບແຈ້ງ ຫລາຍເທື່ອແລ້ວ ແຕ່ອຸບປະສັກ ທີ່ສໍາຄັນທີ່ແທ້ຈິງ ໃນການ ຈັດການ ກັບບັນຫານັ້ນ ກໍຄືບໍ່ມີ ເຈົ້າໜ້າທີ່ພຽງພໍ ໃນການກວດກາ ແລະ ປະຕິບັດ ກົດໝາຍ ຈັບກຸມຄຸມຂັງ. ສ່ວນຫລາຍ ຮ້ານຂາຍຢາ ມັກຈະມີພິກໄຫວ ຮູ້ທັນ ແລະ ບໍ່ນໍາຢາປອມ ອອກມາຂາຍ ເວລາເຈົ້າໜ້າທີ່ ອອກກວດກາ.