ໄຂ້ເລືອດອອກ ແພ່ຜາຍໃນຈີນພາກໃຕ້

ໂຣກໄຂ້ເລືອດອອກ ແພ່ລະບາດ ໃນເຂດພາກໃຕ້ ຂອງຈີນ ກ່ອນການເປີດ ການແຂ່ງຂັນ ເອຊຽນເກມ ພໍດີ.
ໂພໄຊສວັດ
2010.09.17

ໃນຂນະທີ່ ເຈົ້າໜ້າທີ່ ສາທາຣະນະສຸຂ ພຍາຍາມ ຕໍ່ຕ້ານການ ແພ່ລະບາດ ດັ່ງກ່າວ ກ່ອນພິທີເປີດ ການແຂ່ງຂັນ ຢ່າງເປັນທາງການ ແຫລ່ງຂ່າວ ທາງການລາຍງານ ໃນມື້ ວັນສຸກ ທີ 17 ກັນຍາ 2010 ນີ້.

ມີພົບຜູ້ປ່ວຍ 7 ກໍຣະນີ ທີ່ສືບຕໍ່ ມາຈາກ ພຍາດທີ່ຍຸງລາຍ ເປັນພາຫະນະ ໃນອາທິດ ກ່ອນທີ່ເມືອງ ດົງກັນ ແຂວງກວງຕຸ້ງ ຊຶ່ງເປັນເຂດທີ່ ຈະມີການ ແຂ່ງຂັນກິລາ ເອຊຽນເກມ ບາງປະເພດ ລະຫວ່າງ ວັນທີ 12 ຫາ 27 ພຶສຈິກາ 2010 ຊຶ່ງສປຈີນ ຈະເປັນເຈົ້າພາບ. ທ່ານ ເຮ ຈຽງເພັງ ເຈົ້າໜ້າທີ່ ຈາກຫ້ອງການ ຄວບຄຸມ ພຍາດຕິດຕໍ່ ປະຈຳແຂວງ ເວົ້າວ່າ:

“ກິລາເອຊຽນເກມ ຈະເລີ້ມ ໃນມໍ່ໆນີ້ ພວກເຮົາຕ້ອງ ຄວບຄຸມ ການແພ່ລະບາດ ໃຫ້ໄດ້ ເພື່ອເຮັດໃຫ້ ມີຄວາມປອດພັຍ ແລະ ໃຫ້ສະພາບ ການແຂ່ງຂັນ ກິລາ ມີສິ່ງ ແວດລ້ອມ ທີ່ດີ”.

ທ່ານກ່າວຕໍ່ ໄປວ່າ ລະດູທີ່ເກີດ ການແພ່ ລະບາດຂອງ ໄຂ້ເລືອດອອກ ທີ່ສູງທີ່ສຸດ ກໍແມ່ນ ລະຫວ່າງເດືອນ ກັນຍາ ຕໍ່ໃສ່ຕຸລາ. ການກວດກາ ຄວບຄຸມ ການແພ່ລະບາດ ຂອງພຍາດ ເລີ້ມເຂັ້ມງວດ ຂຶ້ນພາຍໃນ ແຂວງ ກວງຊູ ແລະ ເຂດຫົວເມືອງ ອື່ນໆ ທີ່ຈະເປັນ ເຈົ້າພາບ ຈັດການ ແຂ່ງຂັນກິລາ ປະເພດຕ່າງໆ, ຮວມທັງເມືອງ ພໍຊານ ແລະ ຊານເວີຍ.

ໄຂ້ເລືອດອອກ ຕິດຕໍ່ ໃສ່ຄົນຈາກ ຍຸງລາຍໂຕແມ່ ຜູ້ປ່ວຍສ່ວນໃຫຍ່ ຈະມີອາການ ຄືເປັນໄຂ້ຫວັດ. ຜູ້ທີ່ ປ່ວຍສາຫັດ ອາດຈະເກີດ ມີອາການ ເລືອດອອກພາຍໃນ ແລະ ສາມາດ ເສັຍຊີວິດໄດ້.

ໃນການ ແຂ່ງຂັນກິລາ ເອເຊັຍ ເທື່ອນີ້ ຄາດວ່າຈະມີ ນັກກິລາຮອດ 12 ພັນຄົນ ເຂົ້າຮ່ວມ ຊຶ່ງມາຈາກ 45 ປະເທດ ງານມະຫາກັມ ກິລາ ນີ້ເປັນການ ແຂ່ງຂັນທີ່ ໃຫຍ່ທີ່ສຸດ ຂອງໂລກ ລອງຈາກ ກິລາ ໂອລິມປິກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.