ທາງກາຣ ຊຸກຢູ້ ໃຫ້ ອາຈານ ກັບໄປ ສອນ ທ້ອງຖິ່ນເດີມ

ທາງກາຣລາວ ສົ່ງເສີມ ໃຫ້ ບັນດາຄຣູ ກັບຄືນ ໄປພັທນາ ຕາມເຂຕ ບ້ານເກີດ ຂອງຕົນ ພາຍຫລັງ ສິ້ນສຸດ ກາຣຝຶກອົບຮົມ
ຫສາດ ສີມູນ ຣາຍງານ
2008.05.20

ທົ່ວປະເທດລາວ ປັຈຈຸບັນ ຍັງມີ ບັນຫາ ດ້ານຂາດແຄນ ຄຣູສອນ, ໂດຽສະເພາະບັນດາຄຣູ ອາຈາຣ ທີ່ມີຄຸນນະພາບ. ສະນັ້ນ, ທາງຣັຖບາລ ຈຶ່ງເຣັ່ງ ໃນດ້ານ ໃຫ້ມີໂຄງກາຣ ຝຶກອົບຮົມ ຄຣູສອນ ໃຫ້ມີ ຄຸນນະພາບ ທີ່ດີ; ແຕ່ກໍຍັງມີ ບັນຫາ ທີ່ວ່າ ໃນເມື່ອ ເຂົ້າຮ່ວມ ຝຶກອົບຮົມ ຕາມສູນ ຕ່າງໆ ແລ້ວ, ຊ້ຳພັດ ບໍ່ຢາກ ກັບຄືນ ໄປສອນ ຢູ່ຕາມ ເຂຕຊົນນະບົດ ທີ່ຢູ່ຫ່າງໄກ ຊອກຫລີກ, ເຖີງແມ່ນຈະເປັນ ເຂຕ ບ້ານເກີດ ຂອງຕົນ ກໍຕາມ, ດັ່ງ ເຈົ້າໜ້າທີ່ ປະຈຳ ສູນຝຶກອົບຮົມ ທີ່ ນະຄອນ ຫລວງ ວຽງຈັນ ຜູ້ໜື່ງໄ ດ້ກ່າວວ່າ:

“ກໍມີ ເພາະວ່າ ຢູ່ບ້ານເຮົາ ມັນກໍ ຈະສົ່ງມາ ແຕ່ລະແຂວງ, ແຕ່ລະ ຈັງຫວັດ ຫັ້ນແຫລະເນາະ. ມາຮຽນແລ້ວ ກໍຕ້ອງ ໄດ້ກັບ ທ້ອງຖິ່ນ ກໍມີ ຂໍ້ຜູກມັດ ຕ້ອງໄດ້ກັບທ້ອງຖິ່ນ!”

ພ້ອມດຽວກັນນີ້, ທ່ານ ກໍຍອມຮັບວ່າ: ຫລັງຈາກ ສິ້ນສຸດ ກາຣຝຶກ ອົບຮົມແລ້ວ, ບັນດາ ຄຣູສ່ວນໜຶ່ງ ກໍມັກ ຈະຫາ ເຮັດກາຣ ຢູ່ ຕາມເມືອງໃຫຍ່ ຊຶ່ງ ເຂົາເຈົ້າ ຄິດວ່າ ເປັນຊ່ອງທາງ ທີ່ຈະມີ ຣາຍໄດ້ເພີ່ມ ເພື່ອລ້ຽງ ຄອບຄົວ ແທນທີ່ ຈະກັບຄືນ ໄປພັທນາ ເຂຕບ້ານເກີດ ຂອງຕົນ ນັ້ນ. ກ່ຽວກັບ ເຣື່ອງນີ້, ທາງເຈົ້າໜ້າທີ່ ປະຈຳ  ສູນຝຶກ ອົບຮົມ ດັ່ງກ່າວ ກໍພຍາຍາມ ທີ່ຈະຫາ ວິທີ ທາງແກ້ໄຂ, ດັ່ງທີ່ ທ່ານໄດ້ໃຫ້ ກາຣອະທິບາຍ ເພີ່ມວ່າ:

“ກໍພວກເຮົາ ກໍມີ ກຳໜົດ ໄວ້ເນາະ. ສ່ວນຫລາຍ ເຂົາເຈົ້າ ກໍຈະກັບ, ໂດຽສະເພາະ, ແມ່ນ ພນັກງານເກົ່າ ມາເຊື່ອມຕໍ່ ຈາກຊັ້ນສູງ ຈະເປັນ ປຣິນຍາຕຣີ ປຣິນຍາໂທ ໄປ ຊື່ງເຂົາເຈົ້າ ຈະກັບ ທ້ອງຖີ່ນ!”

ເຈົ້າໜ້າທີ່ລາວ ດັ່ງກ່າວ ຍັງໄດ້ ໃຫ້ທັສນະ ອີກວ່າ: ທຸກວັນນີ້ ອາຊີພ ຄຣູສອນ ໃນເຂຕ ນະຄອນຫລວງ ວຽງຈັນ ຫລື ຕາມຕົວເມືອງໃຫຍ່ ຕ່າງໆນັ້ນ, ມີ ຄຣູສອນ ທີ່ເຕັມອັຕຣາແລ້ວ ຈຶ່ງຖື ເປັນ ກາຣຍາກ ສຳຫລັບ ພວກທີ່ຜ່ານ ກາຣຝຶກອົບຮົມ ໃໝ່ໆ, ແລ້ວບໍ່ຢາກ ຈະກັບໄປ ປະຕິບັຕງານ ກາຣສິດສອນ ຕາມໜ້າທີ່ເດີມ ຢູ່ບ່ອນເກົ່າ ແລະ ອີກຢ່າງໜຶ່ງ ທາງຣັຖບາລ ກໍມີ ນະໂຍບາຍ ໃນ ດ້ານກາຣເພີ່ມ ເງິນເດືອນ ເປັນພິເສດ ໃຫ້ແກ່ ບັນດາຄຣູ ອາຈາຣ ທີ່ຈະໄປ ປະຈຳກາຣ, ສອນຕາມເຂຕ ຫ່າງໄກ ຊອກຫລີກ ນັ້ນອີກດ້ວຍ.

EKW: ການສຶກສາ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.