ເຈົ້າໜ້າທີ່ ຫ້ອງກາຣ ແຂວງ ໄຊຍະບຸຣີ ທ່ານໜື່ງ ໄດ້ເປີດເຜີຽວ່າ: ໃນຣະຍະ ທີ່ ເຣີ່ມ ຣະດູຝົນ ປີນີ້ ທີ່ມີ ຝົນຕົກນັກ ຢ່າງຕໍ່ເນື່ອງ ແລະ ເກີດມີ ລົມພາຍຸ ພັດແຮງ ເຖີງຂັ້ນ ເຮັດໃຫ້ ເຮືອນຊານ ບ້ານຊ່ອງ ຂອງປະຊາຊົນ ທີ່ ເມືອງ ຊຽງຮ່ອນ ໄດ້ຮັບ ຄວາມເສັຽຫາຍ ຫລາຍສິບ ຫລັງຄາເຮືອນ. ພ້ອມດຽວກັນນັ້ນ, ກໍໄດ້ສ້າງ ຄວາມເສັຽຫາຍ ໃຫ້ແກ່ ຖນົນຫົນທາງ ເຊັ່ນກັນ, ໂດຽສະເພາະ ເສັ້ນທາງ ທີ່ເຊື່ອມຕໍ່ ຣະຫວ່າງ ເມືອງຫົງສາ ແລະ ເມືອງຊຽງຮ່ອນ ທີ່ຖືກ ນ້ຳຖ້ວມ ແລະ ໄຫລເຊາະ ຈົນບໍ່ສາມາດ ໃຊ້ສັນຈອນ ໄປມາໄດ້ ເປັນຊົ່ວ ຣະຍະນຶ່ງ ແລະ ກໍຕ້ອງ ໃຊ້ເວລາ ທີ່ທາງກາຣ ກ່ຽວຂ້ອງ ຈະສາມາດ ສ້ອມແປງ ແລະ ປັບປຸງໃໝ່ ແລະ ປັຈຈຸບັນນີ້ ເຖີງຝົນຕົກ ຈະເບົາບາງ ລົງແດ່ແລ້ວ ກໍຕາມ, ແຕ່ກາຣສ້ອມແປງ ກໍຍັງ ດຳເນີນ ຢູ່ຕໍ່ໆໄປ.
ເຈົ້າໜ້າທີ່ ຈາກ ຫ້ອງກາຣ ພັຍພິບັຕ ແຫ່ງຊາຕລາວ ກໍວ່າ ຄວາມເສັຽຫາຍ ໃນແຂວງໃຊຍະບຸຣີ ຄັ້ງນີ້ ຖືວ່າ ເປັນກາຣ ສືບຕໍ່ເນື່ອງ ມາຈາກ ອິດທິພົລ ຂອງ ລົມພາຍຸ ໄຕ້ຝຸ່ນ "Nargis" ເຊັ່ນກັນ ທີ່ວ່າ ທາງກາຣລາວ ກໍບໍ່ໄດ້ ຮັບກາຣ ຣາຍງານ ກ່ຽວກັບ ກາຣເສັຽຊີວີຕ ຂອງ ປະຊາຊົນ ແຕ່ປະກາຣໃດ ດັ່ງທີ່ເກີດ ຢູ່ໃນປະເທດ ພະມ້າ ນັ້ນ.