ຂ. ອຸດົມໄຊ ຈະລົບລ້າງ ຄົນ ກືກຫນັງສື ໃຫ້ໄດ້ ປະມານ 4,000 ຄົນ

ແຂວງ ອຸດົມໄຊ ມີ ແຜນການ ຈະລົບລ້າງ ຈຳນວນ ຄົນກືກຫນັງສື ໃຫ້ໄດ້ ໃນປີນີ້.
ຊີດນີ ຣາຍງານ
2008.05.26

ປະມານ 4,000 ຄົນ ໃນ ຈຳນວນ ຜູ້ກືກໜັງສື ທັງໝົດ ໃນແຂວງ ກວ່າ 12,400 ຄົນ, ສ່ວນໃຫຍ່ ຈະເປັນ ຊົນເຜົ່າ ວັຍ ທີ່ອອກແຮງງານ, ດັ່ງ ທ່ານ ໂອວາດ ຈັນທະວົງ, ຫົວໜ້າ ພແນກ ການສຶກສາ ແຂວງ ດັ່ງກ່າວ ເວົ້າວ່າ:

”ມາເຖີງ ປີນີ້ ມັນ ຍັງມີ ຄົນກືກຫນັງສື ຢູ່ 12,440 ຄົນ. ສະເພາະ ຢູ່ ໃນເປົ້າໝາຍ 15-40 ປີ ໃນ ກຸ່ມພວກນີ້ ຈະຖືກ ລົບລ້າງ ປະມານ 4,000 ຄົນ. ມີ ຫລັກສູດ ຣະດັບ 1, ຣະດັບ 2 ແລະ ຣະດັບ 3.”

ທ່ານ ຍັງບອກ ອີກວ່າ ໃນ ຈຳນວນ 12,000 ກວ່າຄົນ ທີ່ ກືກໜັງສື ນັ້ນ, ມີ ອາຍຸ
ຣະຫວ່າງ 15-40 ປີ, ເປັນ ວັຍ ທີ່ ກຳລັງ ອອກແຮງງານ, ສ່ວນໃຫຍ່ ເປັນ ຊາວເຜົ່າ ໃນ ເຂດ ຊົນນະບົດ ທີ່ ອາສັຍ ຢູ່ພູດອຍ. ທາງການແຂວງ ພຍາຍາມ ຈະຍົກຣະດັບ ພວກຂະເຈົ້າ ດ້ວຍ ການຈັດຫາ ທີ່ຮຽນ ແລະ ຄຣູ ອາສາ ໄປສີດສອນຕາມເຂດ ຕ່າງໆ. ຄິດວ່າ ຈະສາມາດ ລົບລ້າງ ການກືກໜັງສື ໃນ ກຸ່ມ ຂອງ ພວກຂະເຈົ້າ ໄດ້ປະມານ 4,000 ຄົນ ໃນປີນີ້ ແລະ ໃນປີ 2015, ຊຶ່ງເ ປັນປີທີ່ ຣັຖບານລາວ ຈະປະກາດ ລົບລ້າ ງການກືກໜັງສື ໃນທົ່ວປະເທດ. ແຂວງ ອຸດົມໄຊ ກໍ່ຈະສາມາດ ລົບລ້າງ ການກືກໜັງສື ໃຫ້ໝົດ ໄດ້ ໃນເວລານີ້.

ທ່ານ ກ່າວ ກ່ຽວກັບ ກຸ່ມ ທີ່ ອ່ານອອກ ຂຽນເປັນ ໄດ້ແລ້ວ ກັບ ມາກືກໜັງສື ໃໝ່ ອີກວ່າ:

”ຍອ້ນວ່າ ພວກເຮົາ ໄດ້ ຍາດແຍ່ງ ເວລາ ຂະເຈົ້າ ເຮັ້ດວຽກ ເຮັດງານ. ດັ່ງນັ້ນ, ຂະເຈົ້າ ຈຶ່ງມີ ເວລານ້ອຍ ແລະ ມີ ຈຳນວນ ນຶ່ງ ກໍ່ກຶກຄືນ, ຍອ້ນວ່າ ຂາດປື້ມ ໃນການອ່ານ ຫລືວ່າ ການ ຝືກອົບຣົມຕໍ່ໄປ ດ້ານ ວີທຍາການ ອືນໆ; ແຕ່ ພວກເຮົາ ໄດ້ ກວດກາ ກັນຄືນ ແລະ ໄດ້ ຈັດຕັ້ງ ການສອນເລີຍ.

ເຖີງຢ່າງໃດ ກໍ່ຕາມ, ນີ້ ກໍ່ເປັນ ບາດກ້າວ ຂອງ ຄວາມຄືບໜ້າ ຂອງ ແຂວງ ອຸດົມໄຊ ທີ່ ພຍາຍາມ ລົບລ້າງ ການກືກໜັງສື ໃນ ແຂວງ ເພື່ອ ຊ່ອຍ ຍົກຣະດັບ ສພາບ ການເປັນຢູ່ ຂອງ ພວກຂະເຈົ້າ ເພາະ ການກືກໜັງສື ຈະເປັນ ຫົນທາງ ທີ່ຈະພາ ໃຫ້ ພວກຂະເຈົ້າ ຕົກຢູ່ ໃນ ພສາບ ຄວາມທຸກຈົນ ເພີ້ມຂື້ນ.

ຄຳສັບ ຊອກຫາຂໍ້ມູນ: ການສຶກສາ education

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.