ປາບຶກ ຍັງບໍ່ຖືກມອງ ຝ່າຍລາວ
2008.05.12
ຊາວປະມົງ ໃນແຂວງບໍ່ແກ້ວ ຍັງບໍ່ສາມາດ ຈັບປາບຶກ ໄດ້ຈັກໂຕ ໃນລະຍະເວລາ ທີ່ອະນຸຍາດ ໃຫ້ຈັບ ປາບຶກໄດ້, ຊຶ່ງຈະ ໝົດກຳໜົດ ເວລາ ໃນອີກ ບໍ່ເທົ່າໃດມື້.
ລະຍະນີ້ ເປັນເວລາ ທີ່ຊາວປະມົງ ໃນເຂດ ແຂວງບໍ່ແກ້ວ ແລະ ແຂວງຊຽງຮາຍ ຂອງໄທ ຖືເປັນ ຣະດູການ ລ້າຈັບ ປາບຶກ ຊຶ່ງກໍໄດ້ ລ້າຈັບ ປາບຶກ ຮ່ວມກັນ ມາແຕ່ ວັນທີ 18 ເມສາ ທີ່ຜ່ານມາ; ແຕ່ ມາຮອດ ປັດຈຸບັນ ຊາວປະມົງລາວ ກໍ່ຍັງ ບໍ່ສາມາດ ຈັບໄດ້ ຈັກໂຕເທື່ອ, ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ຈາກ ຂະແໜງການປະມົງ ແຂວງບໍ່ແກ້ວ ໄດ້ກ່າວ ເຖິງເຣື້ອງນີ້ ວ່າ:
“ເອີ້! ຝັ່ງລາວ ຍັງບໍ່ທັນ ໄດ້ເທື່ອ ຍັງບໍ່ທັນໄດ້ ຈັກໂຕເທື່ອ, ນີ້ ແຕ່ ຈະດຳເນີນ ລົງໄປ ຮອດວັນທີ 15 ຂອງ ເດືອນ ພຶສພາ, ເນາະ. ຖ້າໄດ້ ກໍ່ຕ້ອງໄດ້ຢຸດ ຖ້າບໍ່ໄດ້ ກໍ່ຕ້ອງໄດ້ຢຸດ. ປີໜ້າລະ ຄ່ອຍເວົ້າກັນໃໝ່.”
ທ່ານ ກ່າວຕໍ່ໄປວ່າ ໃນລະຍະ ເດືອນເມສາ ຫາ ເດືອນພຶສພາ ຂອງທຸກໆ ປີ ຖືເປັນເວລາ ທີ່ຊາວປະມົງ ທີ່ຢູ່ ແຄມແມ່ນ້ຳຂອງ ໃນຂົງເຂດ ແຂວງບໍ່ແກ້ວ ແລະ ແຂວງຊຽງຮາຍ ພາກັນ ອອກລ້າ ຈັບປາບຶກ ຊຶ່ງເປັນ ປານ້ຳຈືດ ທີ່ມີ ຂນາດໃຫຍ່ທີ່ສຸດ ໃນໂລກ ແລະ ມີ ຖິ່ນອາໄສ ຢູ່ ສະເພາະ ໃນແມ່ນ້ຳຂອງ ນັ້ນ ເປັນປະຈຳ ມາຫຼາຍຊົ່ວຄົນ ແລ້ວ.
ແຕ່ໃນລະຍະ ຜ່ານມາ ເນື່ອງຈາກ ສະພາບ ແວດລ້ອມ ມີ ການປ່ຽນແປງ ເຮັດໃຫ້ ໄທບ້ານ ຕຶກປາ ໄດ້ໜ້ອຍລົງ, ອີກ ທັງການ ທີ່ອົງການ ອານຸຣັກ ສິ່ງແວດລ້ອມ ໄດ້ລົງ ຄວາມເຫັນວ່າ ປາບຶກ ເປັນສັດ ທີ່ໄກ້ສູນພັນ ຈຶ່ງເລັ່ງໃຫ້ ພາກສ່ວນ ກ່ຽວຂ້ອງ ອອກມາຕການ ຄວບຄຸມ ແລະ ໄທບ້ານ ກໍ່ໄດ້ ໃຫ້ຄວາມຮ່ວມມື ໂດຍດີ ພຽງແຕ່ ເຂົາເຈົ້າ ກໍ່ຢາກຮັກສາ ປະເພນີ ລ້າຈັບ ປາບຶກ ເອົາໄວ້ ເພື່ອສົ່ງເສີມ ການທ່ອງທ່ຽວ ຈຶ່ງມີ ການຕົກລົງກັນ ໃນປີນີ້ ຣະຫວ່າງ ລາວ ແລະ ໄທ ວ່າ ຈະໃຫ້ ຈັບປາບຶກ ໄດ້ພຽງ 4 ຕົວ ຄື ໃຫ້ລາວ ໄດ້ 2 ຕົວ ແລະ ໄທ ໄດ້ 2 ຕົວ ຊຶ່ງໃນລະຍະ ຜ່ານມາ, ຝັ່ງໄທ ກໍ່ສາມາດ ຈັບໄດ້ຄົບຈຳນວນແລ້ວ ແຕ່ກໍ່ຍັງ ມີຂ່າວລືວ່າ ມີການຝ່າຝືນ ຂໍ້ຕົກລົງຢູ່, ດັ່ງເຈົ້າໜ້າທີ່ ທ່ານດຽວ ກັນນີ້ ເວົ້າວ່າ:
“ອີງໃສ່ ຂໍ້ຕົກລົງ ກອງປະຊຸມ ເທື່ອສຸດທ້າຍ ຢູ່ແຂວງບໍ່ແກ້ວ ນີ້, ໝາຍຄວາມວ່າອານຸຍາດ ແຕ່ 4 ຕົວ, ນາ. ຖ້າວ່າ ລົງໄດ້ ກໍ່ຕ້ອງໄດ້ຢຸດ ແຕ່ດຽວນີ້ ຊາວປະມົງທາງຝັ່ງລາວ ຍັງຣາຍງານ ຢູ່ວ່າ ຍັງມີ 2 ລຳ ທີ່ວ່າ ຝັ່ງໄທ ຍັງລັກລົງ ແຕ່ວ່າລັກລົງ ເມື່ອຄືນ, ນາ. ເຮົາກຳລັງ ຕິດຕາມຢູ່.”
ຢ່າງໃດກໍ່ດີ ທາງການ ກ່ຽວຂ້ອງ ຂອງລາວ-ໄທ ກໍ່ໄດ້ ເຮັດຂໍ້ຕົກລົງ ກັບອົງການ WWF ທີ່ຈະ ໃຫ້ ຊາວປະມົງ ໃນຂົງເຂດ ບໍ່ແກ້ວ-ຊຽງຮາຍ ເຊົາລ້າຈັບ ປາບຶກເປັນອາຊີບ, ໃຫ້ຮັກສາໄວ້ ແຕ່ເປັນປະເພນີ ເພື່ອສົ່ງເສີມ ການທ່ອງທ່ຽວ ໃນທ້ອງຖິ່ນ ເທົ່ານັ້ນ, ເພາະ ປັດຈຸບັນ ປາບຶກ ທີ່ຢູ່ ຕາມທັມມະຊາດ ນັບມື້ ມີປະຣິມານ ໜ້ອຍລົງ ແລະ ສ່ຽງຕໍ່ການສູນພັນ ອີກທັງ ຊີ້ນປາບຶກລ້ຽງ ກໍມີຂາຍຕາມຕລາດ ທົ່ວໄປຢູ່ແລ້ວ.