ປີ 2008 ນີ້ ຕຶກປາບຶກ ໄດ້ 4 ໂຕ, ພໍ

ຄາດວ່າ ເຂື່ອນນ້ຳຂອງ ຢູ່ເມືອງຈີນ ແລະ ການເດີນເຮືອ ຕາມນ້ຳຂອງ ເຮັດໃຫ້ ປາບຶກ ຂຍາຍພັນ ຍາກ. ຊາວປະມົງ 2 ຝັ່ງ, ຊຽງຂອງ-ຫ້ວຍຊາຍ, ຕົກລົງກັນ ວ່າ ຕ່າງຝ່າຍ ຈະຕຶກ ບໍ່ໃຫ້ເກີນ 2 ໂຕ.

ຊາວປະມົງລາວ ໃນແຂວງບໍ່ແກ້ວ ແລະ ຊາວປະມົງໄທ ໃນແຂວງຊຽງຮາຍ ໄດ້ຕົກລົງກັນວ່າ ປີນີ້ ຈະຈັບປາບຶກ ພຽງແຕ່ 4 ໂຕ ເພື່ອສືບສານ ປະເພນີ ວິຖີຊີວິດ ຂອງຄົນ ຮິມແມ່ນ້ຳຂອງ. ທ່ານ ພິສິດ ວັນະທັມ, ປະທານ ຊົມຣົມ ປາບຶກ ເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ ເປີດເຜີຽວ່າ ໃນປີ 2008 ນີ້ ຊາວປະມົງ ເມືອງຊຽງຂອງ ແລະ ແຂວງບໍ່ແກ້ວ ໄດ້ມີ ຂໍ້ຕົກລົງ ຮ່ວມກັນ ໃນການຈັບ ປາບຶກ ໃນແມ່ນ້ຳຂອງ ໂດຍໃຫ້ ແຕ່ລະຝ່າຍ ຈັບປາໄດ້ ຈຳນວນ ເທົ່າກັນ, ແລ້ວກໍຢຸດຈັບ; ດັ່ງທ່ານໄດ້ອະທິບາຍ:

“ປີນີ້ ເຮົາຂໍອານຸຍາດ ວ່າ ລະຫ່ວາງ ວັນທີ 20 ເມສາ ເຖິງວັນທີ 20 ພຶດສະພາ ຕ່າງຝ່າຍ ກໍຈະຈັບ, ໄທ 2 ລາວ 2 ສົມມຸດວ່າ ຄືຖ້າໄທ ໄດ້ 2 ໂຕ ຕັ້ງແຕ່ ວັນທີ 5 ພຶດສະພາ ເຮົາກໍຈະເຊົາຈັບ. ແລະທີນີ້ ຖ້າຝັ່ງລາວ ຈັບໄດ້ 2 ໂຕ ເມື່ອໃດ ເຂົາເຈົ້າ ກໍຈະເຊົາຈັບ ຄືກັນ.”

ໃນລະຍະ ເດືອນເມສາ ຫາ ເດືອນພຶດສະພາ ໃນທຸກໆປີ, ຊາວປະມົງ ແຂວງ
ບໍ່ແກ້ວ ກັບ ແຂວງຊຽງຮາຍ ມັກຈະລົງ ຈັບປາບຶກ ໃນແມ່ນ້ຳຂອງ. ແຕ່ວ່າ ໃນ ລະຍະ ຫລັງໆມານີ້ ຊາວປະມົງ ສອງຝັ່ງຂອງ ນີ້ໄດ້ເຊົາ ຈັບປາບຶກ ໄປ ຊົ່ວລະຍະນຶ່ງ, ເນື່ອງຈາກວ່າ ຈັບປາບໍ່ໄດ້ ຍ້ອນວ່າ ສະພາບ ແມ່ນ້ຳຂອງ ໄດ້ປ່ຽນແປງ ໄປຫລາຍ ຫລັງຈາກ ຈີນ ໄດ້ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໃນຕອນເໜືອ. ອີກປະການນຶ່ງ ນັກອານຸຣັກ ສະພາບ ສິ່ງແວດລ້ອມ ໄດ້ຫ້າມ ບໍ່ໃຫ້ຈັບ ປາບຶກ ເພາະວ່າ ເປັນປາທີ່ ຈະສູນພັນ. ຕໍ່ມາ ປະຊາຊົນ ສອງຝັ່ງຂອງ ພັດຢາກປະຕິບັດ ຮີດຄອງ ປະເພນີ ຕໍ່ອີກ

“ເມື່ອປີຜ່ານມາ ຈັບໄດ້ 1 ຕົວ ກໍຢຸດ. ໃນປີ 2006 ຈັບບໍ່ໄດ້ ຈັກໂຕ. ສ່ວນລາວ ຈັບໄດ້ 1 ໂຕ ກໍເລີກໄປ. ໃນປີ 2007 ເຊັ່ນກັນ, ຈັບໄດ້ 1 ຕົວ ແລ້ວກໍມີ ອົງການ IUCN ໄດ້ເຂົ້າມາ ຮັບຊື້ ແລ້ວກໍ ປ່ອຍປາ ກັບຄືນ ແມ່ນ້ຳຂອງໄປ.”

ຈຳນວນ ປາບຶກ ທີ່ຈັບໄດ້ ໃນແມ່ນ້ຳຂອງ ເຂດຫ້ວຍຊາຍ ແລະ ຊຽງຂອງ ຫລຸດລົງ ຕຣອດມາ. ໃນປີ 1990 ຊາວບ້ານ ຈັບປາບຶກໄດ້ 69 ໂຕ, ປີ 1996 ຈັບໄດ້ 7 ໂຕ, ປີ 2000 ຈັບໄດ້ 2 ໂຕ ແລະ ປີ 2005 ຈັບໄດ້ພຽງແຕ່ 3 ໂຕ. ນັກອານຸຣັກ ວ່າ ການສ້າງເຂື່ອນ ແລະ ການເດີນເຮືອ ໃນແມ່ນ້ຳຂອງ ເປັນສາເຫດ ໃຫ້ປາບຶກ ສູພັນໄປ ເທື່ອລະນ້ອຍ.