ອັນຕະພານ ພ້ອມອາວຸດ ຄົບມື
2009.03.27
ໃນປັດຈຸບັນນີ້ ການໄຊ້ອາວຸດ ສົງຄາມ ເລິ່ມສໍ່ເຄົ້າ ຄວາມຮຸນແຮງ ແລະແຜ່ຂຍາຍ ວົງກວ້າງ ໃນສັງຄົມ ຢູ່ເຂດນະຄອນ ຫລວງວຽງຈັນ ຂອງລາວ. ແລະເມື່ອມໍ່ໆ ມານີ້ກໍໄດ້ ມີເຫດການ ເກີດຂື້ນຄື ໃນຊ່ວງກາງເດືອນ ທີ່ຜ່ານມານີ້ ໃນເຂດເມືອງ ໄຊເສຖາ ມີກຸ່ມໄວລຸ້ນ 2 ກຸ່ມ ຂັດແຍ່ງຜິດຖຽງ ກັນຈົນເຖິງຂັ້ນ ຍົກພວກຕີກັນ ດ້ວຍການໄຊ້ ອາວຸດສົງຄາມ ຊຶ່ງມີທັງປືນ ແລະລະເບີດ ຈົນເຮັດໃຫ້ມີ ຜູ້ເສັຍຊີວິດ 1 ຄົນ ແລະບາດເຈັບອີກ 4 ຄົນ.
ຫລັງຈາກເຫດການ ທີ່ເກີດຂື້ນ ບໍ່ພໍເທົ່າໃດມື້ ຢູ່ເມືອງ ຈັນທະບູລີ ກໍມີເຫດການ ເກີດຂື້ນອີກຄື ໃນຂະນະທີ່ ພວກເຈົ້າໜ້າທີ່ ຕຳລວດ ປກສ ຈະເຂົ້າຈັບ ຜູ້ຕ້ອງຫາຄົນ ນຶ່ງ ແຕ່ຜູ້ຕ້ອງຫາ ຂັດຂືນ ບໍ່ຍອມໃຫ້ຈັບ ແລ້ວໄຊ້ປືນ ຍິງຕໍ່ສູ້ ເຈົ້າໜ້າທີ່ ຈົນເຮັດໃຫ້ ເຈົ້າໜ້າທີ່ ເສັຍຊີວິດ 1 ຄົນ ແລະຜູ້ຕ້ອງຫາ ກໍຖືກເຈົ້າໜ້າທີ່ ຍິງໂຕ້ຕອບຈົນຕາຍ
ເຈົ້າໜ້າທີ່ຕຳລວດ ປກສ ທ່ານນີ້ ກ່າວຕື່ມອີກວ່າ ກ່ອນໜ້ານີ້ ເຫດການ ທີ່ມີການໄຊ້ ອາວຸດສົງຄາມ ຈະມີໃນກຸ່ມ ໂຈນປຸ້ນຈີ້ ເປັນສ່ວນໃຫຍ່. ແຕ່ວ່າເຫດການ ເກີດຂື້ນ 2 ຄັ້ງ ທີ່ວ່າມານັ້ນ ສະແດງ ໃຫ້ເຫັນວ່າ ອາວຸດສົງຄາມ ໄດ້ແຜ່ລະບາດ ເຂົ້າໃນສັງຄົມ ຕົວເມືອງຢ່າງ ເປັນວົງກວ້າງແລ້ວ. ທ່ານວ່າ ອາຈມີການ ລັກລອບຊື້ຂາຍ ອາວຸດກັນແບບ ຜິດກົດໝາຍ ກໍເປັນໄດ້.
ເຫດການທັງໝົດ ທີ່ເກີດຂື້ນນັ້ນ ສ້າງຄວາມໜັກໃຈ ແລະຄວາມກັງວົນ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເປັນຢ່າງຍິ່ງ ທ່ານກ່າວ ໃນທີ່ສຸດ.