ຊາວບ້ານຖືກຈັບ ຕອນເດີນທາງໄປ ບຸນທາຕຫລວງ
2009.11.04

ປະຊາຊົນລາວ 100 ກ່ວາຄົນ ທີ່ນັ່ງຣົຖໂດຍສານ ຈາກແຂວງພາກໃຕ້ ແລະ ໂພນໂຮງ ເຂົ້າໄປຍັງ ນະຄອນຫລວງວຽງັຈນ ເພື່ອຈະໄປຮ່ວມຕັກບາດ ແລະ ສລອງງານ ບຸນພຣະທາດຫລວງ ນັ້ນ ຖືກຈັບ ໃນຕອນເຊົ້າມືດ ວັນທີ 2 ເດືອນພຶສຈິກາ. ຕໍ່ມາເຈົ້າໜ້າທີ່ ໄດ້ປ່ອຍໂຕ ປະຊາຊົນ 100 ກ່ວາຄົນ ແລະ ຍັງກັກຂັງ ຢ່າງໜ້ອຍ 9 ຄົນ, ອີງຕາມຣາຍງານ ຈາກທ້ອງຖິ່ນໃນມື້ວັນທີ 3 ຕຸລານີ້. ຊາວລາວ ທ່ານນຶ່ງ ໃນຈໍານວນ ທີ່ເຫັນເຫດການ ເວົ້າວ່າ:
”ທີ່ຜ່ານມາ ຜູ່ຂ້າ ໄດ້ໄປທ່ຽວ ກັບພວກຍາດພີ່ນ້ອງ ແຂວງສວັນນະເຂດ ໄດ້ນັ່ງຣົຖໄປ ມື້ວັນຈັນ ຫວັງວ່າ ຈະໄປທໍາບຸນຕັກບາດ ຢູ່ບຸນທາດຫລວງ. ແຕ່ວ່າ ພໍໄປຮອດ ປາກກະດິງ ຖືກທາງການລາວ ຈັບກຸມ. ຄົນທັງປວງທັງຫລາຍ ບໍ່ຮູ້ເຫດຜົນ ອີ່ຫຍັງວ່າ ເຈົ້າໜ້າທີ່ລາວ ເປັນຫຍັງ ຈຶ່ງເຮັດແບບນີ້.”
ປະຊາຊົນ ທີ່ເດີນທາງມາຈາກ ສາຣະວັນ, ຈໍາປາສັກ ແລະ ສວັນນະເຂດ 100 ກ່ວາຄົນ ຖືກເຈົ້າໜ້າທີ່ ຈັບ ໃນຕອນເຊົ້າມືດ ທີ່ປາກກະດິງ ແລະ ຕໍ່ມາກໍໄດ້ປ່ອຍໄປ 100 ກ່ວາຄົນ ແຕ່ກັກໄວ້ ຈໍານວນນຶ່ງ. ໃນຂະນະດຽວກັນ ກໍມີອີກ 20 ກ່ວາຄົນ ຖືກຈັບໃນເຂດເມືອງໂພນໂຮງ ໃນຂະນະທີ່ ນັ່ງຣົຖໂດຍສານ ມາຈາກທ່າຣາດ, ຕໍ່ມາເຈົ້າໜ້າທີ່ ໄດ້ປ່ອຍ 10 ກ່ວາຄົນໄປ ແລະ ກັກຈໍານວນນຶ່ງໄວ້.
ພາຍຫລັງ ທີ່ໄດ້ຮັບຂ່າວ ກ່ຽວກັບ ການຈັບກຸມ ດັ່ງກ່າວ, ນັກຂ່າວ ວິທຍຸ ເອເຊັຍ ກໍໄດ້ໂທຣະສັບ ໄປຖາມ ຄວາມກະຈ່າງແຈ້ງ ຈາກສະຖານທູດ ສປປລາວ ທີ່ກຸງວໍຊິງຕັນ ດີ ຊີ, ແຕ່ເຈົ້າໜ້າທີ່ ບອກວ່າ ທາງສະຖານທູດ ບໍ່ໄດ້ຮັບຣາຍງານ ກ່ຽວກັບ ເຫດການດັ່ງກ່າວ ແລະ ບໍ່ມີຄວາມເຫັນໃດໆ.
ແຫລ່ງຂ່າວ ໃນລາວ ຜູ້ດຽວກັນ ກ່າວຕື່ມອີກວ່າ:
”ປະຊາຊົນລາວ ຖືກຈັບຖືກກຸມ ຈໍານວນຫລວງຫລາຍ ບໍ່ຮູ້ວ່າ ເປັນຄວາມຜິດອີ່ຫຍັງ, ເຫດຜົນອີ່ຫຍັງ ຈຶ່ງຖືກຈັບຖືກກຸມ ຈໍານວນຫລາຍພາຍມາກ, ສັງຄົມໃນບ້ານເມືອງ ເປັນຫຍັງ ຈຶ່ງເກີດຂຶ້ນແບບນີ້, ຂໍໃຫ້ນາໆຊາດ ຫລືວ່າ ສະຫະປະຊາຊາດ ກວດສອບເຣື້ືອງນີ້ ເຣື້ອງສັງຄົມ ໃນບ້ານໃນເມືອງ ຂອງລາວນີ້ ມັນເປັນແບບນີ້ຂຶ້ນມານີ້, ເບິ່ງສອບຖາມ ທ່ານນາຍົກ ຣັຖບານລາວ ໃຫ້ແດ່ ວ່າ ມັນເປັນຈັ່ງໃດ.”
ການປາບປາມ ແລະ ຮັກສາຄວາມສງົບ ຂອງທາງການລາວ ຄັ້ງນີ້ ມີຂຶ້ນ ໃນຂະນະທີ່ ມີການສເລີມສລອງ ບຸນພຣະທາດຫລວງ, ຈັດກອງປະຊຸມ ຣັຖມົນຕຣີຖແລງຂ່າວ ຂອງອາຊຽນ ໃນສັປດານີ້ ແລະ ຕຣຽມ ເປັນເຈົ້າພາບ ການແຂ່ງຂັນ ກິລາ ເອເຊັຍຕາເວັນອອກສ່ຽງໃຕ້ ຫລື ຊີເກມສ໌ ທີ່ຈະມີຂຶ້ນ ໃນເດືອນທັນວານີ້.