ຄ.ກ ປັບປຸງ ມະຫາວິທຍາລັຍ ຈໍາປາສັກ ຄາດຈະເຣີ້ມ ທ້າຍປີ 2008
2008.05.29
ເຈົ້າໜ້າທີ່ ສຶກສາ ແຂວງຈໍາປາສັກ ພວມເຈຣະຈາ ກັບແຫລ່ງທຶນພາຍນອກ ເພື່ອກູ້ຢືມເງິນ ໄປພັທນາ ແລະ ປັບປຸງ ມະຫາວິທະຍາລັຍ ຈໍາປາສັກ, ຊຶ່ງຄາດວ່າ ຈະໄດ້ຂໍ້ສລຸບ ແລະ ດໍາເນີນການ ໃນທ້າຍປີນີ້, ເພື່ອເຮັດໃຫ້ ມະຫາວິທະຍາລັຍ ດັ່ງກ່າວ ມີຄຸນນະພາບມາຕຖານ ເທົ່າທຽມ ກັບ ສາກົນ, ອີງຕາມ ຄໍາເວົ້າ ຂອງ ດຣ. ສີຄໍາຕາດ ມິດຕະໄລ, ອະທິການບໍດີ ມະຫາວິທະຍາລັຍ ຈໍາປາສັກ. LSB0529NW2
“ຜູ້ໃຫ້ທຶນນີ້ ກໍາລັງຢື່ນມາ ກໍາລັງພິຈາຣະນາກັນຢູ່, ADB ຂະເຈົ້າ ກໍສົນໃຈ, ຣັຖບານ ເກົາຫລີ ກໍສົນໃຈ ທຶນປະມານ 30 ລ້ານດອນລາ ສະຫະຣັດ ນີ້ແຫລະ, ເປັນອາຄານ ສະຖານທີ່ ແລະ ເປັນອຸປະກອນ ຫ້ອງທົດລອງ ແລະ ສິມີພັທນາຄຣູອາຈານອີກ ໃນທ້າຍປີນີ້ແຫລະ, ສິໄດ້ລົງມື ຕາມແຜນ.”
ທ່ານ ອະທິບາຍ ຕື່ມວ່າ ມະຫາວິທະຍາລັຍ ໄດ້ຂຶ້ນແຜນ ຜ່ານຣັຖບານລາວ ເພື່ອສເນີ ຂໍກູ້ເງິນ ຈາກແຫລ່ງທຶນຕ່າງໆ ເປັນຕົ້ນ ແມ່ນ ທະນາຄານ ພັທນາ ເອເຊັຍ ຫລື ADB ແລະ ຣັຖບານ ເກົາຫລີໃຕ້ ປະມານ 30 ລ້ານດອນລາສະຫະຣັດ. ທຶນດັ່ງກ່າວ ຈະນໍາໄປ ຂຍາຍອາຄານ ແລະ ຕິດຕັ້ງ ສື່ການຮຽນການສອນ ທີ່ທັນສມັຍ, ຕລອດຮອດ ການຍົກຣະດັບ ບັນດາຄຣູສອນ ທີ່ມີຢູ່ໃນເວລານີ້ ປະມານ 200 ຄົນ. ໂຄງການດັ່ງກ່າວ ມີຄວາມຄືບໜ້າ ຢ່າງສູງ ທີ່ຈະໄດ້ຮັບການຊ່ອຍເຫລືອ ຈາກແຫລ່ງທຶນຕ່າງໆ ເພື່ອຈັດຕັ້ງ ປະຕິບັດ ຕາມແຜນການ ທີ່ວາງໄວ້.
ຕາມແຜນການປັບປຸງ ມະຫາວິທະຍາລັຍດັ່ງກ່າວ ຈະເຮັດສາມາດເປີດສາຂາ ການສອນໄດ້ເພີ້ມຕື່ມ 3 ຄະນະວິຊາ ຄື ຄະນະບໍຣິຫານທຸຣະກິດ, ຄະນະວິທຍາສາດສັງຄົມ ແລະ ຄະນະວິທະຍາສາດ ທັມມະຊາດ. ປັດຈຸບັນ ມີການເປີດສອນ ໃນຣະດັບ ປະຣິນຍາຕຣີແລ້ວ ໃນ 5 ຄະນະວິຊາດ້ວຍກັນ ຄື: ຄະນະກະເສດສາດ, ຄະນະສຶກສາສາດ, ຄະນະເສຖສາດ, ວິສະວະກັມສາດ ແລະ ຄະນະນິຕິສາດ.
ເວົ້າລວມຕາມແຜນການແລ້ວ, ໃນອີກບໍ່ເທົ່າໃດປີ ຂ້າງໜ້ານີ້, ຈະຊ່ອຍໃຫ້ມະຫາວິທະຍາລັຍ ສາມາດຮອງຮັບ ນັກສຶກສາ ໄດ້ເຖິງ 10,000 ຄົນ ໃນຂະນະ ທີ່ເວລານີ້ ຮັບໄດ້ ພຽງ 4,800 ຄົນເທົ່ານັ້ນ.
ມະຫາວິທະຍາລັຍ ຈໍາປາສັກ ຖືເປັນມະຫາວິທະຍາລັຍ ນ້ອງໃໝ່ ໃນລາວ, ຊຶ່ງເປີດຂຶ້ນ ເມື່ອປີ 2004, ແລະ ຖືມະຫາວິທະຍາລັຍ ທີ່ສໍາຄັນ ແຫ່ງນຶ່ງ ໃນເຂດ ພາກໃຕ້ ຂອງລາວ. ໃນເຂດພາກເໜືອ ກໍແມ່ນ ມະຫາວິທະຍາລັຍ ສຸພານຸວົງ, ແຂວງຫລວງພຣະບາງ, ຊຶ່ງເມື່ອບໍ່ນານມານີ້ ໄດ້ຮັບການປັບປຸງ ເປັນທີ່ຮຽບຮ້ອຍແລ້ວ ໂດຍເງິນກູ້ ຈາກຣັຖບານ ເກົາຫລີໃຕ້ ປະມານ 22,7000,000 ດອນລາສະຫະຣັດ.
ຄຳສັບ ຊອກຫາຂໍ້ມູນ: ການສຶກສາ education