ບັນຫາສັງຄົມ ໃນວຽງຈັນ

ທາງການ ນະຄອນຫລວງວຽງຈັນ ພຍາຍາມ ທີ່ຈະແກ້ໄຂ ບັນຫາສັງຄົມ ແຕ່ອາສຍາກັມ ກໍຍັງເພີ້ມຂື້ນເລື້ອຍໆ
ໂພໄຊສວັດ
2010.07.22

ດຣ ຄຳຜອງ ບຸດດາວົງ ຫົວໜ້າຫ້ອງການ ນະຄອນຫລວງວຽງຈັນ ເວົ້າວ່າ ເຖິງວ່າເຈົ້າໜ້າທີ່ ທາງການ ໄດ້ພຍາຍາມ ສະກັດກັ້ນປາບປາມ ພັຍສັງຄົມ ໃນຫລາຍໆ ຮູບແບບ ແຕ່ປາກົດວ່າອາສຍາກັມ ກໍຍັງເພີ້ມທະວີ ຂື້ນເລື້ອຍໆ ໂດຍສະເພາະຢູ່ ຕາມຫົວເມືອງໃຫຍ່. ສະພາບຄວາມບໍ່ດີ ໃນສັງຄົມກໍມີ ຢາເສບຕິດ ງັດແງະ ປຸ້ນຈີ້ຊິງຊັບ ແລະການອາລະວາດ ຕີກັນ ຊຶ່ງສ້າງຄວາມວຸ້ນວາຍ ໃນສັງຄົມເປັນຢ່າງຍິ່ງ.

ຢູ່ນະຄອນຫລວງ ວຽງຈັນ ການປຸ້ນຈີ້ຊິງຊັບ ມີເພີ້ມຂື້ນຢ່າງ ຫລວງຫລາຍ ໂດຍສະເພາະເມື່ອ ເດືອນມິຖຸນາ ທີ່ມີເຫດເກີດຂື້ນ ເກືອບ 200 ກໍຣະນີ ຫລາຍກວ່າເດືອນ ພຶສພາ 42 ກໍຣະນີ. ນອກຈາກນີ້ ອຸບັດຕິເຫດຕາມ ທ້ອງຖນົນຫລວງ ກໍມີຫລາຍເພີ້ມຂື້ນ ຊຶ່ງສົ່ງຜົນກະທົບ ໂດຍກົງຕໍ່ຄວາມ ສງົບຂອງສັງຄົມ.

ນັກວິຊາການ ໃຫ້ຄວາມເຫັນວ່າ ຫາກຈະແກ້ໄຂບັນຫາ ຕ້ອງເລີ້ມຕົ້ນແກ້ໄຂ ບັນຫາ ຢາເສບຕິດກ່ອນ ຊຶ່ງເຈົ້າໜ້າທີຕ້ອງໄດ້ ເອົາໃຈໃສ່ ກວດກາຄວບຄຸມ ສະກັດກັ້ນ ແລະປາບປາມ ແຫລ່ງຈຳໜ່າຍຊື້ຂາຍ ຢາເສບຕິດຢ່າງ ເຂັ້ມງວດ.

ດຣ ຄຳຜອງ ເວົ້າຕໍ່ໄປວ່າ ຢູ່ນະຄອນຫລວງວຽງຈັນ ຕ້ອງໄດ້ອອກແຮງ ປະຕິບັດ 6 “ສ” ໂດຍສະເພາະແມ່ນ “ສ” “ສງົບ” ໂດຍແກ້ໄຂບັນຫາ ເລີ້ມຈາກຂັ້ນບ້ານ ໄປຫາເມືອງ ແລະຂແນງການຕ່າງໆ ໃຫ້ເຂັ້ມແຂງ. ພ້ອມດຽວກັນກໍຕ້ອງ ແກ້ໄຂບັນຫາ ຄວາມທຸກຍາກ ຂອງປະຊາຊົນ ໃຫ້ໄດ້ຜົນ.

ປະຊາຊົນສ່ວນໃຫຍ່ ບໍ່ເຊື່ອວ່າ ສະພາບບັນຫາ ທາງສັງຄົມ ຈະຫລຸດຜ່ອນລົງ ຊ້ຳບໍ່ໜຳ ຍັງເຫັນວ່າບັນຫາ ດັ່ງກ່າວ ຍິ່ງຈະເພີ້ມທະວີ ແລະ ຮ້າຍແຮງຂື້ນກວ່າເກົ່າ ຈະເຫັນຕົວຢ່າງຈາກ ການຍິງກັນຂອງ ນັກຄ້າຢາເສບຕິດ ການປຸ້ນຈີ້ຊິງຊັບ ໃນກາງນະຄອນຫລວງ ໃນຕອນກາງເວັນແສດໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.