ເຫດການແບບນີ້ ບໍ່ຄ່ອຍເກີດຂຶ້ນ ແຕ່ກໍເປັນເຫດການ ທີ່ເຮັດໃຫ້ ຈໍານວນຊ້າງ ໃນລາວ ຫລຸດລົງອີກ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຈາກໂຄງການຮັກສາ ສຸຂພາບຊ້າງ ນະຄອນຫລວງວຽງຈັນ:
"ຊ້າງຕາຍເດືອນແລ້ວ ນີ້ແມ່ນຊ້າງຂອງ ແຂວງໄຊຍະບູຣີ ຢູ່ທາງພາກເໜືອ ຂອງປະເທດລາວ ແຕ່ໄປເຮັດວຽກຢູ່ ແຂວງວຽງຈັນ ກໍສ່ວນຫລາຍ ບໍ່ຄ່ອຍເຫັນປານ ໃດນະ ຫາກໍມາເລີ່ມ ປີນີ້ນີ່ແຫລະ".
ແຫລ່ງຂ່າວ ອົງການອານຸຮັກຊ້າງ ເອເຊັຽ ປະຈໍາລາວ ຣາຍງານວ່າ ເຫດການດັ່ງກ່າວ ເກີດຂຶ້ນ ເມື່ອວັນທີ 26 ກຸມພາຜ່ານມາ ໂດຍມີຄົນຮ້າຍ 2 ຄົນ ໄດ້ຍິງຊ້າງບ້ານ ໂຕຜູ້ໂຕນຶ່ງຊື່ວ່າ ທອງຄູນ ມີເຈົ້າຂອງຊື່ ທ່ານ ສົມຍົດ ພົມມະສານ. ການກວດກາ ພົບວ່າ ອະໄວຍະວະ ເປັນ ງາ ງວງ ແລະ ຫາງ ຂອງຊ້າງ ທີ່ຖືກຍິງຕາຍນັ້ນ ຖືກຕັດ ເອົາໄປແລ້ວ. ຄາດກັນວ່າ ຢູ່ລາວປັຈຈຸບັນ ມີຊ້າງບ້ານ ຍັງເຫລືອ ບໍ່ຮອດ 500 ຕົວ.
ເຈົ້າໜ້າທີ່ ຜູ້ປະສານງານ ໂຄງການຊ້າງ ຫ້ອງການກະສິກັມ ແລະປ່າໄມ້ ແຂວງໄຊຍະບູຣີ ກ່າວກ່ຽວກັບເຣື້ອງນີ້ວ່າ:
"ເພາະລະຍະນີ້ ຖືວ່າຊ້າງຢູ່ ໃນລາວ ກໍຫລຸດລົງຍ້ອນ ສ່ວນຫລາຍ ຈະເປັນການລັກລອບ ຍິງເອົາງານີ້ ຫວ່າງກ່ອນມີ 800 ກວ່າເຊືອກ ແຕ່ວ່າດຽວນີ້ ມັນກໍອາຈຈະ ຫລຸດລົງ ແດ່ເນາະ ເພາະວ່າປີຜ່ານມາ ຈະມີປະມານ 6 ເຊືອກທີ່ເຂົາລັກຂ້າ ຖືວ່າມັນຕາຍ".
ການລັກລອບລ້າຊ້າງ ເປັນທີ່ຜິດກົດໝາຍ ຊຶ່ງທາງເຈົ້າໜ້າທີ່ ແລະ ໜ່ວຍງານພາກຣັຖ ກໍເຂັ້ມງວດ ຫລາຍຂຶ້ນຕື່ມອີກ ໃນການກວດກາ ເພື່ອຫລຸດຜ່ອນບັນຫາ ດັ່ງກ່າວ.