ບຸນທາດຫລວງ ເລິ້ມຂື້ນ ວັນທີ 7 ພຶສຈິກາ

ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ ພ້ອມທັງ ເປັນຜູ້ປະຈຳການ ຄະນະ ຣັຖບານ ສປປ ລາວ ໄດ້ກ່າວ ເປີດງານບຸນ ປະຈຳປີ ດັ່ງກ່າວ ຢ່າງເປັນທາງການ ຕໍ່ໜ້າທີ່ຜູ້ມີກຽດ ທັງພາຍໃນ ແລະຕ່າງປະເທດ.
ອາວະຣີ ຣາຍງານ
2008.11.10
FT-That Luang Festival ງານສເລີມສລອງ ບຸນພຣະທາດຫລວງ ປະຈໍາປີ
Photo by RFA

ເຈົ້າໜ້າທີ່ ຈັດງານ ໄດ້ກ່າວ ໃນພິທີເປີດໃນຕອນນຶ່ງວ່າ:

ພະນະທ່ານ ສົມສະວາດເລັ່ງສວັດ ກັມມະການ ກົມການເມືອງ ສູນກາງພັກ ຮອງ ນາຍົກຣັຖມົນຕຣີ ປະຈຳຣັຖບານ ຂໍເຊີນບັນດາ ທ່ານຣັຖມົນຕຣີ ແລະ ຜູ້ນຳການທູດເປັນກຽດ ຕັດຜ້າເປີດງານ ະທາດຫລວງ ຢ່າງເປັນທາງການ ໃນປີ 2008 ຂໍຮຽນເຊີນ.”

ບຸນນະມັສການ ະທາດຫລວງຈະເລິ້ມແຕ່ ວັນທີ່ 7 ຈົນເຖິງ ວັນທີ່ 12 ​ເດືອນພຶສຈິການີ້. ​ໃນພິທີທາງດ້ານສາສນາໃນວັນທີ່ 12 ຕອນເຊົ້າ ຈະມີພິທີຕັກບາດ, ຕອນຄ່ຳ ຈະການວຽນທຽນ ອ້ອມພຣະທາດຫລວງແລະ ​​ໃນມື້ຕໍ່ມາ ຈະມີການແຫ່ພະສາດເຜິ້ງແລະ ການແຂ່ງຂັນຕີຄີ.

ນອກຈາກ ພິທີທາງດ້ານສາສນາ ຄະນະກັມມະການຈັດງານ ຍັງໄດ້ຈັດໃຫ້ມີ ການບັນເທີເຊັ່ນການສະແດງດົນຕຣີ ຮ້ອງເພັງແລະ ຈັດໃຫ້ມີການເປີດຂາຍສິນຄ້າ ເກືອບທຸກຊນິດ ຊຶ່ງສ່ວນຫລາຍຈະມີການສະແດງ ສິນຄ້າ ຢູ່ເດີນພະທາດຫລວງເອງແລະ ໃນບໍຣິເວນ ສູນສະແດງສິນຄ້າ ນານາງຊາດ ຫລືໄອແທກ.

ໃນບຸນທາດຫລວງບາງປີ ທີ່ຜ່ານມາໄດ້ມີເຫດການ ຣະເບີດແຕກຂື້ນ ເລັກນ້ອຍໄດ້ພາໃຫ້ມີການແຕກຕື່ນຫລາຍສົມຄວນ; ສະນັ້ນໃນປີນີ້ ທາງຄະນະ ກັມມະການຈັດງານ ຈຶ່ງຈະເອົາໃຈໃສ່ ຮັກສາຄວາມສງົບ ຢ່າງຈິງຈັງ ດັ່ງເຈົ້າໜ້າທີ່ຈັດງານ ໄດ້ປະກາດ ຕອນນຶ່ງວ່າ:

ບັນດາທ່ານຜູ້ມີກຽດ ງານບຸນນະມັສການະທາດຫລວງ ແລະ ງານຕລາດນັດ ສາກົນ ປະຈຳປີ 2008 ​ໄດ້ສຸມໃສ່ ປະຕິບັດ ຕ້ອງຮັບປະກັນໃຫ້ບຸນນະມັສການ ະທາດຫລວງ ມີຄວາມສງົບ ມີສະເຖັຽຣະພາບ ທາງດ້ານການເມືອງເປັນຣະບຽບຮຽບຮ້ອຍ ບໍ່ໃຫ້ມີເຫດການ ເກີດຂື້ນ.”

ຕາມປະເພນີ ວັທນະທັມ ຂອງລາວແລ້ວ ຫລັງຈາກ ບຸນທາດຫລວງ ຊາວລາວ ກໍຈະເຮັດບຸນ ຕໍ່ທີ່ ວັດອົງຕື້ໃນວັນທີ່ 14 ​ແລະ ວັດສີເມືອງ ໃນວັນ 15 ​ເດືອນນີ້ ເຊັ່ນກັນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.