ສະພາບ ຄຸກ ໃນລາວ

ສະພາບຄຸກ ໃນລາວ ເຕັມໄປດ້ວຍ ເຫດການ ອັນສຍອງຂວັນ ສຳລັບນັກໂທດ ອົງການປ່ອຍ ນັກໂທດ ສາກົນຫລື Release international ໃຫ້ການຕັກເຕືອນ.

0:00 / 0:00

ອົງການປ່ອຍ ນັກໂທດສາກົນ ໃຫ້ຄຳຕັກເຕືອນ ວ່າສະພາບຄຸກ ໃນ ສປປລາວ ເຕັມໄປດ້ວຍ ຄວາມເປີເປື້ອນ ຂາດມາຕຖານ ສາກົນ ແລະເກີດຄວາມ ສຍອງຂວັນຖ້າ ເຂົ້າໄປເຫັນ ອີງຕາມ ບົດລາຍງານ ຈາກຫນັງສືພີມ Christian Today ສະບັບວັນທີ 4 ເດືອນ ມີຖຸນາ ທີ່ອ້າງຕາມຄຳ ໃຫ້ການຂອງ ອາດີດນັກໂທດ ທີ່ຖືກກັກຂັງ ໃນລາວ.

ອົງການດັ່ງກ່າວ ອອກບົດລາຍງານ ກ່ຽວກັບເຣື້ອງນີ້ ຫລັງຈາກ ນັກໂທດຜູ້ຍີງ ຊາວອັງກີດ ຖືກຕັດສີນ ຈຳຄຸກຕລອດ ຊີວີດຍ້ອນຄ້າ ຢາເສບຕິດ ວ່າງອາທີດກ່ອນ. ອາດີດນັກໂທດ ຕ່າງຊາດ ທີ່ຖືກກັກຂັງ ໃນລາວຫລາຍຄົນ ໃຫ້ການຕໍ່ ອົງການ ປ່ອຍນັກໂທດ ສາກົນຫລື Realease international ທີ່ເປັນບົດ ຄວາມເລື້ອງລາວ ຊີວີດຂອງພວກ ຂະເຈົ້າ ຢູ່ໃນຄຸກລາວ ທີ່ມີຫົວຂໍ້ ວ່າສັຕຮູຂອງ ພັກຮັຖ ພວກຂະເຈົ້າໄດ້ ອະທິບາຍ ເຖີງຄວາມທຸກ ທໍຣະມານ ໃນທີ່ກັກຂັງ ໃນລາວ ໂດຍການໃສ່ ກັບມືກັບຕີນ ແລະບັງ ຄັບ ໃຫ້ພວກຂະເຈົ້າ ນອນເຕັງປັສາວະ ຂອງຕົນເອງ ພວກຂະເຈົ້າໄດ້ ກ່າວເຖີງການທີ່ ຖືກເຈົ້າຫນ້າທີ່ ຍາມຄຸກ ຕີຈົນຫມົດ ສະຕິ ຄວາມອືດຢາກ ແລະ ການຂາດອາຫານ ຮ່ວມດ້ວຍການ ເຈັບປ່ວຍຂອງ ນັກໂທດເກີດຂື້ນ ຢ່າງກວ້າງຂວາງ ແລະນັກໂທດ ຫລາຍຄົນເມື່ອ ຖືກປ່ອຍຕົວ ແລ້ວຍັງຕ້ອງການ ຢາປີ່ນປົວ ຮ່າງກາຍນຳອີກ.

ອົງການດັ່ງກ່າວ ຢາກຮຽກຮ້ອງໃຫ້ ຫນ່ວຍງານກ່ຽວຂ້ອງ ໃຫ້ຄວາມເປັນທັມ ແກ່ນັກໂທດທີ່ ຖືກກັກຂັງ ໃນລາວ.