ພຣະພຸທທະຣູບ ຕາມວັດ ແຂວງ ສວັນນະເຂຕ ຖືກຂໂມຍ
2009.03.03
ໃນຣະຍະຫລັງໆ ມານີ້ມີເຫຕກາຣ ເກີດຂື້ນ ທີ່ເປັນກາຣສ້າງຄວາມ ກະທົບ ກະເທືອນ ຕໍ່ຈີຕໃຈໃຫ້ ແກ່ຊາວສວັນນະເຂຕ ພ້ອມດ້ວຍ ຊາວພຸທລາວ ທັ້ງປະເທສ ແລະ ໃນທົ່ວໂລກ ຍ້ອນມີກຸ່ມໂຈນ ໃຈບາບໄດ້ລັກ ຂໂມຍ ເອົາພຣະພຸທທະຣູບ ເກົ່າແກ່ ອັນເປັນສີ່ງທີ່ ເຄົາຣົພສັທທາ ຂອງຊາວລາວ ຫລາຍຮ້ອຍອົງຄ໌ ໄປຂາຍ ໃຫ້ແກ່ນັກ ສະສົມ ທີ່ຫວັງແຕ່ ຜົລປະໂຍຊສ່ວນຕົວ ກ່ຽວກັບ ເຣື່ອງນີ້ ທ່ານ ຄຳປົງ ຮອງຫົວໜ້າ ແຜນກແຖລງຂ່າວ ແລະ ວັທນາທັມ ແຂວງສວັນນະເຂຕ ໄດ້ກ່າວວ່າ:
ພວກຈຳນວນໜື່ງສ້າງ ບັນຫາ ເຣື່ອງກາຣໄປລັກ ພຣະພຸທທະຣູບ ຕາມວັດຕ່າງໆ ໄປຂາຍ ໃຫ້ພວກ ທີສະສົມ ມັນກໍມີ ຫລາຍເຫຕກາຣ ເຮົາໄລ່ກໍ ປະມານ 200 ກວ່າອົງຄ໌ ທັ້ງໝົດ ມັນມີ 5 ວັດດຽວນີ້ ຕັ້ງແຕ່ ເດືອນ 9-10 ມານີ້ ພວກເຮົາ ກໍໄດ້ສືບສວນ ຈຳນວນໜື່ງ ແຕ່ພວກ ຂໂມຍ ເຮົາກໍບໍ່ໄດ້.
ເຈົ້າໜ້າທີ່ ລາວ ທ່ານນີ້ ໄດ້ກ່າວເພີ່ມວ່າ: ພວກກຸ່ມໂຈນ ໃຈບາບ ດັ່ງກ່າວນີ້ຄາດວ່າ ຄົງເປັນ ພວກຊາວໜຸ່ມ ທີ່ຕິດຢາເສພຕິດ ທີ່ສວຍໂອກາດ ເຂົ້າໄປຫາລັກ ເອົາ ພຣະພຸທທະຣູບ ຕາມວັດ ໃນເຂຕຊົນນະບົດ ເປັນຕົ້ນ ວັດນາ ໝາກເກືອ ເມືອງໄຊພູທອງ ວັດດົງດອກໄມ້ ເມືອງຈຳພອນ ວັດບ້ານນາຄຣູ ເມືອງອຸທຸມພອນ ແລະ ວັດຜັກຂະຍາ ເມືອງອາຈສະພອນ ຮວມແລ້ວ ຫລາຍກວ່າ 200 ອົງຄ໌ ແລະສ່ວນມູລຄ່າ ນັ້ນບໍ່ສາມາດ ທີ່ຈະປະເມີນໄດ້ ເພາະໃນນັ້ນມີ ພຣະພຸທທະຣູບສິລປະ ເກົ່າແກ່ນັບເປັນ ຮ້ອຍໆປີ ທີ່ເປັນ ສີ່ງສັກສິທ ແລະຊາວບ້ານ ໃຫ້ຄວາມນັບຖື ຕລອດມາ ດັ່ງທີ່ທ່ານໄດ້ກ່າວ ເພີ່ມຕື່ມວ່າ:
ສວັນນະເຂຕ ນີ້ເວົ້າສະເພາະ ກາຣໂຄສະນາ ທີ່ຄົ້ນພົບວັດຖຸ ໂບຮານ ມັນມີຄວາມສ່ຽງ ທີ່ສຸດ ຄັນຮູ້ຈັກ ມີຄົນຮູ້ຈັກໄປ ເອົາໂລດ ຄັນຢູ່ໃສມີ ພຣະອົງຄ໌ໃດ ມີພຣະອົງໃດ ທີ່ສັກສິທ ມີຄວາມເຊື່ອຫລາຍ ມັນບໍ່ດົນແລະ ໃນທ້າຍເດືອນ ມີນາ ນີ້ ພວກເຮົາຈະຈັດ ກອງປະຊຸມ ສິເນັ້ນບັນຫາ ນີ້ເປັນພິເສດ.
ທ່ານ ຄຳປົງ ໄດ້ກ່າວສຣຸບວ່າ ຕາມປົກຕິແລ້ວ ຊາວລາວ ໂດຽທົ່ວໄປຈະ ບໍ່ມັກນິຍົມ ເອົາສີ່ງຂອງໂບຮານ ເກົ່າແກ່ ມາເປັນສົມບັຕ ສ່ວນຕົວ ແຕ່ອາຈເປັນເພາະ ສັງຄົມ ໄດ້ປ່ຽນແປງໄປ ຫລາຍແລ້ວ ຈົນເຮັດ ໃຫ້ມີຄົນເປັນ ກຸ່ມບໍ່ມີຄວາມ ລະອາຍໃຈຕໍ່ ກາຣກະທຳບາບ ເຊັ່ນນີ້ ແລະໃນໄວໆນີ້ ທາງກາຣກ່ຽວຂ້ອງ ກໍຈະໄດ້ມີ ມາຕກາຣ ໃນກາຣອົບຮົມ ຕັກເຕືອນ ແລະ ຫາທາງປົກປ້ອງ ຄຸ້ມຄອງ ສີ່ງຂອງເກົ່າແກ່ ໂບຮານຕ່າງໆ ດັ່ງກ່າວນີ້ ພ້ອມກັບຈະໄດ້ ຕິດຕາມຫາຈັບ ນຳຕົວຜູ້ກະທຳຜິດ ມາລົງໂທສຕາມ ທາງກາຣ ໃນຂັ້ນຕໍ່ໄປ.